ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ພະຈິກ 2025

  

ປີ 2025 ເຊ​ກອງ ຈາກ​ແຂວງ​ທຸກ​ຍາກ​ ຈະ​ກ້າວ​ເປັນ​ແຂວງ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ການ​ເງິນ
ເວລາອອກຂ່າວ: 2025-01-13 09:34:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1061 | ຄວາມນິຍົມ:



ປີ 2025 ເປັນ​ປີ​ມ້ວນທ້າຍ​ຂອງ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ອົງຄະ​ນະ​ພັກ ໂດຍ​ແຂວງ​ເຊ​ກອງ​ຈະ​ສືບຕໍ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ຮັບປະກັນ​ດ້ານ​ເສດຖະກິດ ມີ​ການ​ຂະຫຍາຍຕົວ ໃນ​ລະດັບ 6.2% ຂອງ GDP ບັນລຸ​ໄດ້ 3,376 ຕື້​ກີບ ໃນ​ນັ້ນ​ຂະແໜງ​ກະສິກຳ ເພີ່ມ​ຂຶ້ນ 4.34% ກວມ​ເອົາ 62.99% ຂະແໜງ​ອຸດ​ສະຫະ​ກຳ ເພີ່ມ​ຂຶ້ນ 7.90% ກວມ​ເອົາ 23.20%. ຂະແໜງ​ບໍລິການ ເພີ່ມ​ຂຶ້ນ 6.46% ກວມ​ເອົາ 13.81% ຂອງ (GDP). ໃນ​ຂະນະ​ດຽວ​ກັນ​ຄາດ​ ຄະເນ​ລາຍ​ຮັບ ຈະ​ສູ້​ຊົນ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 616 ຕື້​ກີບ ໃນ​ນັ້ນ: ພູດ​ຂອງ​ສູນ​ກາງ 95 ຕື້​ກີບ ແລະ ພູດ​ຂອງ​ທ້ອງຖິ່ນ 521 ຕື້​ກີບ ແລະ ປະຕິບັດ​ລາຍ​ຈ່າຍ 472 ຕື້​ກີບ ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ ລັດຖະບານ​ເປີດ​ກ້ວ​​າງ ຄັ້ງ​ທີ II ປີ 2024 ໃນ​ລະຫວ່າງ​ວັນ​ທີ 6-7 ມັງກອນ 2025 ຜ່ານ​ມາ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງ​ເຊ​ກອງ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ປີ 2025 ຈະ​ກ້າວ​ໃຫ້​ເປັນ​ແຂວງ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ການ​ເງິນ​ເພື່ອ​ສ້າງ​ປະຫວັດສາດ​ໜ້າ​ໃໝ່​ຈາກ​ທີ່​ເປັນ​ແຂວງ​ທຸກ​ຍາກ, ພູ​ດອຍ​ໃຫ້​ກຸ້ມ​ຕົນ​ເອງ ບໍ່​ໃຫ້​ເປັນ​ພາລະ​ຂອງ​ລັດຖະບານ ແລະ ຈະ​ກ້າວ​ຂຶ້ນ​ດຸ່ນ​ດ່ຽງ​ຊ່ວຍ​ລັດຖະບານ​ໃນ​ປີ ຕໍ່​ໄປ, ພ້ອມ​ດຽວ​ກັນ​ນັ້ນ​ຈະ​ສືບຕໍ່​ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະເທດ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ແລະ ຄຸ້ມ​ຄອງ​ບັນດາ​ການ​ລົງທຶນ​ຂະໜາດ​ໃຫຍ່, ໂຄງການ​ຂຸດ​ຄົ້ນ​ບໍ່​ຖ່ານ​ຫີນ, ໂຄງການ​ພະລັງງານ​ລົມ, ໂຄງການ​ຂຸດ​ຄົ້ນ​ແຮ່​ບົກ​ຊິດ ແລະ ໂຄງການ​ພັດທະນາ​ບໍ່​ແຮ່​ອື່ນໆ​ໃຫ້​ໄປ​ຕາມ​ແຜນການ​ທີ່​ລັດຖະບານ​ໄດ້​ວາງ​ໄວ້​ເພື່ອ​ຮັບປະກັນ​ຄວາມ​ຍືນ​ຍົງ​ການ​ປົກ​ປັກ​ຮັກສາ​ສິ່ງ ແວດລ້ອມ. ທ່ານ​ກ່າວ​ຕື່ມ​ວ່າ: ໃນ​ແຜນ ປີ 2025 ນີ້່ ຈະ​ເນັ້ນ​ໃສ່​ການ​ສ້າງ​ເສດຖະກິດ​ເອກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ ແລະ ວຽກ​ທີ່​ເປັນ​ວຽກ​ບຸລິມະສິດ ໂດຍ​ສະເພາະ​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ເນື່ອງ​ຈາ​ກວ່າ​ໄດ້​ມີ​ແຜນ​ຄາດ​ຄະເນ, ຄາດໝາຍ​ວ່າ​ຈະ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ການ​ເງິນ, ແຕ່​ຄວາມທຸກ​ຍາກ​ເຫັນ​ວ່າ​ຍັງ​ກວມ​ອັດຕາ​ສ່ວນ​ສູງ​ຢູ່​ເມື່ອ​ສົມ​ທຽບໃສ່​ມາດຕະຖານ​ໃໝ່ ໂດຍ​ສະເພາະ​ມາດຕະຖານ 348 ເຊິ່ງ​ຈະ​ສືບຕໍ່​ໃນ​ເຂດ​ເມືອງ​ກະລຶມ, ດາກ​ຈຶງ ແລະ ເມືອງ​ລະ​ມາມ ຈຳນວນ​ໜຶ່ງ​ທີ່​ຍັງ​ບໍ່​ທັນ​ໄດ້​ຕາມ​ມາດຖານ​ທີ່​ໄດ້​ກຳນົດ​ໄວ້ ແລະ ບັນຫາ​ສຳຄັນ​ອີກ​ອັນ​ໜຶ່ງ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ແມ່ນ​ໄດ້​ນຳ​ໃຊ້​ກຳລັງ​ແຮງ​ທີ່​ມີ ໂດຍ​ສະເພາະ​ນຳ​ໃຊ້​ການ​ລົງທຶນ​ຂະໜາດ​ໃຫຍ່​ປະກອບສ່ວນ​ເອົາ​ບັນດາ​ການ​ລົງທຶນ​ທີ່​ມີ​ກອງ​ທຶນ​ຕ່າງໆ​ມາ​ພັດທະນາ ໝາຍ​ຄວາມ​ວ່າ​ໃຫ້​ປະຊາຊົນ​ເຂົ້າ ​ຮ່ວມ ແລະ ມີ​ສ່ວນ​ຮ່ວມ​ໃນ​ບັນດາ​ໂຄງການ​ດັ່ງກ່າວ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາເຈົ້າ​ນັບ​ມື້​ດີ​ຂຶ້ນ ແລະ ສືບຕໍ່​ມູນເຊື້ອ​ດຸໝັ່ນ, ວິລະ​ຊົນ​ເອົາ​ມາ​ເປັນ​ມູນເຊື້ອ​ໃນ​ການ​ພັດທະນາ, ເຖິງ​ແມ່ນ​ວ່າ​ພາຍ​ໃນ​ແຂວງ​ຈະ​ມີ​ຫຼາຍ​ເຜົ່າ​ຢູ່​ຮ່ວມ​ກັນ ແຕ່​ກໍ​ມີ​ຄວາມ​ປອງ​ດອງ​ສາມັກຄີ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໂດຍ​ສະເພາະ​ໃນ​ໄລຍະ​ມີ​ພັກ​ນຳພາ ແລະ ມີ​ແນວທາງ​ທີ່​ຖືກຕ້ອງ​ເຫັນ​ວ່າ​ປະຊາຊົນ​ມີ​ຄວາມ​ເຂົ້າໃຈ ປະຕິບັດ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ, ຄວາມ​ສາມັກຄີ​ບັນດາເຜົ່າ​ແມ່ນ​ໄດ້​ຖື​ເອົາ​ອົງ​ການຈັດຕັ້ງ​ຂອງ​ພັກ​ໂດຍ​ສະເພາະ​ສະມາຊິກ​ພັກ​ຕ້ອງ​ໄດ້​ສືບຕໍ່​ນຳພາ​ການເມືອງ​ແນວ​ຄິດ​ໃຫ້​ປະຊາຊົນ​ເຂົ້າໃຈ​ສະພາບ​ລວມ​ໃນ​ປັດຈຸບັນ, ໃນ​ນັ້ນ​ພ້ອມ​ກັນ​ປະຕິບັດ​ມະຕິ 04 ໃນ​ການ​ສ້າງ​ເສດຖະກິດ​ເອກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ, ຕ້ອງ​ເລີ່ມ​ຈາກ​ຄອບຄົວ, ປະຊາຊົນ​ຕ້ອງ​ຮູ້ຈັກ​ປະຢັດ, ສະ​ສົມ, ກຸ້ມ​ຕົນ​ເອງ​ເພິ່ງ​ພາ​ຕົນ​ເອງ, ບໍ່​ເອື່ອຍ​ອີງ, ບໍ່​ລໍຄອຍ​ການ​ຊ່ວຍເຫຼືອ, ຕ້ອງ​ຫັນປ່ຽນ​ແນວ​ຄິດ, ພວກ​ເຮົາ​ມີ​ຊັບພະຍາກອນ, ດິນ, ນ້ຳ, ມີ​ແນວທາງ​ທີ່​ຖືກຕ້ອງ, ມີ​ກົດໝາຍ, ມີ​ກົນ​ໄກ​ນຳພາ​ທີ່​ເປັນ​ລະບົບ​ຄົບ​ຖ້ວນ​ໂດຍ​ໄດ້​ໃຫ້​ພະນັກງານ​ສະມາຊິກ​ພັກ​ການ​ນຳ​ເປັນ​ແບບຢ່າງ​ໃນ​ການຈັດຕັ້ງ​ການ​ປະຕິບັດ. ທ່ານ​ກ່າວ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ປີ 2024 ຜ່ານ​ມາ​ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ໃນ​ລະດັບ 6% ຂອງ GDP ມີ​ມູນ​ຄ່າ 2,984 ຕື້​ກີບ. ໃນ​ນັ້ນ: ຂະແໜງ​ກະສິກຳ ເພີ່ມ​ຂຶ້ນ 4.32% ກວມ​ເອົາ 62.81%. ຂະແໜງ​ອຸດສາຫະກຳ ເພີ່ມ​ຂຶ້ນ 7.10% ກວມ​ເອົາ 22.51%. ຂະແໜງ​ບໍລິການ ເພີ່ມ​ຂຶ້ນ 6.84% ກວມ​ເອົາ 14.68% ຂອງ GDP. ສາມາດ​ເກັບ​ລາຍ​ຮັບ​ໄດ້ 632.62 ຕື້​ກີບ ລື່ນ​ແຜນ 211.61%, ໃນ​ນັ້ນ: ພູດ​ຂອງ​ສູນ​ກາງ 127.21 ຕື້​ກີບ ແລະ ພູດ​ຂອງ​ທ້ອງຖິ່ນ 505.07 ຕື້​ກີບ; ການ​ລົງທຶນ ພາກ​ເອກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ ແມ່ນ​ມີ​ບັນຍາກາດ​ຟົດຟື້ນ ເປັນຕົ້ນ: ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ກະ​ໝານ 3, ໂຄງການ​ຂຸດ​ຄົ້ນ-ປຸງ​ແຕ່ງ​ຖ່ານ​ຫີນ, ໂຄງການ​ພະລັງງານ​ລົມ 600 ເມ​ກະ​ວັດ ມີ​ຄວາມ​ຄືບ​ໜ້າ 90% ຄາດ​ວ່າ​ຈະ​ປະຕິບັດ​ສຳເລັດ​ໃນ​ປີ 2025 ແລະ ຈະ​ທົດ​ລອງ​ຜະລິດ​ກະແສ​ໄຟຟ້າ 300 ເມ​ກະ​ວັດ, ຈະ​ສົ່ງ​ກະແສ​ໄຟຟ້າ​ອອກ​ຂາຍ​ໄປ​ປະເທດ​ຫວຽດນາມ ໃນ​ເດືອນ 3-4 ປີ 2025 ນີ້ ແລະ ໃນ​ທ້າຍ​ປີ ແມ່ນ​ຈະ​ໄດ້​ຜະລິດ​ເຕັມ​ອັດຕາ 600 ເມ​ກະ​ວັດ; ສຳລັບ​ໂຄງການ​ລົງທຶນ​ດ້ານ​ກະສິກຳກໍ​ເປັນ​ຂະ​ບວນ​ການ​ຟົດຟື້ນ ເຊິ່ງ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ ໃຫ້​ແກ່​ຄົນ​ທ້ອງຖິ່ນ​ຢ່າງ​ຫຼວງ ຫຼາຍ, ສາມາດ​ຫຼຸດຜ່ອນ ແລະ ສະກັດ​ກັ້ນ​ການ​ໄປ​ອອກແຮງ​ງານ​ຢູ່​ຕ່າງປະເທດ. ໂດຍ: ສຳ​ນານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ