
ບ້ານພູດອກໄມ້ ເມືອງຫົງສາ ຈັດງານບຸນກິນຈຽງ ຫຼື ນໍເປເຈົ່າ ປະຈຳປີ 2024
ເວລາອອກຂ່າວ: 2025-01-09 08:49:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:
ເພື່ອເປັນການສືບສານວັດທະນະທຳຊົນເຜົ່າມົ້ງທີ່ໄດ້ສືບຖອດກັນມາແຕ່ບູຮານ ເຊິ່ງງານບຸນກິນຈຽງຊົນເຜົ່າມົ້ງ ຫຼື ນໍ່ເປເຈົ່າ ເປັນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເປັນສັນຍາລັກແຫ່ງຄວາມສາມັກຄີ, ຄວາມຜູກພັນໃນວົງສາຄະນະຍາດ ຂອງຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງຍາດພີ່ນ້ອງຕົນ ທີ່ສ່ອງແສງເຖິງຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາວລາວ ໂດຍສະເພາະແມ່ນຊົນເຜົ່າມົ້ງທີ່ມີເອກະລັກສະເພາະຂອງເຜົ່າຕົນ. ດັ່ງນັ້ນ, ໃນວັນທີ 3 ມັງກອນ 2025 ບ້ານພູດອກໄມ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດງານບຸນກິນຈຽງ (ນໍເປເຈົ່າ) ເຜົ່າມົ້ງ ປະຈຳປີ 2024, ໂດຍມີ ທ່ານ ພອນສະຫວັນ ໄຊສົມພັນ, ເຈົ້າເມືອງ ເມືອງຫົງສາ, ມີບັນດາທ່ານຄະນະນຳຂອງເມືອງ, ແຂກຖືກເຊີນ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ. ທ່ານ ບຸນມີ ເຮີ ນາຍບ້ານພູດອກໄມ້ ໄດ້ເລົ່າປະຫວັດຄວາມເປັນມາ ຂອງບຸນກິນຈຽງໂດຍຫຍໍ້ ພ້ອມທັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາບ້ານໂດຍຫຍໍ້ຕໍ່ພິທີ, ໃນໂອກາດດັ່ງກ່າວ ທ່ານ ພອນສະຫວັນ ໄຊສົມພັນ ໄດ້ໂອ້ລົມຕໍ່ພິທີ ແລະ ປະຊາຊົນພາຍໃນບ້ານ ເຊິ່ງກ່ອນອື່ນ ທ່ານໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ອົງການປົກຄອງ ແລະ ປະຊາຊົນພາຍໃນບ້ານສ້າງມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກຫຼາຍບັນຫາ ໃຫ້ຄະນະພັກ-ອົງການປົກຄອງບ້ານສືບຕໍ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ບັນລຸຕາມແຜນການ ສ້າງບ້ານໃຫ້ມີຄວາມສະຫງົບ, ມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ. ໃນໂອກາດນີ້, ຍັງໄດ້ມີການບາສີສູ່ຂວັນ ອວຍພອນເຊິ່ງກັນ ແລະ ກັນ, ບຸນກິນຈຽງປີນີ້ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ, ເຂົ້າຮ່ວມການໂຍນໝາກຄອນ, ເປົ່າແຄນ, ຂັບລຳ, ຍິງໜ້າເກັກ ແລະ ອື່ນໆ ເຊິ່ງໄດ້ດຳເນີນໄປດ້ວຍບັນຍາກາດອັນຄຶກຄື້ນ ມ່ວນຊື່ນ ຮັກສາໄດ້ຄວາມສະຫງົບປອດໄພ.
ພາບໂດຍ: ຄຳພຸດມະຫາວົງສະນັ່ນ
ຂ່າວໂດຍ: ສີພູວົງ ວິໄລແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ