
ປີ 2024 ແຂວງຜົ້ງສາລີ ມີຜົນສຳເລັດໃນຫຼາຍດ້ານ
ເວລາອອກຂ່າວ: 2025-01-14 09:14:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ:
ປີ 2024 ເປັນປີທີ 4 ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ IX (2021-2025) ເຂົ້າສູ່ຊີວິດຕົວຈິງ ສຸມໃສ່ແກ້ໄຂ 8 ບັນຫາຕົ້ນຕໍທີ່ແຂວງພົບພໍ້ຜ່ານມາ ແລະ ພວມປະເຊີນຢູ່ໃນປັດຈຸບັນ.
ພາຍໃຕ້ການຊີ້ນຳ-ນຳພາ ຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງ ແຂວງຜົ້ງສາລີ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ໃນນີ້ ມີບັນດາຄາດໝາຍໄດ້ບັນລຸ ແລະ ມີຄວາມຄືບໜ້າຫຼາຍວຽກງານ ໂດຍມອບໝາຍໃຫ້ບັນດາທ່ານຮອງເຈົ້າແຂວງຊີ້ນຳແຕ່ລະຂົງເຂດວຽກງານ ເປັນຜູ້ຕິດຕາມຊຸກຍູ້ຊ່ວຍໃນການຈັດຕັ້ງປະຕິບັດຕົວຈິງ: ຜ່ານການຈັດຕັ້ງປະຕິບັດໃນປີ 2024 ມີຜົນສຳເລັດໃນຫຼາຍດ້ານ ແລະ ບາງດ້ານກໍບັນລຸລື່ນແຜນ ເຖິງວ່າສະພາບແວດລ້ອມສາກົນ, ພາກພື້ນມີການຜັນແປໄປຢ່າງສັບຊ້ອນ ເຊິ່ງໄດ້ສົ່ງຜົນສະທ້ອນໂດຍທາງກົງ ແລະ ທາງອ້ອມຕໍ່ການປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ ກໍຄືການສ້າງສາພັດທະນາແຂວງຜົ້ງສາລີ; ແຕ່ພາຍໃຕ້ການຊີ້ນຳຂອງສູນກາງພັກ, ລັດຖະບານ ກໍຄືການເອົາໃຈໃສ່ນຳພາ-ຊີ້ນຳຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນພາຍໃນແຂວງ, ດ້ວຍຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ການສະໜັບສະໜູນຈາກພາຍນອກ ໄດ້ເຮັດໃຫ້ທົ່ວແຂວງສືບຕໍ່ມີຄວາມສະຖຽນລະພາບການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ມີຄວາມປອດໄພໂດຍພື້ນຖານ; ພື້ນຖານໂຄງລ່າງທີ່ຈຳເປັນຮັບໃຊ້ແກ່ການພັດທະນາ, ການດຳລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນເສັ້ນ ທາງເຂົ້າຫາບ້ານ, ເຂົ້າຫາເຂດຜະລິດ, ລະບົບຕາຂ່າຍໄຟຟ້າ ແລະ ລະບົບນ້ຳດື່ມ, ນ້ຳໃຊ້; ໂຄງລ່າງດ້ານໂຮງຮຽນ, ໂຮງໝໍ ແລະ ການບໍລິຫານ, ການບໍລິການຮັບໃຊ້ແກ່ປະຊາຊົນບັນດາເຜົ່າພາຍໃນແຂວງ ແມ່ນໄດ້ຮັບການປັບປຸງກໍ່ສ້າງ ແລະ ຍົກລະດັບຫຼາຍຂຶ້ນ ແລະ ດີຂຶ້ນກວ່າເກົ່າ; ນະໂຍບາຍສັງຄົມກໍໄດ້ຮັບການຈັດຕັ້ງປະຕິບັດຕໍ່ແຕ່ລະເປົ້າໝາຍວ່ອງໄວເພີ່ມຂຶ້ນກວ່າເກົ່າ ທັງໝົດນັ້ນແມ່ນການຊຸກຍູ້ຂະບວນການຮອບດ້ານໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ພາຍໃນແຂວງດຳເນີນມາດ້ວຍດີ ສາມາດບັນລຸໝາກຜົນຫຼາຍດ້ານ.
ໃນດ້ານເສດຖະກິດມະຫາພາກ: ອີງຕາມຜົນການລາຍງານສາມາດສັງລວມ ຄິດໄລ່ລວມຍອດຜະລິດຕະພັນພາຍໃນແຂວງໄດ້ 6.653,97 ຕື້ກີບ, ລື່ນແຜນ 31,05% (ແຜນການ 5.077,47 ຕື້ກີບ), ຂະຫຍາຍ ຕົວໃນລະດັບ 5,74%; ມີລາຍຮັບສະເລ່ຍຕໍ່ຫົວຄົນ 33, 02 ລ້ານກີບ ຫຼື 1.510 ໂດລາ (ຕາມເງື່ອນໄຂອັດຕາແລກປ່ຽນ 21.865 ກີບ ຕໍ່ 1 ໂດລາ); ທົ່ວແຂວງມີປະຊາກອນ 201.495 ຄົນ; ໃນນີ້: ຂະແໜງກະສິກຳ-ປ່າໄມ້ ແລະ ການປະມົງ ກວມ 50,19%, ອຸດສາຫະກຳ-ຫັດຖະກຳກວມ 20,20%, ການບໍລິການ ກວມ 27,57% ແລະ ພາສີ-ອາກອນຜະລິດຕະພັນຂາເຂົ້າສຸດທິ ກວມ 2,04%.
ຂ່າວ: ພູວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ