ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ນັກ​ເຕະບານ​ດີເດັ່ນ​ຂອງ ອາ​ຊຽນ ຄັບ 2024
ເວລາອອກຂ່າວ: 2025-01-13 09:45:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນ​ລາຍ​ຊື່​ນັກ​ເຕະ​ດີເດັ່ນ​ຂອງ ASEAN Cup 2024 ຈາກ​ການ​ຄັດ​ເລືອກ​ໂດຍ​ອົງການ​ເກັບ​ກຳ​ສະຖິຕິ​ນັກ​ເຕະບານ​ອາ​ຊຽນ (Sofascore) ໄດ້​ລົງ​ຄະແນນ​ສຽງ​ນັກ​ເຕະ​ດີເດັ່ນ ASEAN Cup 2024 ຜ່ານ​ມາ, ບໍ່​ມີ​ຊື່​ກອງ​ໜ້າ ຫງວ​​ຽນ ຊວນ​ເຊີນ ທີມ​ຊາດ​ຫວຽດນາມ ຜູ້​ຫຼິ້ນ​ດີເດັ່ນ​ຂອງ​ການ​ແຂ່ງຂັນ ແລະ ໄດ້ຮັບລາງວັນນັກເຕະຊົງ ຄຸນຄ່າ. ຕາມ​ສະຖິຕິ Sofascore ພຽງແຕ່​ເກັບ​ກຳ​ເວລາ​ການ​ແຂ່ງ ຂັນ​ຂອງ​ຜູ້​ຫຼິ້ນ​ທີ່​ລົງ​ສະໜາມ​ ຢ່າງໜ້ອຍ 60% ຂອງ​ເວລາ​ ການ​ແຂ່ງຂັນ. ຕາມ​ມາດຖານ​ນີ້, ທີມ​ແຊັມ​ຫວຽດນາມ ມີ 3 ຄົນ ​ຄື: ກອງ​ກາງ ຫງວ​​ຽນ ຮວ່າງ​ ດຶກໄດ້ 7.13 ຄະແນນ, ລົງຫຼິ້ນ 89% ນາທີ, ກອງ​ຫຼັງ ບຸ່ຍ​ຕ໋ຽນ​ຢຸງ 7.06 ຄະແນນ, ລົງ​ຫຼິ້ນ 81% ນາທີ ແລະ ກອງ​ຫຼັງ ຟາມ ຊວນ ມິງ 7.15 ຄະແນນ 74% ນາທີ. ຮອງ​ອັນ​ດັບ 2 ໄທ ມີ 5 ຄົນ ປະກອບ​ມີ: ເພັດ​ສະໝອນ ເກດ​ສະ​ຫວັດ ໄດ້ 7.18 ຄະແນນ, ສຸ​ພານິດ 7.59 ຄະແນນ, ວີລະ​ເທບ ພົມ​ມະ​ພັນ 7.16 ຄະແນນ, ນິ​ໂຄລັສ ມິກ​ເຄລ​ສັນ 7.00 ຄະແນນ ແລະ ນາງ ປັນ​ຊາ ເຮມ​ວິບູນ 6.97 ຄະແນນ. ນອກ​ນັ້ນ​ຍົງ​ມີ ນັກ​ເຕະ​ດີເດັ່ນ​ຂອງ ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ສິງກະໂປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ