
ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນ
ເວລາອອກຂ່າວ: 2025-01-14 09:17:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 656 | ຄວາມນິຍົມ:
ສະຫາຍ ພັນເອກ ຄຳເຫຼັກ ສາຍຄຳພວນ ກຳມະການຄະນະປະຈຳພັກກອງບັນຊາການ, ຫົວ ໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ, ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະກອງບັນຊາການທະຫານແຂວງໃນການເປັນໃຈກາງປະສານງານກັບບັນ ດາອົງການຕ່າງໆ ຂົງເຂດວຽກງານພັກ-ວຽກງານການເມືອງ-ແນວຄິດ, ວຽກງານພະນັກງານ-ນະໂຍບາຍ ແລະ ວຽກງານອື່ນໆ ໃນນັ້ນ, ໄດ້ສຸມໃສ່ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ດຳເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ ຖືເອົາການສ່ອງແສງລາຍງານເປັນການສຳຫຼວດກວດກາຕິຊົມ ກໍ່ ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນກົມກອງໃຫ້ມີຄວາມສະຫງົບ ແລະ ມີຫຼາຍໜ່ວຍພັກໄດ້ຮັບການຢັ້ງຢືນຈາກຄະນະປະຈຳພັກແຂວງຫຼວງນ້ຳທາ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຫຼາຍສະໄໝຕິດຕໍ່ກັນ, ດ້ານວຽກງານກໍ່ສ້າງພະນັກງານ ໄດ້ຈັດສົ່ງພະນັກງານໄປບຳລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ ຕາມຕົວເລກແບ່ງປັນຂອງຂັ້ນເທິງ ແລະ ທຶນຊ່ວຍເຫຼືອລະຫວ່າງກົມກອງເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ສປ ຈີນ ສາມາດສ້າງໄດ້ພະນັກງານ 3 ຮຸ່ນສືບທອດປ່ຽນແທນ, ສະເໜີຍ້ອງຍໍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ພະນັກງານ-ນັກຮົບ ທີ່ຮຽນຈົບຈາກສາຍລັດ, ດ້ານວຽກງານນະໂຍບາຍໄດ້ປະຕິບັດຢ່າງຖືກຕ້ອງເຖິງຖອງບໍ່ວ່າຈະເປັນການອະນຸມັດການສ້າງຄອບຄົວໃໝ່, ລາພັກປະຈຳປີ, ໄປຢ້ຽມຢາມພະນັກງານອາວຸໂສບຳນານ ແລະ ອື່ນໆ, ດ້ານວຽກງານຍຸດຕິທຳ ໄດ້ຊີ້ນຳຂະແໜງການທີ່ກ່ຽວຂ້ອງໃນການເປັນເສນາທິການໃຫ້ຄະນະຫ້ອງການເມືອງເຮັດສຳເລັດໜ້າ ທີ່ຂອງຕົນ ພ້ອມນັ້ນ, ຍັງໄດ້ຊີ້ນຳຊາວໜຸ່ມ-ແມ່ຍິງເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງ ບໍ່ວ່າຈະເປັນການສ້າງຂະບວນການຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ ການແຂ່ງຂັນກິລາ, ສິລະປະ-ວັນນະຄະດີທີ່ກົມກອງຈັດຂຶ້ນ ກໍຄື ຂັ້ນເທິງແມ່ນໄດ້ປະກອບສ່ວນຢ່າງເຕັມທີ່ ແລະ ເປັນຂະບວນການຟົດຟື້ນ.
ສະຫາຍ ພັນເອກ ຄຳເຫຼັກ ສາຍຄຳພວນ ຍັງກ່າວຕື່ມອີກວ່າ: ນອກນັ້ນ, ຍັງຊີ້ນຳພະແນກການຕ່າງໆ ໃຫ້ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ດ້ວຍການປູກ-ການລ້ຽງ ໃນນັ້ນ, ກົມກອງມີສວນຢາງພາລາ 1 ຕອນ, ປູກຕົ້ນຢາງພາລາ 1.345 ຕົ້ນ ແລະ ປີຜ່ານມາສາມາດເກັບກູ້ຜົນຜະລິດໄດ້ດີສົມຄວນ. ນອກຈາກນີ້, ຍັງໄດ້ ປູກພືດລົ້ມລຸກ ແລະ ຂາຍສັດ ລ້ຽງອອກຈຳນວນໜຶ່ງ ສັງລວມ ແລ້ວໃນ 1 ປີ ຜ່ານມາ ສາມາດສ້າງລາຍຮັບຈາກການປູກ-ການລ້ຽງ ແລະ ການບໍລິການດ້ານອື່ນໆ ໄດ້ທັງໝົດ 120 ລ້ານກວ່າກີບ ແລະ ມີເງິນກອງທຶນທັງໝົດ 574.8000.000 ກີບ.
ສຳລັບທິດທາງແຜນການໃນ ຕໍ່ໜ້າແມ່ນຈະສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ມີຄວາມໜັກແໜ້ນ, ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ກົມກອງມີຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ 5 ບຸກທະລຸ ຂອງຄະນະພັກກະຊວງປ້ອງກັນປະເທດ ໃຫ້ປະກົດຜົນເປັນຈິງ ກໍຄື ມະຕິກອງປະຊຸມໃຫຍ່ຂອງຄະນະພັກກອງບັນຊາການທະຫານແຂວງຫຼວງນ້ຳທາ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ເລິກເຊິ່ງກວ້າງຂວາງ ແລະ ມີຄຸນນະພາບ, ເຄື່ອນໄຫວເກັບກຳສະພາບແນວຄິດຂອງພະນັກງານ-ນັກຮົບຢູ່ຂັ້ນອົງການ ແລະ ກົມກອງຮາກຖານເປັນປົກກະຕິ, ເພີ່ມທະ ວີເຮັດວຽກງານການເມືອງ-ແນວຄິດໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ເອົາໃຈໃສ່ຊີ້ນຳພະນັກງານ-ນັກຮົບໃນການປະຕິບັດ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມງວດ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊີ້ນຳ ແລະ ຄຸ້ມຄອງພາຫະນະເຕັກນິກການທະຫານ-ບໍລິຫານ ໃຫ້ຢູ່ໃນສະພາບດີ ແລະ ມີຄຸນນະພາບ ພ້ອມນັ້ນ, ກໍຕ້ອງອອກແຮງແຂ່ງຂັນກັນ ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນ ຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ທີ່ຈະມາເຖິງໃຫ້ເຕັມໄປ ດ້ວຍຄວາມໝາຍຄວາມສຳຄັນ ແລະ ມີບັນຍາກາດຟົດຟື້ນ.
ໂດຍ: ວັນໄຊ ໄສະຫວັດ
ພາບ: ແສງທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ