
ຫ້ອງເສນາທິການ ທະຫານແຂວງໄຊສົມບູນ ຍາດໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2025-01-13 09:08:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 646 | ຄວາມນິຍົມ:
ສະຫາຍ ພັນໂທ ປອ ສະເຫຼີມ ໄຊສົມພອນ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ກົມກອງຍາດມາໄດ້ຕໍ່ກອງປະຊຸມສະຫຼຸບວຽກງານຮອບດ້ານຂອງຫ້ອງເສນາທິການ ປະຈຳປີ 2024 ແລະ ທິດທາງ ປະຈຳປີ 2025 ວ່າ: ຄະນະພັກ-ຄະນະຫ້ອງເສນາທິການໄດ້ສຸມໃສ່ວຽກງານສຶກສາອົບຮົບການເມືອງ-ນຳພາແນວຄິດຕິດພັນກັບວຽກງານຮັບປະກັນ ເຮັດໃຫ້ສະພາບມີຄວາມສະຫງົບ ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ປັບປຸງຕາໜ່າງປ້ອງກັນຊາດຢູູ່ຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄປພ້ອມກັບການນຳເອົາແນວທາງມະຕິຄຳສັ່ງຕ່າງໆຂອງຂັ້ນເທິງມາຈັດຕັ້ງໂຄສະນາເຜີຍແຜ່ ເຮັດໃຫ້ພະນັກງານ-ນັກຮົບ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ຕໍ່ແນວທາງດັ່ງກ່າວພ້ອມທັງມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການປະຕິບັດບັນດາຂໍ້ກຳນົດ 7 ລະບອກ 18 ວຽກຂອງກອງທັບວາງອອກຢ່າງເຂັ້ມງວດ ໃນນັ້ນ, ໄດ້ເປັນເຈົ້າການວຽກງານແກ້ໄຂເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ເປັນຕົ້ນແມ່ນ ສຸມໃສ່ແຜນການສ້າງບ້ານປ້ອງກັນຊາດເຂັ້ມແຂງ ແລະ ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ໃຫ້ບັນລຸຄາດໝາຍທີ່ວາງໄວ້.
ວຽກງານອົບຮົມ-ຫັດແອບ ໄດ້ນຳພາອົງການ 5 ຫ້ອງຈັດຕັ້ງປະຕິບັດອົບຮົມ-ຫັດແອບ ຕາມແຜນການຂອງກອງບັນຊາການທະຫານແຂວງໄຊສົມບູນກຳນົດ ພ້ອມທັງລົງຊຸກຍູ້-ຊີ້ນຳບັນດາກົມກອງຮາກຖານຂຶ້ນກັບເປີດ-ປິດບັ້ນອົບຮົມ-ຫັດແອບປະຈຳປີ 2024 ໃຫ້ສຳເລັດຕາມແຜນການ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານອົງ ການຈັດຕັ້ງມະຫາຊົນ ແລະ ວຽກງານນະໂຍບາຍອື່ນໆ ກໍໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຕັ້ງ ໜ້າ ໃນການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບໃນກົມກອງພ້ອມທັງສະເໜີຍ້ອງຍໍ, ການເລື່ອນຊັ້ນ, ເລື່ອນທຽບຊັ້ນ, ການລາພັກປິ່ນປົວສຸຂະພາບ, ການສ້າງຄອບຄົວໃໝ່, ຊ່ວຍເຫຼືອຄອບ ຄົວພະນັກງານເສຍຊີວິດ ແລະ ອື່ນໆ ນອກຈາກນີ້, ກໍເອົາໃຈໃສ່ຊີ້ນຳວຽກງານຮັບປະກັນດ້ານພະລາທິການເພື່ອແກ້ໄຂຊີວິດ ການເປັນຢູ່ຂອງກົມກອງຢ່າງແຂງແຮງ ເຊິ່ງສະແດງອອກໃນໄລຍະ 1 ປີຜ່ານມາ ຫ້ອງເສນາທິການກອງບັນຊາການທະຫານແຂວງສາມາດສ້າງລາຍຮັບເຂົ້າຄັງລວມຂອງຫ້ອງຈາກການປູກ ຝັງ-ລ້ຽງສັດ ແລະ ບໍລິການອື່ນໆ ໄດ້ທັງໝົດ 58.447.000 ກີບ.
ສະຫາຍ ພັນໂທ ປອ ສະເຫຼີມ ໄຊສົມພອນ ຍັງກ່າວຕື່ມອີກວ່າ: ໃນຕໍ່ໜ້າແມ່ນຈະໄດ້ສຸມໃສ່ວຽກງານແກ້ໄຂເຮັດໃຫ້ສະພາບມີຄວາມສະຫງົບ ຕິດພັນກັບວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ມີຄວາມໜັກແໜ້ນ ຮັບປະກັນເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະແນກການ ຕະຫຼອດຮອດພະນັກງານ-ນັກ ຮົບຕ້ອງເປັນເຈົ້າການເກັບກຳ ສະພາບໃນຂອບເຂດທີ່ຕົນຮັບ ຜິດຊອບໃຫ້ສະພາບມີຄວາມສະ ຫງົບ, ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ຍົກສູງວຽກງານອົບຮົມ-ຫັດແອບເປັນພື້ນຖານສຳຄັນ, ວຽກງານກໍ່ສ້າງພັກ-ພະນັກງານ ຕິດພັນກັບການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກທີ່ມີລັກສະນະວິທະຍາສາດນຳໜ້າ ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ບົດ: ວັນນາ ເອື້ອນຸສາ
ພາບ: ສົດ ນາມໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ