ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ບັນຫາ​ຂາດແຄນ​ແຮງ​ງານ ເປັນ​ວຽກ​ທີ່​ລັດຖະບານ ​ໃຫ້​ຄວາມ​ສຳຄັນ ແລະ ສືບຕໍ່​ແກ້​ໄຂ
ເວລາອອກຂ່າວ: 2025-01-14 09:12:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ:



ແຮງ​ງານ​ແມ່ນ ປັດ​ໄຈ​ສຳ ຄັນ​ໃນ​ການ​ຂັບ​ເຄື່ອນ​ເສດຖະກິດ​ຂອງ​ແຕ່​ລະ​ປະເທດ​ໃຫ້​ກ້າວ​ໄປ​ໜ້າ ຫາກ​ຂາດ​ແຮງ​ງານ ໂດຍ​ສະເພາະ​ແມ່ນ​ແຮງ​ງານ​ທີ່​ມີ​ສີມື ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ລະດັບ​ອັນ​ແນ່ນອນ​ຈະ​ເຮັດ​ໃຫ້ ການ​ພັດທະນາ​ບໍ່​ກ້າວໜ້າ ແລະ ໄລຍະ​ຫຼັງໆ​ມາ​ນີ້​ຢູ່​ລາວ​ເຮົາ​ກໍ​ເລີ່ມ​ເຫັນ​ວ່າ​ຫຼາຍ​ຫົວໜ່ວຍ​ໂຮງ​ຈັກ ໂຮງງານ ເລີ່ມ​ຂາດແຄນ​ແຮງ​ງານ​ລົງ ເຮັດ​ໃຫ້ການ​ດຳເນີນ​ທຸລະ​ກິດ​ມີ​ຄວາມ​ຫຍຸ້ງຍາກ​ຂຶ້ນ ຫຼາຍ​ຫົວໜ່ວຍ​ທຸລະ​ກິດ​ຕ້ອງ​ໄດ້​ໃຊ້​ຮູບ​ການ​ຕ່າງໆ​ເພື່ອ​ດຶງ​ດູດ​ເອົາ​ແຮງ​ງານ​ເຂົ້າ​ເຮັດ​ວຽກ​ໃນ​ຂະແໜງການ​ຂອງ​ຕົນ. ສະພາບ​ການ​ຂາດ​ແຮງ​ງານ ​ຢູ່​ປະເທດ​ເຮົາ​ເລີ່ມ​ປາກົດ​ເຫັນ​ແຈ້ງ​ໃນ​ໄລຍະ​ທີ່​ມີ​ການ​ລະບາດ ​ຂອງ​ພະຍາດ ໂຄ​ວິດ -19 ເປັນ​ ເປັນຕົ້ນ​ມາ ແຕ່​ພັດ​ມາ​ຊ້ຳເຕີມ​ ໜັກໜ່ວງ​ຢູ່​ໃນ​ໄລຍະ​ທີ່​ມີ​ຄວາມ ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ, ເປັນຕົ້ນ​ແມ່ນ​ເງິນ​ກີບ​ອ່ອນ​ຄ່າ, ອັດຕາ​ເງິນ​ເຟີ້​ສູງ, ຄ່າ​ຄອງ​ຊີບ​ແພງ​ຄ່າ​ແຮງ​ງາ​​ານ​ຕ່ຳ ແລະ ອີກ​ຫຼາຍ​ຢ່າງ​ມາ​ກະທົບ​ໃສ່​ເຮັດ​ໃຫ້​ສະພາບ​ແຮງ​ງານ​ລາວ​ຫຼາຍ​ລະດັບ ພາກັນ​ຫຼັ່ງ ໄຫຼ​ໄປ​ອອກແຮງ​ງານ​ຢູ່​ຕ່າງປະເທດ ສົ່ງ​ຜົນ​ກະທົບ​ຕໍ່​ພາຍ​ໃນ​ປະເທດ. ໃນ​ກອງ​ປະຊຸມ ສະໄໝ​ສາມັນ​ເທື່ອ​ທີ VIII ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ບັນດາ​ສະ ມາຊິກ​ສະພາ​ແຫ່ງ​ຊາດ​ມີ​ຄວາມ​ສົນໃຈ​ຫຼາຍ ແລະ ໄດ້​ຕັ້ງ​ຄຳ​ຖາມ​ເຈາະ​ຈີ້ມ​ຕໍ່​ລັດຖະບານ ເພື່ອ​ຊີ້​ແຈງ​ເຖິງ​ມາດ​ຕະການ ແລະ ວິທີ​ການ​ແກ້​ໄຂ​ບັນຫາ​ການ​ຂາດແຄນ​ແຮງ​ງານ​ຢູ່​ລາວ​ໃນຕໍ່ໜ້າ​ມີ​ຄື​ແນວໃດ? ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ  ຫົວໜ້າ​ຄະນະ​ລັດ​ຖະ​ບາງ​ໄດ້​ຊີ້​ແຈງ​ວ່າ: ການ​ແກ້​ໄຂ​ບັນຫາ​ການ​ຂາດແຄນ​ແຮງ​ງານ​ເປັນ​ໜຶ່ງ​ໃນ​ບັນຫາ​ເຄັ່ງຮ້ອນ​ທາງ​ດ້ານ​ສັງຄົມ​ທີ່​ລັດຖະບານ​ໄດ້​ສຸມ​ໃສ່​ແກ້​ໄຂ ແຕ່​ຢາກ​ໃຫ້​ເຂົ້າໃຈ​ແຈ້ງ​ຕື່ມ​ວ່າ: ໃນຕໍ່ໜ້າ​ລັດຖະບານ​ຈະ​ສຸມ​ໃສ່​ມາດ​ຕະ ການ​ຈຳນວນ​ໜຶ່ງ​ເປັນຕົ້ນ: ຮີບ​ຮ້ອນ​ທົບ​ທວນ ແລະ ປັບປຸງ​ຄືນ​ບັນດາ​ນະໂຍບາຍ​ມະຫາ​ພາກ​ດ້ານ​ການ​ສ້າງ​ສີມື​ແຮງ​ງານ ເຊິ່ງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ໄດ້​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ປຸງ​ປັບ​ເຊື່ອ​ວ່າ​ເມື່ອ​ຜ່ານ​ແລະ​ປະກາດ​ໃຊ້​ແລ້ວ ລັດຖະບານ​ຈະ​ຮີບ​ຮ້ອນ​ປັບປຸງ​ນະ​ໂຍບາຍ​ທີ່​ເປັນ​ນິຕິ​ກຳ​ລຸ່ມ​ກົດໝາຍ​ໃຫ້​ໄວ; ຂະຫຍາຍ​ໂຮງຮຽນ​ສາມັນ​ວິຊາ​ຊີບ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ເພື່ອ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ສາຍ​ສາມັນ​ວິຊາ​ຊີບ​ແລ້ວ​ບໍ່​ມີ​ຈຸດປະສົງ​ຮຽນ​ຕໍ່​ໃນ​ສາຍ ອາຊີວະ​ສຶກ​ສາ ຫຼື ມະຫາວິທະຍາໄລ​ກໍ​ສາມາດ​ເຂົ້າ​ເຮັດ​ວຽກ​ໄດ້​ເລີຍ; ສືບຕໍ່​ປັບປຸງ​ນະໂຍບາຍ​ການ​ຊຸກຍູ້​ສົ່ງເສີມ​ໃຫ້​ຜູ້​ປະກອບ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ສ້າງ​ສີມື​ແຮງ​ງານ​ໂດຍ​ສະເພາະ​ແມ່ນ​ນະໂຍບາຍ​ດ້ານ​ອາກອນ ນະໂຍບາຍ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ຫຼື ນະໂຍບາຍ​ທາງ​ດ້ານ​ຄ່າ​ເຊົ່າ​ສຳ​ປະທານ​ທີ່​ດິນ​ສຳລັບ​ຜູ້​ປະກອບ​ການ​ທີ່​ໄດ້​ສົ່ງເສີມ ແລະ ສ້າງ​ສີມື​ແຮງ​ງານ​ໄດ້​ຫຼາຍ ສິ່ງ​ສຸດ​ທ້າຍ​ແມ່ນ ປັບປຸງ​ຂອດ​ປະສານ​ງານ ລະຫວ່າງ​ຜູ້​ອອກແຮງ​ງານ ແລະ ຜູ້​ມີ​ສີມື​ແຮງ​ງານ​ໃຫ້​ກົມກຽວ​ກັນ​ເພື່ອ​ສ້າງ​ແຮງ​ງານ​ໃຫ້​ຖືກຕ້ອງ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ. ຕໍ່​ບັນຫາ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ນີ້ ຜ່ານ​ມາ​ລັດຖະບານ​ໄດ້​ມີ​ຄວາມ​ພະຍາຍາມ​ປະຕິບັດ​ມາ​ຕະການ​ຕ່າງໆ ເພີ່ມ​ທະວີ​ຄວາມ​ເອົາໃຈໃສ່ ແລະ ພັດທະນາ​ສີມື​ແຮງ​ງານ​ໃນ​ຫຼາຍ​ຮູບ​ແບ​ເຊັ່ນ: ການ​ລະດົມ​ໃຫ້​ຜູ້​ປະກອບ​ການ​ມີ​ນະໂຍບາຍ​ຕໍ່​ແຮງ​ງານ​ລາວ​ດ້ວຍ​ການ​ສ້າງ​ເງື່ອນໄຂ​ພັດທະນາ​ສີມື​ແຮງ​ງານ​ກັບ​ທີ່ ໂດຍ​ສະເພາະ ​ແມ່ນ​ບັນດາ​ໂຮງງານ​ອຸດສາຫະກຳ​ຕ່າງໆ​ກໍ​ສາມາດ​ແກ້​ໄຂ​ໄດ້​ດີ​ ສົມຄວນ ແຕ່​ການ​ອີງໃສ່​ການ ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ​ກໍ​ເຫັນ​ໄດ້​ວ່າ​ພວກ​ເຮົາ​ຍັງ​ຂາດແຄນ​ແຮງ​ງານ​ຫຼາຍ ດັ່ງນັ້ນ ທຸກ​ຂະແໜງການ ທຸກ​ຫົວໜ່ວຍ​ທຸລະ​ກິດ ທີ່​ນຳ​ໃຊ້​ແຮງ​ງານ ຄວນ​ເປັນ​ເຈົ້າ​ການ​ຮ່ວມ​ກັບ​ພາກ​ລັດ​ໃນ​ການ​ແກ້​ໄຂ​ທາງ​ອອກ​ຊ່ວຍ​ໃຫ້​ແຮງ​ງານ​ລາວ​ໄດ້​ຮັບ​ການ​ຍົກ​ລະດັບ​ທາງ​ດ້າ​​ານ​ສີມື​ແຮງ​ງານ​ສູງ​ຂຶ້ນ ເປີດ​ໂອກາດ​ໃຫ້​ແຮງ​ງານ​ທຸກ​ລະດັບ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ຫຼາຍ​ຂຶ້ນ ເຊິ່ງ​ຈະ​ເປັນ​ພື້ນຖານ​ສຳຄັນ​ໃນ​ການ​ແກ້​ໄຂ​ໃຫ້​ຂາດ​ຕົວ. ຮຽບ​ຮຽງ​ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ