ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ການ​ຟອກ​ເງິນ ແລະ ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ ເປັນ​ບັນຫາ​ພົ້ນ​ເດັ່ນ​ໃນ​ສັງຄົມ
ເວລາອອກຂ່າວ: 2025-01-09 08:51:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:



ໃນ​ທ່າມກາງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ​ໃນ​ລະດັບ​ພາກ​ພື້ນ ແລະ ສາກົນ. ພັກ-ລັດຖະບານ ໄດ້​ເຫັນ​ຄວາມ​ສຳຄັນ ໃນ​ວຽກ​ງານ​ການ​ຕ້ານ ສະກັດ​ກັ້ນ ການ​ຟອກ​ເງິນ ແລະ ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ແລະ ເປັນ​ວຽກ​ງານ​ໃຈກາງ​ໜຶ່ງ​ຂອງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ, ລັດຖະບານ ແຫ່ງ ​ສປປ ລາວ ຈຶ່ງ​ໄດ້​ສ້າງ​ກົດໝາຍ​ວ່າ​ດ້ວຍ ການ​ຕ້ານ ສະກັດ​ກັ້ນ ການ​ຟອກ​ເງິນ ແລະ ການ​ສະໜອງ​ທືນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ຖືກ​ຮັບຮອງ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາບ​ແຫ່ງ​ຊາດ ຊຸດ​ທີ VII ຄັ້ງ​ວັນ​ທີ 21 ກໍລະກົດ 2014 ແລະ ປະທານ​ປະເທດ ແຫ່ງ ​ສປປ ລາວ ໄດ້​ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 4 ກຸມພາ 2015. ການ​ຟອກ​ເງິນ​ແມ່ນ ການ​ປ່ຽນ​ຮູບ, ນຳ​ໃຊ້, ເຄື່ອນ​ຍ້າຍ, ແລກປ່ຽນ, ໄດ້​ມາ, ຄອບ​ຄອງ, ໂອນ​ກຳມະສິດ​ທີ່ແທ້​ຈີງ ຂອງ​ເງິນ ຫຼື ຊັບ​ສິນ​ອື່ນ ທີ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍ​ທີ່​ຮູ້, ໄດ້​ຮູ້ ຫຼື ສົງໄສ​ວ່າ​ເງີນ ຫຼື ຊັບ​ສິນ​ນັ້ນ ມາ​ຈາກ​ການ​ກະທຳ​ຜິດ​ເປັນຕົ້ນ ເພື່ອ​ເຮັດ​ໃຫ້ ເງີນ ຫຼື ຊັບ​ສິນ​ດັ່ງກ່າວ ຖືກຕ້ອງ​ຕາມ​ກົດໝາຍ. ແມ່ນ​ຖື​ວ່າ​ເປັນ​ການ​ຟອກ​ເງິນ ແລະ ການ​ຟອກ​ເງີນ ແມ່ນ​ການ​ກະທຳ​ຜິດ​ຕໍ່​ເນື່ອງ​ຈາກ​ການ​ກະທຳ​ຜິດ​ທາງ​ອາຍາ ໝາຍ​ຄວາມວ່າເງີນ ຫຼື ຊັບ​ສິ່ງ​ຂອງ​ທີ່​ໄດ້​ມາ​ນັ້ນ​ລ້ວນ​ແຕ່​ໄດ້​ມາ​ຈາກ​ການ​ກະທຳ​ຜິດ​ອື່ນ​ທາງ​ອາຍາ ເຊັ່ນ: ການ​ສໍ້​ໂກງ​ຊັບ, ການ​ປອມ​ແປງ​ເງິນ ຫຼື ການ​ໃຊ້​ເງີນ​ປອມ ລວມ​ທັງ​ການ​ປອມ​ແປງ​ແຊັກ, ການ​ລະເມີດ​ຊັບ​ສິນ​ທາງ​ປັນຍາ, ການ​ສໍ້​ລາດ​ບັງ​ຫຼວງ ລວມ​ທັງ​ການ​ຮັບ​ສິນ​ບົນ ແລະ ການ​ໃຫ້​ສິນ​ບົນ, ການ​ຜະລິດ ແລະ ຄ້າຂາຍ ຢາ​ເສບ​ຕິດ, ການ​ຊື້-ຂາຍ ອາວຸດ​ເສິກ ຫຼື ວັດຖຸ​ລະເບີດ, ການ​ເຂົ້າ​ຮ່ວມ​ໃນ​ກຸ່ມ​ອົງການ​ອາ​ຊະ​ຍາ​ກຳ ແລະ ການ​ກໍ່​ການ​ຮ້າຍ ລວມ​ທັງ​ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ແລະ ອື່ນໆ ເຊິ່ງ​ເປັນ​ການ​ກະທຳ​ຜິດ ທີ່​ເປັນ​ອັນຕະລາຍ​ຕໍ່​ລະບົບ​ເສດຖະກິດ ແລະ ແຕະຕ້ອງ​ເຖິງ​ລະບອບ​ການ ເມືອງ​ຂອງ​ຊາດ. ການ​ກະທຳ​ທີ່​ເປັນ​ການ​ກໍ່​ການ​ຮ້າຍ ແມ່ນ​ການ​ກະທຳ​ຂອງ​ບຸກຄົນ, ກຸ່ມ​ຄົນ, ການຈັດຕັ້ງ ຫຼື ອົງການ​ກໍ່​ການ​ຮ້າຍ​ໃນ ຫຼື ນອກ​ດິນແດນ ​ສປປ ລາວ ທີ່​ໄດ້​ຮັບ​ ການ​ສະໜອງ​ທຶນ​ໃຫ້​ແກ່​ການເຄື່ອນໄຫວ​ດັ່ງ​ກວ່າ: ການ​ກະທຳ​ທີ່ ສ້າງ​ຜົນ​ສະທ້ອນ​ຕໍ່ ຄວາມ​ໝັ້ນຄົງ, ພື້ນຖານ​ເສດຖະກິດ-ສັງຄົມ​ຂອງ​ຊາດ, ອົງ​ການຈັດຕັ້ງ​ຕ່າງປະເທດ, ອົງການ​ສາກົນ, ສ້າງ​ຄວາມ​ຫຍຸ້ງຍາກ​ຕໍ່​ການ​ພົວພັນ​ສາກົນ ຂອງ ​ສປປ ລາວ ຫຼື ສ້າງ​ຄວາມ​ວຸ້ນວາຍ ໃຫ້​ແກ່​ປະຊາຊົນ​ໃນ​ສັງຄົມ; ການ​ກະທຳ​ທີ່​ແຕະ ຕ້ອງ​ເຖິງ ຊີວິດ, ສຸຂະພາບ, ສິດ​ເສລີພາບ ຫຼື ການ​ບັງຄັບ, ການ​ນາບ​ຂູ່​ທາງ​ດ້ານ​ຮ່າງກາຍ ແລະ ຈິດໃຈ; ການ​ຍຶດ, ທຳລາຍ​ຊັບ​ສິນ, ບຸກລຸກ, ໂຈມ​ຕີ, ຂັດຂວາງ, ສ້າງ​ຄວາມ​ເສຍ​ຫາຍ ແລະ ສ້າງ ຄວາມ​ວຸ້ນວາຍ​ໃຫ້​ແກ່​ລະບົບ​ຄອມ​ພິວ​ເຕີ, ລະບົບ​ຄົມມະນາຄົມ, ລະບົບ​ອິນ​ເຕີ​ເນັດ ຫຼື ເຄື່ອງມື​ດີ​ຈີ​ຕອນ ຂອງ​ອົງ​ການຈັດຕັ້ງ​ລັດ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບຸກຄົນ; ການ​ປຸງ​ແຕ່ງ, ຜະລິດ, ນຳ​ໃຊ້, ບັນຈຸ, ຂົນສົ່ງ, ຮິບ​ໂຮມ, ຈັດ​ຫາ​ວັດຖຸ​ລະເບີດ, ສານ​ກຳ​ມັນ​ຕະ​ພາບ​ລັງສີ, ສານພິດ​ວັດຖຸ​ໄວ​ໄຟ ແລະ ຊື້​ຂາຍ​ອາວຸດ, ອຸປະກອນ, ຍານພາຫະນະ ລວມ​ທັງ​ກາ​ແນະນຳ​ໃຫ້​ກະທຳ​ການ​ໃດ​ໜຶ່ງ.ຖ້າວ່າ​ບຸກຄົນ​ໃດ ຫຼື ອົງ​ການຈັດຕັ້ງ​ໃດ​ໄດ້​ມີ​ການ​ກະທຳ​ດັ່ງ​ທີ່​ກ່າວ​ມາ​ນັ້ນ​ແມ່ນ​ຈະ​ຖືກ​ຈັບ​ຕົວ ແລະ ປັບ​ໃໝ. ອີງ​ຕາມ​ປະມວນ​ກົດໝາຍ​ອາຍາ​ສະບັບ​ເລກ​ທີ118/​ປປທ, ລົງ​ວັນ​ທີ 26 ມິຖຸນາ ປີ 2017, ມາດຕາ 130 ການ​ຟອກ​ເງີນ ບຸກຄົນ​ໃດ​ທີ່​ໄດ້​ກະທຳ​ຜິດ​ໃນ​ສະຖານ​ຟອກ​ເງີນ ທີ່​ມີ​ມູນ​ຄ່າ​ຕ່ຳ​ກວ່າ 1.000.000.000 ກີບ ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ສາມ​ປີ ຫາ ເຈັດ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 300.000.000 ກີບ ຫາ 500.000.000 ກີບ. ໃນ​ກໍລະນີ​ທີ່​ໄດ້​ກະທຳ​ຜິດ ເຊິ່ງ​ມີ​ມູນ​ຄ່າ​ແຕ່ 1.000.000.000 ກີບ ຂຶ້ນ​ໄປ​ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ເຈັດ​ປີ ຫາ ສິບ​ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 500.000.000 ກີບ ຫາ 700.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ. ໃນ​ກໍລະນີ​ມີ​ການຈັດຕັ້ງ​ເປັນ​ກຸ່ມ ຫຼື ມີ​ການ​ກະທຳ​ຜິດ​ເປັນ​ອາຈີນ ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ ແຕ່ ສິບ​ປີ ຫາ ສິບ​ຫ້າ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 700.000.000 ກີບ ຫາ 900.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ. ການ​ກະກຽມ​ໃຫ້​ແກ່​ການ​ກະທຳ​ຜິດ, ຄວາມ​ພະຍາຍາມ​ກໍ່​ການ​ກະທຳ​ຜິດ ກໍ​ຈະ​ຖືກ​ລົງໂທດ ແລະ ມາດຕາ 131 ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ບຸກຄົນ​ທີ່​ໄດ້​ກະທຳ​ຜິດ​ໃນ​ສະຖານ​ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ທີ່​ມີ​ມູນ​ຄ່າ​ຕ່ຳ​ກວ່າ 1.000.000.000 ກີບ ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ຫ້າ​ປີ ຫາ ແປດ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 500.000.000 ກີບ ຫາ 800.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ. ໃນ​ກໍລະນີ​ທີ່​ມີ​ມູນ​ຄ່າ​ແຕ່ 1.000.000.000 ກີບ ຂຶ້ນ​ໄປ​ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ແປດ​ປີ ຫາ ສິບ​ສອງ​ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 800.000.000 ກີບ ຫາ 1.000.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ. ໃນ​ກໍລະນີ​ມີ​ການຈັດຕັ້ງ​ເປັນ​ກຸ່ມ ຫຼື ເປັນ​ອາຈີນ ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ ແຕ່ ສິບ​ຫ້າ​ປີ ຫາ ຊາວ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 800.000.000 ກີບ ຫາ 1.000.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ. ການ​ກະກຽມ​ໃຫ້​ແກ່​ການ​ກະທຳ​ຜິດ, ຄວາມ​ພະຍາຍາມ​ກໍ່​ການ​ກະທຳ​ຜິດ ກໍ​ຈະ​ຖືກ​ລົງໂທດ ດັ່ງນັ້ນ, ຈຶ່ງ​ຮຽກຮ້ອງ​ໃຫ້​ພະນັກງານ, ນາຍ-ພົນທະຫານ ແລະ ປະຊາຊົນ​ລາວ ບັນດາເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ພ້ອມ​ກັນ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ມີ​ສ່ວນ​ຮ່ວມ ແລະ ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ຂະ​ບວນ​ການ​ໃນ​ການ​ປະຕິບັດ​ກົດໝາຍ ວ່າ​ດ້ວຍ​ການ​ຕ້ານ ສະກັດ​ກັ້ນ ການ​ຟອກ​ເງິນ ແລະ ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ. ໄດ້​ຮັບ​ການຈັດຕັ້ງ​ຢ່າງ​ມີ​ປະ​ສິດທິ​ຜົນ ແລະ ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ບົນ​ພື້ນຖານ​ການ​ປະຕິບັດ​ລະບຽບ​ກົດໝາຍ ເພື່ອ​ຮັບປະກັນ​ອຳນາດ​ອະ ທິ​ປະ​ໄຕ, ຄວາມ​ສະຫງົບ​ປອດ​ໄພ, ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ-ສັງຄົມ​ຂອງ​ຊາດ ແລະ ຮັບປະກັນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ