
ໂຮງໝໍສູນກາງ 103 ກອງທັບ ສະຫຼຸບວຽກງານອົບຮົມ-ຫັດແອບ
ເວລາອອກຂ່າວ: 2025-01-14 09:16:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 616 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດຕັ້ງສະຫຼຸບວຽກງານອົບຮົມ-ຫັດແອບ ເຝິກຝົນກຳລັງກາຍ ແລະ ຍິງລູກປືນແທ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ໄພວັນ ໄຊພູບານ ຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອຳນວຍການ ຕະຫຼອດຮອດ ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງພັນ ບຸນພະນຸໄຊ ຫົວໜ້າຫ້ອງການ ໂຮງໝໍສູນກາງ 103 ກອງທັບ ໄດ້ຜ່ານບົດສະຫຼຸບວຽກງານອົບຮົມ-ຫັດແອບ ໄລຍະ 29 ວັນ ນັບແຕ່ ວັນທີ 23 ກັນຍາ 2024-22 ຕຸລາ 2024 ເຫັນວ່າ: ຕະຫຼອດໄລຍະການອົບຮົມ-ຫັດແອບ ຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ນຳພາປະຕິບັດແຜນການອົບຮົມ-ຫັດແອບຢ່າງຕັ້ງໜ້າ, ຊີ້ນຳບັນດາຫ້ອງການ, ພະແນກການໃຫ້ສຸມໃສ່ຮ່ຳຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ຈັດຕັ້ງກວດກາຕາມລະບຽບຫຼັກການ, ພະນັກງານ-ນັກຮົບ ໄດ້ເອົາໃຈໃສ່ປະຕິບັດລະບຽບວິໄນ ເປັນຕົ້ນແມ່ນ ໂມງເວລາ, ການນຸ່ງຖື ແລະ ປະຕິບັດລະບຽບຕ່າງໆ ໄດ້ຢ່າງເຂັ້ມງວດ, ຮັກສາໄດ້ຄວາມສາມັກຄີເຊິ່ງກັນ ແລະ ກັນ ເຮັດໃຫ້ການອົບຮົມ-ຫັດແອບ ສຳເລັດຕາມຄາດໝາຍທີ່ວາງໄວ້, ເຊິ່ງສາມາດຕີລາຄາຜົນໄດ້ຮັບການຈັດຕັ້ງປະຕິບັດຍິງລູກປືນແທ້ ຊະນິດປືນ AKM ມີຈຳນວນພົນເຂົ້າຮ່ວມ 89 ສະຫາຍ ຄັດເລືອກໄດ້ປະເພດເກັ່ງມີ 5 ສະຫາຍ, ປະເພດກາງມີ 9 ສະຫາຍ, ລະດັບຄາດໝາຍມີ 77 ສະຫາຍ, ຊະນິດປືນ K59 ມີຈຳນວນພົນເຂົ້າຮ່ວມ 10 ສະ ຫາຍ, ຄັດເລືອກໄດ້ປະເພດເກັ່ງມີ 1 ສະຫາຍ, ປະເພດກາງມີ 1 ສະຫາຍ ແລະ ລະດັບຄາດໝາຍມີ 7 ສະຫາຍ.
ໂດຍ: ໂຊກທະວີ ແກ້ວບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ