
ກອງພັນໃຫຍ່ 643 ມອບເງິນນະໂຍບາຍອຸດໜູນ ບຳນານໃຫ້ແກ່ພະນັກງານ
ເວລາອອກຂ່າວ: 2025-01-14 09:01:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 530 | ຄວາມນິຍົມ:
ກອງພັນໃຫຍ່ 643 ໄດ້ມອບເງິນນະໂຍບາຍອຸດໜູນໃຫ້ນາຍທະຫານ ພັກການ ຮັບບຳ ນານ ໄດ້ຈັດຂຶ້ນ ໃນວັນທີ 8 ມັງກອນ 2025 ນີ້. ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາຄະ ນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 643, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະ ແນກການກ່ຽວຂ້ອງ ແລະ ພະນັກງານຜູ້ທີ່ໄດ້ຮັບອຸດໜູນບຳ ນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນແສງ ຈິດບົວລະພາ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 643 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ, ໂດຍອີງຕາມກົດໝາຍ ວ່າດ້ວຍນາຍທະຫານໃນກອງທັບປະຊາຊົນລາວ. ດັ່ງ ນັ້ນ, ກະຊວງປ້ອງກັນປະເທດໄດ້ຕົກລົງອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ ຢູ່ກອງພັນໃຫຍ່ 643 ຈຳນວນ 2 ສະຫາຍ ພ້ອມທັງມອບເງິນນະໂຍບາຍອຸດໜູນບຳນານທັງໝົດຈຳນວນ 31.262.000 ກີບ ໂດຍແມ່ນ ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເປັນຜູ້ກ່າວມອບ.
ໂອກາດນີ້, ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ເຫື່ອແຮງ, ສະຕິປັນຍາທີ່ບັນດາສະຫາຍໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພ້ອມທັງໄດ້ປະກອບ
ສ່ວນຢ່າງຕັ້ງໜ້າໃນການສ້າງສາພັດທະນາກົມກອງ ເວົ້າລວມ, ເວົ້າສະເພາະ ກໍຄືກອງພັນໃຫຍ່ 643 ຂອງພວກເຮົາ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ເປັນກ້າວໆມາ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບອຸດໜູນບຳນານໃນຄັ້ງນີ້ ຈົ່ງສືບຕໍ່ປະກອບສ່ວນວຽກງານຢູ່ທ້ອງຖິ່ນບ້ານ, ເມືອງ ທີ່ຕົນພັກເຊົາ ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ລູກຫຼານເຍົາວະຊົນທີ່ເກີດໃໝ່ໃຫຍ່ລຸນ ໃຫ້ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະໃໝ່ຂອງພັກເຮົາ ແລະ ນຳໃຊ້ຮ່ວງເງິນດັ່ງກ່າວສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເລື້ອຍໆໄປ.
ໂດຍ: ຄຳໝັ່ນ ຄົງວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ