
ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ I ສະໄໝທີ VI ຂອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2025-01-14 14:09:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 688 | ຄວາມນິຍົມ:
ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ I ສະໄໝທີ VI ປະຈໍາໄຕມາດ IV ປີ 2024 ຂອງໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຈັດຂຶ້ນໃນວັນທີ 13 ມັງກອນ 2025 ນີ້. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຳລີ ຈັນທະວົງ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນ, ມີສະຫາຍ ພົນຈັດຕະວະ ວົງມະນີຈັນ ສາມາວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ.
ສະຫາຍ ພັນໂທ ບຸນມີ ບຸນໜູເງິນ ຫົວໜ້າຫ້ອງການໂຮງຮຽນ ໄດ້ສະຫຼຸບຕີລາຄາຄືນການນຳພາ-ຊີ້ນໍາ ຂອງຄະນະປະຈຳພັກ-ຄະນະພັກ ໂຮງຮຽນ ປະຈໍາໄຕມາດ IV, ຍົກໃຫ້ເຫັນສະພາບທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ແລະ ການນຳພາປັບປຸງກໍ່ສ້າງກົມກອງ ແຕ່ຍ້ອນພາຍໃຕ້ການນຳພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືການນຳພາ-ຊີ້ນຳ ຂອງຄະນະປະຈໍາພັກ, ຄະນະບໍລິຫານງານພັກໂຮງຮຽນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ເປັນຮູບປະທຳຕົວຈິງ ແລະ ມີຜົນສຳເລັດໃນຫຼານດ້ານ ໂດຍປີ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ໃນນີ້, ໄດ້ຫັນລົງກໍ່ສ້າງຮາກຖານກົມກອງ ແລະ ບ້ານປະຊາຊົນ, ບົນພື້ນຖານປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ຈັດຕັ້ງລະບອບປະຈຳການ 3 ຂັ້ນຢ່າງເຂັ້ມງວດ ເຊິ່ງເຮັດໃຫ້ສະພາບໃນຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ 100%. ພ້ອມນີ້, ໄດ້ຖືວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ຕິດພັນກັບການສ້າງຂະບວນການຕ່າງໆຢ່າງມີບັນຍາກາດຟົດຟື້ນ ແລະ ເອົາໃຈໃສ່ປັບປຸງລະບຽບແບບແຜນຕາມຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄືຂອງໂຮງຮຽນວາງອອກ ແລະ ປະຕິບັດໂຄງການຫຼັກສູດການ ຮຽນ-ການສອນ, ອົບຮົມ-ຫັດແອບ ຖືກຕ້ອງ ທັນຕາມກຳນົດເວລາ ແລະ ວຽກງານປິ່ນອ້ອມອື່ນໆ ຂອງກົມກອງກໍມີຜົນສໍາເລັດເປັນຢ່າງສູງ.ກອງປະຊຸມຍັງໄດ້ພ້ອມກັນແລກປ່ຽນຄຳຄິດເຫັນຢ່າງມີເນື້ອໃນເລິກເຊິ່ງ ເພື່ອໃຫ້ແຜນການໃນຕໍ່ໜ້າບັນລຸຕາມຄາດໝາຍທີ່ວາງໄວ້.
ສະຫາຍ ພັນເອກ ສໍາລີ ຈັນທະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກໂຮງຮຽນ ສຶບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ກໍາແໜ້ນແນວທາງຂອງພັກ-ລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ເຊີດຊູບົດບາດການນຳພາຂອງພັກ, ຍົກສູງຄວາມເປັນແບບຢ່າງນຳໜ້າໃນທຸກຂະບວນການຂອງກົມກອງ, ເປັນເຈົ້າການແກ້ໄຂປະກົດຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ມີແບບແຜນວິທີເຮັດວຽກ ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ, ສືບຕໍ່ນຳເອົາມະຕິກອງປະຊຸມເຄື່ອນໄຫວເຜີຍແຜຢູ່ບັນດາກົມກອງ ພ້ອມກັນນໍາເອົາແຜນການໃນຕໍ່ໜ້າໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕົວຈິງ.
ໂດຍ: ຄໍາແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ