![](../images/HEADERS.jpg)
ກອງທັບ ລາວ-ຫວຽດນາມ ປຶກສາຫາລືທິດທາງແຜນການຮ່ວມມືດ້ານການພັດທະນາເສດຖະກິດ
ເວລາອອກຂ່າວ: 2025-01-10 14:54:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 541 | ຄວາມນິຍົມ:
ໃນວັນທີ 8 ມັງກອນ 2025, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ກອງທັບ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມປຶກຫາລືທິດທາງແຜນການຮ່ວມມືດ້ານການພັດທະນາເສດຖະກິດ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນໂທ ຮວ່າງ ຊວັນ ຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມທັງສອງຝ່າຍຍັງໄດ້ປຶກສາຫາລື ການຈັດກອງປະຊຸມແລກປ່ຽນວຽກງານນະໂຍບາຍປ້ອງກັນຊາດ ເຊິ່ງປີ 2025 ນີ້ ແມ່ນຝ່າຍລາວຈະເປັນເຈົ້າພາບ ຄາດກະຈະຈັດໃນລະຫວ່າງທ້າຍເດືອນ 3 ຫາ ຕົ້ນເດືອນ 4 ປີ 2025 ທີ່ ແຂວງຫຼວງພະບາງ, ປຶກສາຫາລື ຈັດກອງປະຊຸມປະຈໍາປີຂອງຄະນະພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ -ຫວຽດນາມ ຄາດກະຈະຈັດໃນລະຫວ່າງ ວັນທີ 18-20 ມັງກອນ 2025 ຫຼື ວັນທີ 23-25 ມັງກອນ 2025, ທີ່ ນະຄອນຫຼວງຮ່າໂນ້ຍ; ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແຜນການກະກຽມພົບປະຊາຍແດນ ລາວ-ຫວຽດນາມ-ຈີນ; ພ້ອມນັ້ນ ຈະຮ່ວມກັນປະສານສົມທົບຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ປີ 2025 ແລະ ຜົນການພົບປະຂອງສອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດ ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມປຶກສາຫາລືໃນຄັ້ງນີ້, ເນື່ອງໃນໂອກາດ ຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຫົວໜ່ວຍທຸລະກິດຂອງກອງທັບປະຊາຊົນຫວຽດນາມ ເດີນທາງມາເຂົ້າຮ່ວມກອງປະຊຸມທະວີພາຄີ ລະຫວ່າງ ຄະນະກໍາມະການຮ່ວມມືລັດຖະບານ ລາວ-ຫວຽດນາມ ຄັ້ງທີ 47 ແລະ ຮ່ວມເວທີປາໄສດ້ານ ເສດຖະກິດລະຫວ່າງບັນດານັກທຸລະກິດ ລາວ- ຫວຽດນາມ ໃນລະຫວ່າງວັນທີ 7-10 ມັງກອນ 2025 ແລະ ຍັງໄດ້ເຄື່ອນໄຫວ ຢ້ຽມຢາມໂຮງຮຽນນາຍສິບເລກ 1, ຢ້ຽມຢາມບັນດາກຸ່ມບ້ານ ຢູ່ແຂວງອຸດົມໄຊ ແລະ ໄປຮ່ວມພິທີເປີດຟາມລ້ຽງງົວຢູ່ນໍ້າຮາງ ແຂວງຜົ້ງສາລີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ