ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ປະກາດແຕ່ງຕັ້ງຂັ້ນ ຫົວໜ້າ, ຮອງຫົວໜ້າຫ້ອງເຕັກນິກ ແລະ ບັນດາພະແນກການ ຢູ່ທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2025-01-10 14:21:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 494 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າຫ້ອງເຕັກນິກ ແລະ ບັນດາພະແນກການ ຢູ່ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2025 ນີ້, ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຊຽງຂວາງ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ຫ້ອງການ ປກຊ-ປກສ ແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຊຽງຂວາງ ພັກການ ຮັບບຳນານ. ກະຊວງປ້ອງກັນປະເທດຕົກລົງ ອະນຸມັດໃຫ້ ສະຫາຍ ພັນໂທ ບຸນຊູ ແສນສະຖິດ ຮອງຫົວໜ້າກອງບັນຊາການທະຫານແຂວງ,ຮັບຜິດຊອບວຽກງານເຕັກນິກ, ຫົວໜ້າຫ້ອງເຕັກນິກ ພັກການ ຮັບບຳນານ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນອັ້ນ ພອນຄຳເພັດ ເປັນຮອງຫົວໜ້າກອງບັນຊາການທະຫານແຂວງ, ຮັບຜິດຊອບວຽກງານເຕັກນິກ, ທັງເປັນຫົວໜ້າຫ້ອງເຕັກນິກ, ສະຫາຍ ພັນໂທ ສີໄພ ສີພັນທອງ ເປັນຮອງຫົວໜ້າຫ້ອງເຕັກນິກ. ຂໍ້ຕົກລົງ ວ່າດ້ວຍກາານແຕ່ງຕັ້ງບັນດາພະແນກການ, ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນທະວີ ສີຫານົນ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງເຕັກນິກ, ສະຫາຍ ພັນໂທ ຄຳຜາຍ ສີບຸນມາລາ ເປັນຫົວໜ້າພະແນກແຜນການເຕັກນິກ, ສະຫາຍ ພັນຕີ ໄຊສົມພອນ ວໍລະຈິດ ເປັນຮອງຫົວໜ້າພະແນກແຜນການເຕັກນິກ ແລະ ສະຫາຍ ພັນໂທ ຄຳພັນ ແພງສົມບັດ ເປັນຫົວໜ້າພະແນກເຕັກນິກເຫຼົ່າຮົບ. ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຕຳແໜ່ງໃໝ່ ຈົ່ງພ້ອມກັນເປັນເຈົ້າການ ເພີ່ມທະວີວຽກງານສຶກສາອົບຮົບການເມືອງ-ແນວຄິດໃຫ້ເລິກເຊິ່ງ, ມີສະຕິລະວັງຕົວຕໍ່ທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງ, ພະນັກງານ-ນັກຮົບ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນຮອບດ້ານ, ຍົກສູງພາລະບົດບາດ, ສິດ ແລະ ໜ້າທີ່ ໃນການນໍາພາ-ຊີ້ນໍາຂົງເຂດວຽກງານເຕັກນິກ ໂດຍສະເພາະໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ສ້າງແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ແບບແຜນນຳພາ-ຊີ້ນຳເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃນແຕ່ລະຂັ້ນໃຫ້ຈະແຈ້ງ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອພ້ອມກັນສ້າງສາພັດທະນາກົມກອງຕົນ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ສົມຮັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ