ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ພະ​ແນກ​ໂຄສະນາ​ອົບຮົມ ທະຫານ​ແຂວງ​ວຽງ​ຈັນ ປະດັບ​ປະດາ​ສະຖານທີ່​ຄ້າຍ​ຄູ
ເວລາອອກຂ່າວ: 2025-01-14 09:02:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ:



ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ດ້ານ​ຕ່າງໆ ຂ່ຳນັບ​ຮັບ​ຕ້ອນ​ວັນ​ປະຫວັດ ສາດ​ທີ່​ສຳຄັນ ຂອງ​ຊາດ, ຂອງ​ພັກ ເປັນຕົ້ນ​ແມ່ນ​ວັນ ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 76 ປີ, (20 ມັງກອນ 1949-20 ມັງກອນ 2025) ທີ່​ຈະ​ມາ​ ເຖິງ​ນີ້​ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ ແລະ ເຮັດ​ໃຫ້​ຄ້າຍ​ຄູ​ມີ​ຄວາມ​ຈົບງາມ. ພະ​ແນກ​ໂຄສະນາ​ອົບຮົມ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ເຊິ່ງ​ນຳ​ໂດຍ ສະຫາຍ ພັນ​ໂທ ຈັນທະ​ສົງ ວົງ​ບຸດ​ໄຕ ຮອງ​ຫົວໜ້າ​ພະ​ແນກ​ໂຄສະນາ​ອົບຮົມ​ທະຫານ​ແຂວງ​ວຽງ​ຈັນ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ​ພາຍ​ໃນ​ພະ​ແນກ​ໄດ້​ພ້ອມ​ກັນ​ປະດັບ​ປະດາ​ອ້ອມ​ສະຖານທີ່​ຄ້າຍ​ຄູ ເປັນຕົ້ນ​ແມ່ນ​ຕິດ​ທຸງຊາດ, ທຸງ​ພັກ, ທຸງ​ທິວ​ອ້ອມ​ປະຕູໂຂງ​ໃຫຍ່ ແລະ ປະຕູໂຂງ​ນ້ອຍ, ຕາມ​ເສັ້ນທາງ​ໜ້າ​ຄ້າຍ, ຕິດ​ປ້າຍ​ຄຳ​ ຂວັນ ແລະ ປະດັບ​ປະດາ​ສະ ຖານທີ່​ຕ່າງໆ​ພາຍ​ໃນ​ຄ້າຍ, ເພື່ອ​ໃຫ້​ມີ​ຄວາມ​ສວຍ​ງາມ ໃນ​ໂອ ກາດ​ກະກຽມ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ທີ່​ຈະ​ມາ​ເຖິງ​ໃນ​ມໍ່ໆ​ນີ້​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ກ້ວ​​າງ​ຂວາງ. ທັງ​ນີ້, ຍັງ​ເປັນ​ການ​ສ້າງ​ຂະ​ບວນ​ການ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ອີກ​ດ້ວຍ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ