
ໜ່ວຍສິລະປະສະໝັກຫຼິ້ນ ທະຫານແຂວງຫຼວງພະບາງ ສະແດງຜ່ານລາຍການ
ເວລາອອກຂ່າວ: 2025-01-14 09:04:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:
ວັນທີ 8 ມັງກອນ 2025 ນີ້, ໜ່ວຍສິລະປະສະໝັກຫຼິ້ນ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດການສະແດງຜ່ານລາຍການເຝິກຊ້ອມຂອງຕົນ, ເພື່ອກວດກາຄວາມພ້ອມເຄື່ອນໄຫວສະແດງຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຫຼວງພະບາງ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ເຊິ່ງລາຍການທີ່ໄດ້ນຳມາສະແດງໃນຄັ້ງນີ້ປະກອບມີ 5 ລາຍການຄື: ຮ້ອງໝູ່ຍິງ-ຊາຍປະກອບຟ້ອນໃນບົດເພງທີ່ມີຊື່ວ່າ: ຊົມເຊີຍກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ, ຮ້ອງໝູ່ຍິງ ໃນບົດເພງ ເມືອງລາວມີພັກນຳພາ, ຮ້ອງໝູ່ຍິງ-ຊາຍ ປະກອບຟ້ອນໃນບົດເພງ ເທີດທູນພັກ, ຮ້ອງໝູ່ຊາຍ ໃນບົດເພງ ກຳລັງທ້ອງຖິ່ນຫຼວງພະບາງກ້າວໄປ ຟ້ອນໝູ່ຍິງ-ຊາຍ ບ່າວ-ສາວລາວມ່ວນຊື່ນ, ເຊິ່ງຜ່ານສະແດງແມ່ນໄດ້ດຳເນີນໄປຢ່າງຄຶກຄື້ນມ່ວນຊື່ນ. ທັງນີ້, ແມ່ນກວດກາຄວາມພ້ອມ, ໂດຍມີ ສະຫາຍ ພັນເອກ ວິລະສິນມິດຕະພອນ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງການ ເມືອງທະຫານແຂວງ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມຮັບຊົມ. ເຊິ່ງຜ່ານການສະແດງແມ່ນໄດ້ຮັບສັງເກດຕີລາຄາຈາກບັນດາສະ ຫາຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບຢ່າງໃກ້ຊິດ ເພື່ອແນໃສ່ປັບປຸງແຕ່ລະລາຍການໃຫ້ມີຄວາມສອດຄ່ອງເອກະພາບ ແລະ ຮັບປະກັນເຮັດໃຫ້ບົດຟ້ອນ, ຮ້ອງບົດລຳ ມີເນື້ອໃນສ່ອງແສງເລິກເຊິ່ງເຖິງວິທີການດຳລົງຊີວິດ, ຮີດຄອງປະເພນີອັນດີງາມ ຂອງຊາດ-ຂອງພັກ, ມູນເຊື້ອການຕໍ່ສູ້ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 76 ປີຜ່ານມາ. ພ້ອມກັນນີ້, ຍັງເປັນການກວດກາຄຸນນະພາບ ແລະ ຮັບປະກັນໃຫ້ການເຄື່ອນໄຫວສະແດງຮັບໃຊ້ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ໃຫ້ມີບັນຍາກາດຟົດຟຶ້ນມ່ວນຊື່ນ.
ໂດຍ: ສົມພອນ ສຸວັນທອນ
ພາບ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ