ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດປະຈຳປີ 2018 ຈະເປີດຂຶ້ນໃນທ້າຍເດືອນທັນວາ
ເວລາອອກຂ່າວ: 2018-11-20 09:12:27 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 13318 | ຄວາມນິຍົມ:



ການ​ແຂ່ງຂັນ​ກີລາ​ດອກ​ປີກ​ໄກ່ທົ່ວ​ປະເທດປະຈຳ​ປີ 2018 ຈະ​ເປີດ​ສາກ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ ທັນວາ ​ນີ້, ເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ນັກ ກີລາ​ຜູ້​ທີ່​ມີ​ຄວາມ​ສາມາດ ແລະ ພອນ​ສະຫວັນ​ດີເດັ່ນຕິດ​ທີມ​ຊາດ ​ຮຸ່ນ​ເຍົາວະ​ຊົນ ແລະ ຊຸດ​ໃຫຍ່ ກຽມ​ຕາງ​ໜ້າ ​ສປປ ລາວ ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີລາ​ຊີເກມ ຄັ້ງ​ທີ 30 ທີ່​ປະເທດ​ຟີ​ລິບ​ປິນ ເປັນ​ເຈົ້າພາບ ໃນ​ປີ 2019. ອີງ​ຕາມ​ຂໍ້​ມູນ​ໜັງສື​ແຈ້ງ​ການ​ຂອງ​ສະຫະພັນ​ກີລາ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວແຈ້ງ​ໃຫ້​ຊາບ​ວ່າ: ສະຫະພັນ​ກີລາ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ ຈະ​ໄດ້​ຈັດການ​ແຂ່ງຂັນ​ກີລາ​ດອກ​ປີກ​ໄກ່ທົ່ວ​ປະເທດ ປະຈຳ​ປີ 2018 ເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ນັກກີລາ​ຜູ້​ທີ່​ມີ​ຄວາມ​ສາມາດ ແລະ ພອນ​ສະຫວັນ​ດີເດັ່ນຕິດ​ທີມ​ຊາດຮຸ່ນ ​ເຍົາວະ​ຊົນ ແລະ ຊຸດ​ໃຫຍ່. ການ ​ແຂ່ງຂັນ​ຄັ້ງ​ນີ້ແມ່ນ​ຈະ​ແຂ່ງຂັນ​ໃນ​ລະຫວ່າງ​ວັນ 28-30 ທັນວາ 2018 ທີ່​ສະໂມສອນ​ດອກ​ປີກ​ໄກ່​ໃນ​ຮົ່ມ​ລ້ານ​ຊ້າງ. ເຊິ່ງ​ມີ​ລາຍການ​ແຂ່ງຂັນທັງ​ໝົດ 6 ລາຍການປະກອບ​ມີການ​ຄັດ​ເລືອກທີມ​ຊາດຮຸ່ນ​ເຍົາວະ​ຊົນ ມີ 3 ຮຸ່ນ ຄື: ດ່ຽວ​ຊາຍ ອາຍຸ 15 ປີຂຶ້ນ​ໄປ, ດ່ຽວ​ຍິງ ອາຍຸ 17 ປີ​ຂຶ້ນ​ໄປ ແລະ ດ່ຽວ​ຊາຍ ອາຍຸ 17 ປີ​ຂຶ້ນ​ໄປ ໂດຍ​ທັງ​ໝົດ 3 ຮຸ່ນ ນີ້​ ແມ່ນ​ຈະ​ເອົາ​ພຽງຮຸ່ນ​ລະ 4 ຄົນ ແລະ ການ​ຄັດ​ເລືອກທີມ​ຊາດ​ຊຸດ​ໃຫຍ່ປະກອບ​ມີ 3 ຮຸ່ນຄື: ດ່ຽວ​ຊາຍ​ທົ່ວ​ໄປ, ຄູ່​ຊາຍ​ທົ່ວ​ໄປ ແລະ ຄູ່​ປະສົມ​ທົ່ວ​ໄປອາຍຸ 18 ປີ​ຂຶ້ນ​ໄປ ແຕ່​ບໍ່​ເກີນ 28 ປີ ໂດຍ​ທັງ 3 ຮຸ່ນ​ນີ້ແມ່ນ​ຈະ​ຄັດ​ເລືອກ​ເອົາ​ພຽງ ຮຸ່ນ​ລະ 4 ຄົນ. ສຳລັບ​ລາງວັນ​ໃນ​ ການ​ແຂ່ງຂັນ​ດັ່ງກ່າວນັກກີລາ​ທີ່​ໄດ້​ອັນ​ດັບ 1-4 ແມ່ນ​ຈະ​ໄດ້​ຮັບ ​ໃບຢັ້ງຢືນ​ການ​ເປັນ​ນັກກີລາ​ທີມ ​ຊາດ​ຊຸດ​ໃຫຍ່ ແລະ ໄດ້​ຮັບ​ສິດ​ເຂົ້າ ​ຮ່ວມ​ແຂ່ງຂັນ​ລາຍການ​ດອກ​ປິກ​ໄກ່ ລະດັບ​ສາກົນ ກໍຄືລາຍການ ເບຍ​ລາວອິນ​ເຕີ​ເນ​ຊັນ​ແນວ 2019 ຫຼື “BEERLAO INTERNATIONAL SERIES 2019” ເຊິ່ງ​ຈະ​ຈັດ​ຂຶ້ນ​ໃນ​ລະ ຫວ່າງ​ວັນ​ທີ 19-24 ກຸມພາ 2019 ແລະ ໄດ້​ຮັບ​ສິດ​ຮ່ວມ​ຄັດ​ເລືອກ​ເຂົ້າ​ຮ່ວມ​ແຂ່ງຂັນ​ງານ​ມະ​ຫະ​ກຳ​ກີລາ​ຊີເກມ ຄັ້ງ​ທີ 30 ທີ່​ປະເທດ​ຟີ​ລິບ​ປິນ ໃນ​ປີ 2019 ພ້ອມ​ກັບ​ສິດ​ໃນ​ການເຄື່ອນໄຫວ​ແຂ່ງຂັນ​ກີລາ​ດອກ​ປີກ​ໄກ່​ລະດັບ​ພາກ​ພື້ນ ແລະ ສາກົນ ເພື່ອ​ເກັບ​ຄະແນນ​ສະ​ສົມ​ອັນ​ດັບ​ໂລກ​ອີກ​ດ້ວຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ