ກອງໂທລະພາບກອງທັບ ມອບອຸປະກອນໄອທີ ໃຫ້ກອງພົນທີ 2
ເວລາອອກຂ່າວ: 2025-01-10 14:58:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 527 | ຄວາມນິຍົມ:
ວັນທີ 10 ມັງກອນ 2025 ນີ້, ກອງໂທລະພາບກອງທັບ ເຊິ່ງນໍາໂດຍ ສະຫາຍ ພັນໂທ ທອງນຶກ ທອງປະສິດ ຄະນະກອງໂທລະພາບກອງທັບ, ຜູ້ຮັບຜິດຊອບວຽກງານເຕັກນິກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ມອບເຄື່ອງອຸປະກອນໄອທີ ໃຫ້ກອງພົນທີ 2 ຈໍານວນ 1 ຊຸດ ເພື່ອແນໃສ່ປັບປຸງ ແລະ ພັດທະນາຄວາມເຂັ້ມແຂງໃຫ້ສື່ຕາໜ່າງຂ່າວຢູ່ບັນດາກົມກອງ ເວົ້າລວມ, ເວົ້າສະເພາະ ຢູ່ກອງພົນທີ 2 ໃຫ້ມີຄວາມສະດວກວ່ອງໄວ ແລະ ຮັບປະກັນໃນການສົ່ງຂ່າວຜ່ານສັນຍານດາວທຽມ.
ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຮັກສາການຫົວໜ້າການເມືອງ ກອງພົນທີ 2 ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ກອງພົນທີ 2 ສະແດງຄວາມຂອບໃຈມາຍັງກອງໂທລະພາບກອງທັບ ທີ່ໄດ້ນໍາເອົາເຄື່ອງອຸປະກອນໄອທີ ມາມອບໃຫ້ກອງພົນທີ 2 ໃນຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງອຸປະກອນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຂ່າວສານຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ