ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ເຮັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ ໄປ​ຄວບ​ຄູ່​ກັບ​ວຽກ​ງານ​ການ​ສຶກ​ສາ
ເວລາອອກຂ່າວ: 2025-01-13 09:09:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 670 | ຄວາມນິຍົມ:



ໃນ​ທ້າຍ​ປີ 2024 ທີ່​ຜ່ານ​ມາ​ນີ້, ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ກົມ​ຈັດ​ຕັ້ງ ແລະ ພະນັກງານກະ ຊວງ​ສຶກ​ສາ​ທິ​ການ ແລະ ກິລາ ເຊິ່ງ​ນຳ​ໂດຍສະຫາຍ ພັນ​ເອກ ຄຳ​ຮັງ ໄຊ​ມຸງຄຸນ ຮອງ​ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ສົມທົບ​ກັບກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ແລະ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ ລາ​ແຂວງ​ສະຫວັນ​ນະ​ເຂດ, ວິ ທະຍາໄລ​ຄູ​ສະຫວັນ​ນະ​ເຂດ ແລະ ຫ້ອງການ​ສຶກ​ສາ ແລະ ກິລາ ເມືອງ​ເຊ​ໂປນ ໄດ້​ລົງ​ເຄື່ອນ​ໄຫວ​ເກັບ​ກຳ​ຂໍ້​ມູນ​ຢູ່​ໂຮງຮຽນ​ຊັ້ນ​ປະ ຖົມ​ທີ່​ຂາດ​ຄູ​ສອນ​ຢູ່​ເຂດ​ຈຸດ​ສຸມ​ຈຽງ​ຕູບ, ຈຸດ​ສຸມ​ຜາ​ບັງ, ຈຸດ​ສຸມ​ກະ​ຕູບ-ມະ​ຫາດ ແລະ ບັນດາ​ຈຸດ​ສຸມ​ເຂດ​ຫ່າງ​ໄກ​ສອກຫຼີກ ຂອງ​ເມືອງ​ເຊ​ໂປນ ແຂວງ​ສະຫວັນ​ນະ​ເຂດ. ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ສອງ​ກະຊວງ​ ຄື: ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ໃນ​ການ​ພັດທະນາ​ວຽກ​ງານ​ການ​ສຶກ​ສາ​ໃນ​ທົ່ວ​ປະເທດ ກໍຄື​ ການ​ແກ້​ໄຂ​ບັນຫາ​ຄູ​ອາສາ​ສະໝັກ, ບັນຫາ​ຄູ​ສອນ ບໍ​່ພຽງພໍ​ໃນ​ເຂດ​ຊົນນະບົດ, ຫ່າງ​ໄກ​ສອກຫຼີກ ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ກໍຄື​ ເມືອງ​ເຊ​ໂປນ ເປັນ​ແຂວງ​ທຳ​ອິດ ແລະ ເປັນ​ເມືອງ​ຕົ້ນ​ແບບ ໃນ​ການຈັດຕັ້ງ​ປະຕິບັດ​ຢູ່​ບັນດາ​ແຂວງ, ເມືອງ​ເປົ້າ​ໝາຍ​ຕ່າງໆ​ ທົ່ວ​ປະເທດ. ໃນ​ການ​ລົງ​ເກັບ​ຂໍ້​ມູນ​ສະຖິຕິ​ຄູ​ສອນ, ນັກຮຽນ ແລະ ໂຮງຮຽນ​ຊັ້ນ​ປະຖົມ​ທີ່​ຂາດ​ຄູ​ສອນ ໃນ​ຄັ້ງ​ນີ້, ກົມ​ກໍ່ສ້າງ​ຮາກ ​ຖານ ກົມ​ໃຫຍ່​ການເມືອງ​ກອງ ທັບ ພ້ອມ​ດ້ວຍກົມ​ຈັດ​ຕັ້ງ ແລະ ພະນັກງານ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ, ເມືອງ​ເຊ​ໂປນ ແລະ ວິທະຍາໄລ​ຄູ​ສະຫວັນ​ນະ​ເຂດ ໄດ້​ມີ​ການ​ພົບ​ປະ​ໂອ້​ລົມ​ເພື່ອ​ປຸກລະດົມ​ຊຸກຍູ້​ຄູ​ອາສາ​ສະໝັກ​ທີ່​ສອນ​ມາ​ຫຼາຍ​ປີ ແລະ ບໍ່​ທັນ​ໄດ້​ບັນຈຸ​ເຂົ້າ​ເປັນ​ລັດຖະກອນ​ຢູ່​ບັນດາ​ຈຸດ​ສຸມ​ຕ່າງໆ​ ຂອງ​ເມືອງ​ເຊ​ໂປນ ໃຫ້​ເຂົາເຈົ້າ​ເຂົ້າ​ເປັນ​ທະຫານ​ອາ​ຊີບ​ ໂດຍ​ບັນຈຸ​ຢູ່​ໃນ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ເພື່ອ​ເຮັດ​ໜ້າທີ່​ໃນ​ການ​ສິດສອນ​ນ້ອງ​ນ້ອຍ​ນັກ ຮຽນ​ຢູ່​ເຂດ​ຫາງ​ໄກ​ສອກຫຼີກ​ຕາມ​ຈຸດ​ສຸມ​ຕ່າງໆ​ ເຂດ​ເມືອງ​ເຊ​ໂປນ​ຂອງ​ລັດຖະບານ; ສ່ວນ​ນະໂຍບາຍ​ຕ່າງໆ ​ຕໍ່​ຄູ​ອາສາ​ສະໝັກ​ທີ່​ເຂົ້າ​ເປັນ​ທະຫານ​ອາ​ຊີບ​ແລ້ວ​ນັ້ນ ແມ່ນ​ຈະ​ໄດ້​ຮັບ​ນະ​ໂຍບາຍ​ຕ່າງໆ ​ຂອງ​ກອງທັບ​ຕາມ​ລະບຽບ​ການ ​ເປັນຕົ້ນ​ແມ່ນ​ນະໂຍບາຍ​ໃນ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ, ເລື່ອນ​ຂັ້ນ​ຕ່າງໆ ຕາມ​ກົດໝາຍ​ຂອງ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ. ການ​ຊຸກຍູ້​ປຸກລະດົມ​ຄູ​ອາສາ​ສະໝັກ​ໃນ​ຄັ້ງ​ນີ້​ ເຫັນ​ວ່າ​ ບັນດາ​ຄູ​ອາສາ​ສະໝັກ​ແຕ່ລະຄົນ​ຢູ່​ຈຸດ​ສຸມ​ຕ່າງໆ​ກໍມີ​ຄວາມ​ສະໝັກ​ໃຈ ແລະ ດີໃຈ ຕໍ່​ກັບ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດຖະບານ ກໍ​ຄື​ ກອງທັບ​ໃນ​ການ​ແກ້​ໄຂ​ບັນຫາ​ຄູ​ອາສາ​ສະໝັກ​ມາ​ຫຼາຍ​ປີ ທັງ​ຍັງ​ເປັນ​ການ​ແກ້​ໄຂ​ບັນຫາ​ປະລະ​ການ​ຮຽນ​ຂອງ​ນັກຮຽນ​ໃນ​ເຂດ​ຊົນ ນະບົດ​ຫ່າງ​ໄກ​ສອກຫຼີກ​ ໃຫ້​ຫຼຸດ​ລົງ​ເທື່ອ​ລະ​ກ້າວ. ໂອກາດ​ດັ່ງກ່າວ, ຍັງ​ໄດ້​ພົບ​ປະ​ໂອ້​ລົມ ແລະ ຊີ້​ນຳ​ຄະນະ​ພັກ-ຄະນະ​ບັນຊາກອງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ ຈຸດ​ສຸມ​ຈຽງ​ຕູບ ແລະ ບັນດາ​ກອງຮ້ອຍ​ທະຫານ​ຊາຍ​ແດນ ເພື່ອ​ຄັດ​ເລືອກ​ເອົາ​ພະນັກງານ-ນັກຮົບ ເຂົ້າ​ມາ​ເຝິກ ອົບຮົມ​ວິຊາ​ຄູ ທີ່​ວິທະຍາໄລ​ຄູ​ສະຫວັນ​ນະ​ເຂດ ຈະ​ໄດ້​ເປີດເຝິກ ອົບຮົມ​ວຽກ​ງານ​ຄູ​ໃນ​ມໍ່ໆ​ນີ້ ເພື່ອ​ ຊ່ວຍ​ສິດສອນ​ນ້ອງ​ນ້ອຍ​ຢູ່​ໂຮງ ຮຽນ​ເຂດ​ຫ່າງ​ໄກ​ສອກຫຼີກຈຸດ​ ສຸມ​ຈຽງ​ຕູບ ແລະ ຈຸດ​ສຸມ​ຕ່າງໆ​ ຂອງ​ເມືອງ​ເຊ​ໂປນ ແຂວງ​ສະ ຫວັນ​ນະ​ເຂດ, ສ່ວນ​ກຳລັງ​ອ້າຍ​ນ້ອງ​ທະຫານທີ່​ສອນ​ຊ່ວຍ​ນັ້ນ​ກໍຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ 70% ຂອງ​ເງິນເດືອນ​ຈາກກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ນຳ​ອີກ. ໂດຍ: ວິລະ​ພົງ ເທບ​ໂພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ