
ມອບ-ຮັບ ປື້ມກົດໝາຍໃຫ້ຫ້ອງສະໝຸດ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2025-01-14 09:03:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:
ວັນທີ 8 ມັງກອນ 2025 ນີ້, ສະຫາຍ ພັນໂທ ວໍລະວັນ ໄຊຍະແສງ
ຫົວໜ້າພະແນກໂຄສະນາເຜີຍແຜ່ກົມກົດໝາຍກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະ, ໄດ້ມອບປື້ມກົດໝາຍ, ດຳລັດ, ຂໍ້ຕົກລົງ ແລະ ປື້ມຄູ່ມື ໃຫ້ແກ່ຫ້ອງສະໝຸດກົມໃຫຍ່ພະລາທິການກອງທັບ ລວມທັງໝົດຈຳນວນ 234 ຫົວ, ເຊິ່ງໄດ້ໃຫ້ກຽດຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ນາງ ບຸນຮອງ ວົງດີ ຮອງຫົວໜ້າພະແນກສຳເອກະສານຫ້ອງການ ກົມໃຫຍ່ພະລາທິການກອງທັບ, ໂດຍມີ ສະ ຫາຍ ພັນໂທ ພູວົງ ລັດສະໝີ ຮອງຫົວໜ້າຫ້ອງການ ກົມໃຫຍ່ພະລາທິການກອງທັບ ແລະ ພະນັກງານຈາກພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການມອບ-ຮັບ ປື້ມໃນຄັ້ງນີ້, ເຊິ່ງເປັນວຽກງານໜື່ງທີ່ສຳຄັນປະກອບເຂົ້າໃນຫ້ອງສະໝຸດ ແລະ ມີຜົນປະໂຫຍດສູງສຸດໃຫ້ແກ່ນາຍ ແລະ ພົນທະຫານຢູ່ໃນທົ່ວເຫຼົ່າຮົບພະລາທິການກອງທັບ ເພື່ອໄດ້ນຳໄປສຶກສາຮຽນຮູ້, ຄົ້ນຄວ້າ, ເກັບກຳຂໍ້ມູນດ້ານຕ່າງໆ ຂອງການຈັດຕັ້ງໃນກອງທັບປະຊາຊົນລາວ.
ໂດຍ: ຄຳປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ