ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ປີ 2025 ແຂວງ​ຫົວພັນ ຈະ​ສຸມ​ໃສ່​ແກ້​ໄຂ​ຄວາມທຸກ​ຍາກ ​ຂອງ​ປະຊາຊົນ ໃຫ້​ບັນລຸ​ເປົ້າ​ໝາຍ
ເວລາອອກຂ່າວ: 2025-01-09 08:53:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ:



ໃນ​ປີ 2025 ນີ້, ແຂວງ​ຫົວພັນ ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິບ​​ັັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ ໂດຍ​ສະເພາະ ຈະ​ສຸມ​ໃສ່​ແກ້​ໄຂ​ຄວາມ ທຸກ​ຍາກ​ຂອງ​ປະຊາຊົນ ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໂດຍ​ໄວ ໂດຍ​ຈະ​ສຸມ​ໃສ່​ນຳພາ​ປະຊາຊົນ​ທຳ​ການ​ຜະລິດ​ຕາມ​ເງື່ອນໄຂ​ເພື່ອ​ສ້າງ​ເສດຖະກິດ​ຄອບຄົວ ໃຫ້​ດີ​ຂຶ້ນ​ເຮັດ​ໃຫ້​ອັດຕາ​ຄວາມທຸກ​ຍາກ​ຫລຸດ​ລົງ​ເທື່ອ​ລະ​ກ້າວ. ທ່ານ ຄຳ​ແພງ ໄຊ​ສົມ​ແພງ ເຈົ້າ ແຂວງແຂວງ​ຫົວພັນ ໃຫ້​ຮູ້​ວ່າ: ປັດຈຸບັນ ແຂວງ​ຫົວພັນ ໄດ້​ເອົາໃຈ​ໃສ ພັດທະນາ​ເຮັດ​ໃຫ້​ເສດຖະກິດ​ຄອບຄົວ ຂອງ​ປະຊາຊົນ​ຢູ່​ບັນດາ​ເມືອງ ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ໂດຍ​ຖື​ເອົາ​ຂົງເຂດ​ການ​ປູກຝັງ-ລ້ຽງສັດ ເປັນ​ທ່າແຮງ ໂດຍ​ສະເພາະ ປູກ​ສາລີ, ເຂົ້າ, ເຂົ້າ​ໄກ່​ນ້ອຍ, ພືດ​ຜັກ​ຕ່າງໆ, ພ້ອມ​ທັງ​ສ້າງ​ໂຮງງານ​ປຸງ​ແຕ່ງ ເປັນຕົ້ນ ໂຮງງານ​ປຸງ​ແຕ່ງ ຜະລິດ​ຕະ​ພັນ ສາລີ, ອ້ອຍ, ຂີງ ແລະ ອື່ນໆ ເພື່ອ​ເປັນ​ສິນຄ້າ​ສົ່ງ​ອອກ ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ. ຢ່າງໃດ​ກໍ​ຕາມ, ທົ່ວ​ແຂວງ​ຫົວພັນ ມີ​ເນື້ອທີ່​ປູກຝັງ​ທີ່ ປະຕິບັດ​ໄດ້​ທັງ​ໝົດ 74.228 ເຮັກຕາ, ຜົນ​ຜະລິດ 493.492 ໂຕນ; ມີ​ເນື້ອທີ່​ປູກ​ເຂົ້າ 29.833,03 ເຮັກຕາ, ສາມາດ​ເກັບ​ກ່ຽວ​ຜົນ​ຜະລິດ​ໄດ້ 111.715 ໂຕນ ປະຕິບັດ​ໄດ້​ລື່ນ​ຄາດໝາຍ 0,26%; ເນື້ອທີ່​ປູກ​ພືດ​ສະບຽງ​ອາຫານ 5.743,66 ເຮັກຕາ ເກັບ​ກ່ຽວ​ຜົນ​ຜະລິດ​ໄດ້ 29.112,91 ໂຕນ, ທຽບໃສ່​ແຜນການ​ປະຕິບັດ​ໄດ້ 92,95%; ເນື້ອທີ່​ຜະລິດ​ພືດ​ເປັນ​ສິນຄ້າ 38.651,88 ເຮັກຕາ, ເກັບ​ກ່ຽວ​ຜົນ​ຜະລິດ​ໄດ້ 352.664,77 ໂຕນ ທຽບໃສ່​ແຜນການ​ປີ​ປະຕິບັດ​ລື່ນ​ຄາດໝາຍ 1,79%. ໃນ​ນັ້ນ, ພືດ​ທີ່​ປູກ​ເປັນ​ຈຳນວນ​ຫຼາຍ ມີ: ມັນຕົ້ນ, ຂີງ​ໃຫຍ່, ສາລີ, ໝາກເດືອຍ ແລະ ມັນ​ສາຄູ. ພ້ອມ​ນີ້, ຍັງ​ຈະ​ຍູ້​ແຮງ​ການທ່ອງທ່ຽວ, ປັບປຸງ​ພື້ນຖານ​ໂຄງ​ລ່າງ ເປັນຕົ້ນ ຖະໜົນ​ຫົນ ທາງ ແລະ ອື່ນໆ. ພ້ອມ​ທັງ, ຈະ​ສຸມ​ໃສ່​ນຳພາ-ຊີ້​ນຳ ປະຊາຊົນ​ຊາວ​ແຂວງ​ຫົວພັນ ສ້າງ​ເສດຖະກິດ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ ຊຸກຍູ້​ສົ່ງເສີມ ແລະ ສ້າງ​ທຸກ​ເງື່ອນໄຂ ເພື່ອ​ອຳນວຍ​ຄວາມ​ສະດວກ​ຕາມ​ທ່າ ແຮງ​ບົ່ມ​ຊ້ອນ ເຂົ້າ​ໃນ​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ປັດຈຸບັນ ທົ່ວ​ແຂວງ​ຫົວພັນ ມີ 52.170 ຄອບຄົວ, ອັດຕາ​ຄົວ​ເຮືອນ​ທຸກ​ຍາກ ກວມ​ເອົາ 52,21% ຂອງ​ຄອບຄົວ​ທັງ​ໝົດ, ບ້ານ​ທຸກ​ຍາກ 492 ບ້ານ, ກວມ​ເອົາ 67,96%, ຄອບຄົວ​ພົ້ນ​ທຸກ 25.674 ຄອບຄົວ, ກວມ​ເອົາ 47,7%, ບ້ານ​ພົ້ນ​ທຸກ 232 ບ້ານ, ກວມ​ເອົາ 32,04%, ຄອບຄົວ​ພັດທະນາ 12.390 ຄອບຄົວ, ກວມ​ເອົາ 23,06%, ບ້ານ​ພັດທະນາ 16 ບ້ານ, ກວມ​ເອົາ 2,21%. ທ່ານ ຄຳ​ແພງ ໄຊ​ສົມ​ແພງ ຍັງ​ໃຫ້​ຮູ້​ອີ​ກວ່າ: ໃນ​ປີ 2024 ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ບັນລຸ​ໄດ້ 5.347,79 ຕື້​ກີບ, ລາຍ​ໄດ້ ສະເລ່ຍ​ຕໍ່​ຫົວ​ຄົນ 16.903.684 ກີບ/ຄົນ/ປີ ຫລື ເທົ່າ​ກັບ 841 ໂດ​ລາ​ສະຫະລັດ/ຄົນ/ປີ, ດ້ວຍ​ອັດຕາ ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ​ຢູ່​ໃນ​ລະດັບ 4,73%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ