ການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດປະຈຳປີ 2018 ຈະເປີດຂຶ້ນໃນທ້າຍເດືອນທັນວາ
ເວລາອອກຂ່າວ: 2018-11-20 09:12:27 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 14109 | ຄວາມນິຍົມ:
ການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດປະຈຳປີ 2018 ຈະເປີດສາກຂຶ້ນຢ່າງເປັນທາງການໃນທ້າຍເດືອນ ທັນວາ ນີ້, ເພື່ອເປັນການຄັດເລືອກເອົານັກ ກີລາຜູ້ທີ່ມີຄວາມສາມາດ ແລະ
ພອນສະຫວັນດີເດັ່ນຕິດທີມຊາດ
ຮຸ່ນເຍົາວະຊົນ ແລະ ຊຸດໃຫຍ່ ກຽມຕາງໜ້າ ສປປ ລາວ ເຂົ້າຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ເປັນເຈົ້າພາບ ໃນປີ 2019.
ອີງຕາມຂໍ້ມູນໜັງສືແຈ້ງການຂອງສະຫະພັນກີລາດອກປີກໄກ່ແຫ່ງຊາດລາວແຈ້ງໃຫ້ຊາບວ່າ: ສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ຈະໄດ້ຈັດການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດ ປະຈຳປີ 2018 ເພື່ອເປັນການຄັດເລືອກເອົານັກກີລາຜູ້ທີ່ມີຄວາມສາມາດ ແລະ ພອນສະຫວັນດີເດັ່ນຕິດທີມຊາດຮຸ່ນ ເຍົາວະຊົນ ແລະ ຊຸດໃຫຍ່. ການ
ແຂ່ງຂັນຄັ້ງນີ້ແມ່ນຈະແຂ່ງຂັນໃນລະຫວ່າງວັນ 28-30 ທັນວາ
2018 ທີ່ສະໂມສອນດອກປີກໄກ່ໃນຮົ່ມລ້ານຊ້າງ. ເຊິ່ງມີລາຍການແຂ່ງຂັນທັງໝົດ 6 ລາຍການປະກອບມີການຄັດເລືອກທີມຊາດຮຸ່ນເຍົາວະຊົນ ມີ 3 ຮຸ່ນ ຄື: ດ່ຽວຊາຍ ອາຍຸ 15 ປີຂຶ້ນໄປ, ດ່ຽວຍິງ ອາຍຸ 17 ປີຂຶ້ນໄປ ແລະ ດ່ຽວຊາຍ ອາຍຸ 17 ປີຂຶ້ນໄປ ໂດຍທັງໝົດ 3 ຮຸ່ນ ນີ້
ແມ່ນຈະເອົາພຽງຮຸ່ນລະ 4 ຄົນ
ແລະ ການຄັດເລືອກທີມຊາດຊຸດໃຫຍ່ປະກອບມີ 3 ຮຸ່ນຄື: ດ່ຽວຊາຍທົ່ວໄປ, ຄູ່ຊາຍທົ່ວໄປ ແລະ ຄູ່ປະສົມທົ່ວໄປອາຍຸ 18 ປີຂຶ້ນໄປ ແຕ່ບໍ່ເກີນ 28 ປີ ໂດຍທັງ 3 ຮຸ່ນນີ້ແມ່ນຈະຄັດເລືອກເອົາພຽງ ຮຸ່ນລະ 4 ຄົນ. ສຳລັບລາງວັນໃນ
ການແຂ່ງຂັນດັ່ງກ່າວນັກກີລາທີ່ໄດ້ອັນດັບ 1-4 ແມ່ນຈະໄດ້ຮັບ
ໃບຢັ້ງຢືນການເປັນນັກກີລາທີມ
ຊາດຊຸດໃຫຍ່ ແລະ ໄດ້ຮັບສິດເຂົ້າ
ຮ່ວມແຂ່ງຂັນລາຍການດອກປິກໄກ່ ລະດັບສາກົນ ກໍຄືລາຍການ ເບຍລາວອິນເຕີເນຊັນແນວ 2019 ຫຼື “BEERLAO INTERNATIONAL SERIES 2019” ເຊິ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 19-24 ກຸມພາ 2019 ແລະ ໄດ້ຮັບສິດຮ່ວມຄັດເລືອກເຂົ້າຮ່ວມແຂ່ງຂັນງານມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນປີ 2019 ພ້ອມກັບສິດໃນການເຄື່ອນໄຫວແຂ່ງຂັນກີລາດອກປີກໄກ່ລະດັບພາກພື້ນ ແລະ ສາກົນ ເພື່ອເກັບຄະແນນສະສົມອັນດັບໂລກອີກດ້ວຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ