ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື ດ້ານ​ເຝິກອົບຮົມ​ວິຊາ​ການ
ເວລາອອກຂ່າວ: 2025-01-09 08:48:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ໃນ​ວັນ​ທີ 7 ມັງກອນ 2025 ນີ້, ຢູ່​ທີ່ ສະພາ​ການ​ຄ້າ ແລະ ອຸດສາຫະກຳ ແຫ່ງ​ຊາດ​ລາວ ໄດ້​ມີ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື ດ້ານ​ເຝິກອົບຮົມ​ວິຊາ​ການ ລະຫວ່າງ ສູນ​ບໍລິການ ວິ​ສາ​ຫະ​ກິດ.ຂະໜາດ​ນ້ອຍ ແລະ ກາງ ( ​ສບວ) ແລະ ບໍລິສັດ ປຣະ​ເສີດ ບໍລິການ​ທຸລະ​ກິດ ຈຳກັດ​ຜູ້​ດຽວ (PSBS). ຈຸດປະສົງ​ເພື່ອ​ຮ່ວມ​ມື​ກັນ ໃນ​ການ​ໃຫ້​ຄຳ​ປຶກສາ, ບໍລິການ​ດ້ານ​ການ​ຖື​ບັນຊີ, ຈັດ​ເຝິກອົບຮົມ​ກ່ຽວ​ກັບ​ບັນຊີ ເປົ້າ​ໝາຍ​ແມ່ນ​ເພື່ອ​ການ​ສ້າງ​ຄວາມ​ເຂັ້ມແຂງ ດ້ານ​ວິຊາ​ການ ໃຫ້​ຜູ້​ປະກອບ​ການ SMEທີ່​ເປັນ​ສະມາຊິກ​ຂອງ ສະພາ​ການ​ຄ້າ ແລະ ອຸດສາຫະກຳ ແຫ່ງ​ຊາດ​ລາວ ກໍ່​ຄື ສູນ​ບໍລິການ ວິ​ສາ​ຫະ​ກິດ ຂະໜາດ​ນ້ອຍ ແລະ ກາງ (​ສບວ). ຮ່ວມ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື ດ້ານ​ເຝິກອົບຮົມ​ວິຊາ​ການ ໃນ​ຄັ້ງ​ນີ້​ໂດຍ​ແມ່ນ ທ່ານ ພຸດ​ທະ​ສອນ ພົມ​ວິ​ໃສ ຫົວໜ້າ​ສູນ​ບໍລິການ ວິ​ສາ​ຫະ​ກິດ ຂະໜາດ​ນ້ອຍ ແລະ ກາງ (​ສບວ) ແລະ ທ່ານ ​ປອ ນາງ ແກ້ວ​ສຸດ​ໃຈ ປຣະ​ເສີດ ປະທານ ບໍລິສັດ ປຣະ​ເສີດ ບໍລິການ​ທຸລະ​ກິດ ຈຳກັດ​ຜູ້​ດຽວ (PSBS) ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ