ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ຫ້ອງການບໍລິຫານກົມໃຫຍ່ ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2025-01-14 14:20:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 538 | ຄວາມນິຍົມ:



ວັນທີ 14 ມັງກອງ 2025 ນີ້, ຫ້ອງການບໍລິຫານກົມໃຫຍ່ ການເມືອງກອງທັບໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະ ຈຳປີ 2024 ແລະ ວາງທິດທາງ ແຜນການປະຈຳປີ 2025 ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ໂພສີຄຳ ຮອງຫົວໜ້າຫ້ອງບໍລິຫານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ຄຳເພັດ ຟອງສຸກ ຫົວໜ້າພະແນກແຜນການສັງລວມ ຫ້ອງການບໍລິຫານກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບທັງສອງພາກ ເຊິ່ງໄດຍົກໃຫ້ເຫັນຜົນງານໃນໄລຍະຜ່ານ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາ-ນຳພາສຶກສາອົບຮົມ ການເມືອງນໍາພາແນວຄິດໃຫ້ ພະນັກງານສະມາຊິກພັກ ແລະ ມະຫາຊົນຢ່າງຕໍ່ເນື່ອງ, ວຽກງານກໍ່ສ້າງພັກ ພະນັກງານໄດ້ ຊີ້ນໍາ-ນໍາພາກົມກອງປັບປຸງ-ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດ ນຳຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ໃນການສ້າງກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ, ດ້ານວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ຊີ້ນຳວຽກ ງານອຸປະໂພກ-ບໍລິໂພກ ເບີກຈ່າຍເຄື່ອງຕາມອັດຕາຂອງພະນັກງານ-ນັກຮົບ, ປະກອບເຄື່ອງ ຮັບໃຊ້ເຮືອນຄົວລວມ-ເຮືອນກິນເຂົ້າ, ພ້ອມນັ້ນກໍຍັງໄດ້ຕິດຕາມການເບີກຈ່າຍເຄື່ອງອຸປະໂພກໃຫ້ ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ 100% ຕາມການອະນຸມັດຂອງຂັ້ນເທິງ. ດ້ານວຽກງານການຜະລິດໄດ້ລົງຊຸກຍູ້ຕິດຕາມກວດກາງົວ ຂອງກົມໃຫຍ່ການເມືອງກອງທັບຢູ່ຫາດສ້ຽວປະຈຸບັນມີທັງໝົດ 43 ໂຕ, ສ້າງພື້ນຖານໂຄງລ່າງຢູ່ນາຫາດສ້ຽວ, ສ້າງແຜນການຄາດກະ ການປູກ-ການລ້ຽງໃຫ້ເປັນລະບົບ, ຂຽນບົດວິພາກເສດຖະກິດ-ເຕັກນິກໂຄງການ ສໍາເລັດ ແລະ ສ້າງແຜນການລົງເກັບກໍາຂໍ້ມູນວຽກງານຜະລິດ ທົ່ວກົມໃຫຍ່ການເມືອງກອງທັບ ແລະ ລົງເກັບກຳຂໍ້ມູນສໍາເລັດຕາມແຜນການ, ວຽກງານກໍ່ສ້າງ-ຄຸ້ມຄອງຊັບສິນ ໄດ້ຕິດຕາມການກໍ່ສ້າງ ຕຶກສານທະຫານຂັ້ນສູງ, ຕຶກໄອຍາການທະຫານຂັ້ນສູງ, ຕິດຕາມກວດກາການກໍ່ສ້າງເສັ້ນທາງເຂົ້າ ແລະ ເສັ້ນທາງພາຍໃນໂຮງຮຽນທິດສະດີການເມືອງ ສໍາເລັດ 100%. ນອກນີ້ຍັງຕິດຕາມບັນດາໂຄງການກໍ່ສ້າງທີ່ຍັງບໍ່ທັນສໍາເລັດ 37 ຄັ້ງ. ວຽກງານເສນາຮັກໄດ້ສົມທົບກັບ ສະຖາບັນກັນພະຍາດລົງສີດຢາຂ້າຍຸງຢູ່ບໍລິເວນຄ້າຍ ແລະ ບັນດາເຮືອນການນໍາສໍາເລັດ ຕາມແຜນການ, ຮັບບໍລິຈາກເລືອດຢູ່ອົງການກົມໃຫຍ່ການເມືອງ ໄດ້ເລືອດ 102 ຖົງ, ຕິດຕາມກວດ ກາສຸຂະພາບຂອງພະນັກງານ-ນັກຮົບ ທົ່ວອົງການກົມໃຫຍ່ການເມືອງໄດ້ 4.894 ເທື່ອ, ເອົາໃຈໃສ່ຄຸ້ມຄອງ ການຮັບ ແລະ ເບີກຈ່າຍນໍ້າມັນ ເຊື້ອໄຟຢູ່ໃນກົມກອງບໍ່ໃຫ້ຕົກ ເຮ່ຍເສຍຫາຍ ແລະ ຮັບປະກັນ ໄດ້ຄວາມປອດໄພ ແລະ ວຽກງານອື່ນໆທີ່ປິ່ນອ້ອມກໍມີຜົນສໍາເລັດ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ