ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກ - ຄະນະບັນຊາທິການວາລະສານ ຊຸດໃໝ່ຈະຕ້ອງໄດ້ເອົາໃຈໃສ່ຫຼາຍບັນຫາສຳຄັນ
ເວລາອອກຂ່າວ: 2019-06-27 10:26:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ໃນໂອກາດທີ່ ສະຫາຍ ພົນ ຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້ ເຂົ້າຮ່ວມພິທີປະກາດການຈັດ ຕັ້ງ ແລະ ມອບໝາຍໜ້າທີ່ຢູ່ກອງ ວາລະສານ ປ້ອງກັນຊາດ ໂດຍ ສະຫາຍໄດ້ເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນນາທິການຊຸດໃໝ່ ຈົ່ງເອົາໃຈໃສ່ຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດ ແບບແຜນວິທີເຮັດວຽກຕາມຫຼັກ ການລວມສູນປະຊາທິປະໄຕ, ນໍາພາເປັນຫມູ່ຄະນະ, ມອບໃຫ້ ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຕ້ອງພ້ອມກັນຮໍ່າຮຽນນໍາວຽກ ຕົວຈິງ, ຮຽນນໍາຫມູ່ຄະນະ, ຮຽນ ນໍາມະຫາຊົນ, ຈິງໃຈຊ່ວຍເຫຼືອ. ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ບໍ່ປະປ່ອຍໃຫ້ສິ່ງຫຍໍ້ທໍ້ຢູ່ ພາຍໃນແກ່ຍາວ-ຊໍາເຮື້ອ, ປົກປັກ ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໃຫ້ ດີ, ເອົາໃຈໃສ່ດໍາເນີນຊີວິດການ ເມືອງແຕ່ລະໄລຍະເປັນປົກກະຕິ, ຕຳນິຕິຊົມເຊິ່ງກັນ ແລະ ກັນດ້ວຍ ຄວາມຈິງໃຈ, ຕ້ອງມີແບບແຜນ ດໍາລົງຊີວິດທີ່ປອດໃສຂາວສະ ອາດ, ຕິດພັນກັບອ້າຍນ້ອງ ແລະ ກົມກອງຂອງຕົນຢູ່ສະເຫມີ, ກໍາ ແຫນ້ນຫນ້າທີ່ການເມືອງຂອງ ກົມກອງ, ຂອງກອງທັບແຕ່ລະ ໄລຍະ, ໂດຍປິ່ນອ້ອມ 4 ຫນ້າທີ່ ໃຫຍ່ ແລະ 26 ແຜນງານຂອງ ກະຊວງປ້ອງກັນປະເທດ. ເພື່ອ ຈັດຕັ້ງນໍາພາກົມກອງປະຕິບັດ ໃຫ້ຖືກຕ້ອງ ມີການຕິດຕາມຊຸກ ຍູ້, ກວດກາສະຫຼຸບຖອດຖອນບົດ ຮຽນໃນແຕ່ລະໄລຍະຫມາຍວ່າ: ໃຫ້ໄດ້ 4 ຂອດຂອງການຊີ້ນໍາ-ບັນ ຊາ (ວາງແຜນ, ເຊື່ອມຊຶມ, ຊຸກຍູ້ ຈັດຕັ້ງປະຕິບັດ ແລະ ສະຫຼຸບຖອດ ຖອນບົດຮຽນ). ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບໃຫ້ເລິກ ເຊິ່ງ ແລະ ທົ່ວເຖິງ,ສ້າງບາດກ້າວ ບຸກທະລຸທາງດ້ານຄວາມຮັບຮູ້, ເຮັດໃຫ້ທຸກຄົນມີຄວາມເຂົ້າໃຈ ຖືກຕ້ອງຕໍ່ແນວທາງດັ່ງກ່າວເອົາ ໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ ເຂັ້ມແຂງຮອບດ້ານໃນນີ້ຖືເອົາ ຄຸນນະພາບເປັນຕົ້ນຕໍ, ຄວາມສາ ມາດວິຊາສະເພາະ, ຫົວຄິດປະດິດ ສ້າງ ແລະ ການຈັດຕັ້ງບັນຊາເປັນ ສໍາຄັນ; ສະນັ້ນຕ້ອງສ້າງພະນັກ ງານ-ນັກຮົບໃຫ້ໄດ້ຄົບຖ້ວນຕາມ ມາດຖານກວ່າເກົ່າ, ກໍ່ສ້າງພະນັກ ງານໃຫ້ຕິດພັນກັບຫນ້າທີ່ການ ເມືອງ ແລະ ລັກສະນະຊົນຊັ້ນ ຂອງພັກ, ສ້າງໄດ້ 3 ຮຸ່ນ 3 ປະ ເພດພະນັກງານຄື: ( ພະນັກງານ ຫຼັກແຫຼ່ງ, ພະນັກງານສືບທອດ ປ່ຽນແທນ, ພະນັກງານນໍາພາບັນ ຊາ ແລະ ພະນັກງານວິຊາການ), ຕັ້ງຫນ້າຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມສາມາດເປັນເຈົ້າ ການປົກປັກຮັກສາພາຫະນະເຕັກ ນິກ, ເງິນຄໍາຊັບສົມບັດຕ່າງໆ ຂອງລວມຫມູ່, ຕ້ອງນໍາໃຊ້ໃຫ້ຖືກ ເປົ້າໝາຍ, ຖືກຕາມລະບຽບຫຼັກ ການ ແລະ ຕ້ອງຮູ້ປະຢັດມັດທະ ຍັດ; ໄປພ້ອມກັນ ນັ້ນ, ກໍຕ້ອງເອົາ ໃຈໃສ່ປັບປຸງດ້ານ ການເຄື່ອນ ໄຫວຊີວິດ-ວັດທະນະທໍາໃຫ້ມີບັນ ຍາກາດສົດໃສ. ປັບປຸງກົມກອງ ໃຫ້ສະອາດຈົບງາມ ແລະ ປັບປຸງ ຄວາມສາມັກຄີພາຍໃນກົມກອງ ໃຫ້ແຫນ້ນແຟ້ນຂຶ້ນເລື່ອຍໆ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2019 ນີ້, ໂດຍການ ເປັນປະທານສະຫາຍ ພົນຈັດຕະ ວາ ວົງສອນ ອິນປານພິມ ກຳມະ ການຄະນະພັກກະຊວງ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບມີຕາງໜ້າຄະນະພັກ-ຄະນະບັນ ຊາ, ກົມ, ຫ້ອງການ, ກອງພ້ອມ ດ້ວຍພະນັກງານກອງວາລະ ສານເຂົ້າຮ່ວມ. ໂດຍອີງຕາມຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ປອ ທິມສາວ ດວງຈຳປາ ເປັນຫົວໜ້າຄະນະ ບັນນາທິການວາລະສານປ້ອງ ກັນຊາດ ພ້ອມນີ້ກໍໄດ້ປະກາດແຕ່ງ ຕັ້ງປ່ຽນແທນເລຂາ ແລະ ຮອງເລ ຂາໜ່ວຍພັກກອງວາລະສານ ປ້ອງກັນຊາດຕາມມະຕິຕົກລົງ ຂອງຄະນະປະຈຳພັກກົມໃຫຍ່ ການເມືອງກອງທັບວ່າດ້ວຍການ ບົ່ງຕົວແຕ່ງຕັ້ງປ່ຽນແທນໂດຍ ແມ່ນ ສະຫາຍ ພັນໂທ ປອ ທິມ ສາວ ດວງຈຳປາ ເປັນເລຂາ ໜ່ວຍພັກ ແລະ ສະຫາຍພັນໂທ ສົມໃຈ ຈັນທະວົງ ເປັນຮອງເລ ຂາໜ່ວຍພັກ. ຈາກນັ້ນກໍໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ເຊິ່ງກັນ ແລະ ກັນ ລະຫວ່າງ ສະຫາຍ ພັນໂທ ບຸນມາ ອິນຕາວັນ ຫົວໜ້າຄະນະບັນນາ ທິການວາລະສານປ້ອງກັນຊາດ ຜູ້ເກົ່າ ແລະ ສະຫາຍ ພັນໂທ ປອ ທິມສາວ ດວງຈຳປາ ຫົວໜ້າຄະ ນະບັນນາທິການວາລະສານປ້ອງ ກັນຊາດຜູ້ໃຫມ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ