ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2025-01-10 15:37:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:
ວັນທີ 10 ມັງກອນ 2025 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ພົບປະໂອ້ລົມນາຍທະຫານ, ພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງໄຊຍະບູລີ ໂດຍໃຫ້ກຽດຕ້ອນຮັບ ຂອງສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກກອງບັນຊາ, ຄະນະພັກຂະນະບັນຊາ ກອງພົນທີ 2, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ນາຍທະຫານ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ສາມາດເຮັດຫຼ້ອນໜ້າທີ່ຫຼາຍດ້ານໃນໄລຍະຜ່ານມາ ໂດຍໄດ້ຍຶດໝັ້ນໃນສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນຳເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ ເຄື່ອນໄຫວປັບປຸງກໍ່ສ້າງກໍາລັງປະກອບອາວຸດທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນກາຍເປັນກຳລັງທີ່ຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ. ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕັ້ງໜ້າປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ, ພ້ອມກັນເຊີດຊູມານະຈິດປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ເສີມຂະຫຍາຍມູນເຊື້ອທາດແທ້ຂອງກຳລັງປະກອບອາວຸດປະຕິວັດ, ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ຍົກສູງຄວາມຮູ້ຄວາມສາມາດໃນການນໍາພາ-ບັນຊາຕາມທິດຫັນກອງທັບກາຍເປັນກອງທັບທີ່ມີແບບແຜ່ນທັນສະໄໝ, ສຸມໃສ່ສ້າງພະລາທິການກັບທີ່ຕາມທິດນໍາ 4 ປູກ 4 ລ້ຽງເພື່ອສ້າງກົມກອງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນໂອກາດນີ້, ທາງທີມງານສາຍນ້ຳໃຈ ກໍໄດ້ມອບເງິນຊຸກຍູ້ໃຫ້ກັບສອງກົມກອງອີກດ້ວຍ.
ຂ່າວ: ໄຊຍະສັກ ມະນີວັນ
ພາບ: ສົມຈີນ ສິນຕາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ