
ກອງພັນໃຫຍ່ 11 ຕ້ອນຮັບການເຂົ້າອວຍພອນ ຂອງຄະນະນຳ ວິທະຍາຄານການເມືອງ ປກສ
ເວລາອອກຂ່າວ: 2025-01-14 09:13:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 650 | ຄວາມນິຍົມ:
ວັນທີ 6 ມັງກອນ 2025 ນີ້, ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ຫົວໜ້າການເມືອງ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າອວຍພອນ ຂອງສະຫາຍ ພັນເອກ ປທ ສີເພົ້າ ບຸນບາລິດ ຮອງອຳນວຍການ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025).
ໂອກາດນີ້ ສະຫາຍ ພັນເອກ ປທ ສີເພົ້າ ບຸນບາລິດ ກໍໄດ້ກ່າວສະແດງຄວາມຍິນດີຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກອງທັບປະຊາຊົນລາວ ຍາດມາໄດ້ໃນຕະຫຼອດໄລຍະ 76 ປີ, ພ້ອມທັງກ່າວອວຍພອນໄຊອັນປະເສີດໃຫ້ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ, ພ້ອມດ້ວຍຄະ
ນະພັກ-ຄະນະນຳຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 11 ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ພັກ-
ລັດມອບໝາຍໃຫ້ປະສົບຜົນສຳເລັດ, ກາຍເປັນກົມກອງທີ່ມີແບບແຜນທັນສະໄໝກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ໂອກາດດຽວກັນນີ້ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ກໍໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ທົ່ວກອງພັນໃຫຍ່ 11 ກໍຄືນາຍ ແລະ ພົນທະຫານ ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນເອກ ປທ ສີເພົ້າ ບຸນບາລິດ ທີ່ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ອວຍພອນໄຊໃຫ້ສະຫາຍພ້ອມດ້ວຍຄະນະ ຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ປະສົບຜົນສຳເລັດໃນໜ້າທີ່ການງານອັນມີກຽດສະຫງ່າຂອງຕົນ, ສືບຕໍ່ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງສອງກຳລັງໃຫ້ນັບມື້ແໜ້ນແຟ້ນຂື້ນກວ່າເກົ່າ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກົມໂຄສະນາອົບຮົມ ປ້ອງກັນຄວາມສະຫງົບ ແລະ ບໍລິສັດ ຮ່ວມທຶນກະສິກຳຄົບວົງຈອນ ພ້ອມດ້ວຍຄະນະ ກໍໄດ້ເຂົ້າອວຍພອນໃນວັນດັ່ງກ່າວຕື່ມອີກ.
ໂດຍ: ວິລັດ ມົນດວງສິງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ