
ເມືອງແກ່ນທ້າວ ຍົກສູງປະສິດທິພາບການລົງທຶນ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ
ເວລາອອກຂ່າວ: 2025-01-14 09:06:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:
ໃນໄລຍະ 5 ປີຕໍ່ໜ້າ (2025-2029) ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະສູ້ຊົນລະດົມແຫຼ່ງທຶນເພື່ອການພັດທະນາໂຕເລກຄາດຄະແນໃຫ້ໄດ້ 29 ໂຄງການ, ມູນຄ່າ 71,97 ຕື້ກີບ. ໃນນີ້, ການລົງທຶນຈາກງົບປະມານພາຍໃນ 11 ໂຄງການ 36,43 ຕື້ກີບ ເທົ່າກັບ 50,61%. ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ໄດ້ 3 ໂຄງການ ມູນຄ່າ 4,85 ຕື້ກີບ ເທົ່າກັບ 6,72%. ການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 4 ໂຄງການ ມູນຄ່າ 18,17 ຕື້ກີບ ເທົ່າກັບ 25,24%.ການລົງທຶນຂອງປະຊາຊົນໃຫ້ໄດ້ 11 ໂຄງການ ມູນຄ່າ 12,52 ຕື້ກີບ ເທົ່າກັບປະມານ 17,42% ຂອງການລົງທຶນທັງໝົດ.
ໄປຄ່ຽງຄູ່ກັນນີ້, ເມືອງຈະພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ ໃຫ້ມີຄວາມເຂັ້ມແຂງ. ເຮັດໃຫ້ຈຳນວນຜູ້ປະກອບການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ໃຫຍ່ໃຫ້ເພີ່ມຂຶ້ນ, ຊຸກຍູ້ສົ່ງເສີມ ແລະ ກຳນົດສິນຄ້າໂອດັອບ ໃຫ້ໄດ້ 2 ລາຍການ, ພ້ອມທັງປັບປຸງຄຸນນະພາບ ແລະ ໄດ້ມາດຕະຖານເປັນທີ່ຍອມຮັບຂອງຕະຫຼາດ; ສ້າງເງື່ອນໄຂໃຫ້ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ມີເງື່ອນໄຂເຂົ້າເຖິງກອງທຶນດອກເບ້ຍຕ່ຳໃຫ້ໄດ້ 3 ຫົວໜ່ວຍ/ປີ. ພັດທະນາເສດຖະກິດລວມໝູ່ ຂອງປະຊາຊົນໃຫ້ມີປະສິດທິພາບ ແລະ ມີຄວາມເຂັ້ມແຂງ. ສ້າງ ແລະ ປັບປຸງກຸ່ມຄ້າຂາຍ ແລະ ບໍລິການ ໃຫ້ມີສະມາຊິກເພີ່ມຂຶ້ນຢ່າງໜ້ອຍ 3 ຫົວໜ່ວຍ, ກຸ່ມເກັບຊື້ຜົນຜະລິດກະສິກຳ 5 ຫົວໜ່ວຍ, ກຸ່ມຊື້-ຂາຍສັດ 7 ຫົວໜ່ວຍ, ສ້າງກຸ່ມບໍລິການຈຳໜ່າຍນ້ຳມັນໃຫ້ໄດ້ 1 ກຸ່ມ, ປັບປຸງກຸ່ມໂຮງສີເຂົ້າໃຫ້ມີການເຄື່ອນໄຫວ ແລະ ທັນສະໄໝ, ປັບປຸງ ແລະ ຊຸກຍູ້ຕະຫຼາດຊື້-ຂາຍສັດໃຫຍ່ (ງົວ, ຄວາຍ) ໃຫ້ໄດ້ມີການເຄື່ອນໄຫວ 1 ເດືອນຕໍ່ຄັ້ງ.
ສ້າງກຸ່ມປູກພືດໃຫ້ໄດ້ 60 ກຸ່ມ, ສົ່ງເສີມການປູກພືດສະອາດໃຫ້ໄດ້ 136 ຄອບຄົວ, ສ້າງກຸ່ມລ້ຽງສັດໃຫ້ໄດ້ 84 ກຸ່ມ, ຈັດຝຶກອົບຮົມເຕັກນິກການລ້ຽງສັດໃຫ້ໄດ້ 160 ຄອບຄົວ, ພ້ອມນີ້ຈະສົ່ງເສີມຫົວໜ່ວຍທຸລະກິດ, ຊາວກະສິກອນປັບປຸງຮູບແບບການຜະລິດເປັນສິນຄ້າ, ຜະລິດສະບຽງອາຫານໃຫ້ສາມາດຕອບສະໜອງກັບຄວາມຕອງການພາຍໃນ ແລະ ສ້າງຄອບຄົວຕົວແບບໃຫ້ໄດ້ຫຼາຍກວ່າ 30 ຄອບຄົວ, ສ້າງບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ໃຫ້ໄດ້ 14 ບ້ານ.
ໂດຍ: ຕະວິນຍານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ