ຫ້ອງການສະຫະພັນແມ່ຍິງກອງທັບ ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2025-01-10 14:18:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 474 | ຄວາມນິຍົມ:
ວັນທີ 10 ມັງກອນ 2025 ນີ້, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ສ້າງຂະບວນການອອກແຮງງານລວມ ອະນາໄມ, ຕັດຫຍ້າຢູ່ບໍລິເວນເດີ່ນບານ ກົມໃຫຍ່ການເມືອງກອງທັບ, ນຳພາໂດຍສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະຫ້ອງການສະຫະພັນແມ່ຍິງກອງທັບ, ຄະນະນໍາສະຫະພັນແມ່ຍິງບັນດາກອງອ້ອມຂ້າງກະຊວງປ້ອງກັນປະເທດ ຕະຫຼອດຮອດ ສະມາຊິກແມ່ຍິງ ເຂົ້າຮ່ວມ.
ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ໄດ້ກ່າວວ່າ: ຈຸດປະສົງການສ້າງຂະບວນການໃນຄັ້ງນີ້ ແມ່ນເພື່ອເປັນການເພີ່ມທະວີຮັດແໜ້ນຄວາມສາມັກຄີ ແລະ ເສີມສ້າງສຸຂະພາບກໍາລັງກາຍຂອງສະມາຊິກແມ່ຍິງ ທັງເປັນການປະກອບສ່ວນສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນ ວັນປະຫວັດສາດສໍາຄັນຕ່າງໆ ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ຂໍ່ານັບຮັບຕ້ອນ ກອງປະຊຸມຜູ້ແທນສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ IX ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ ພ້ອມກັນນັ້ນ, ກໍເພື່ອເປັນການກະກຽມເປີດງານຕະຫຼາດນັດ ຂອງສະຫະພັນແມ່ຍິງກອງທັບ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ອີກດ້ວຍ.
ໂດຍ: ນາງ ໜູແດງ ພົມມະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ