
ກ້າຫານ ເພັດສີວິໄລ ກອງຫຼັງທີມຊາດລາວ ປະກາດອຳລາ ສະໂມສອນ ບານເຕະ ຊ້າງນ້ອຍ
ເວລາອອກຂ່າວ: 2025-01-08 09:15:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:
ກ້າຫານ ເພັດສີວິໄລ ກອງຫຼັງ ທີມຊາດລາວ ໄດ້ປະກາດອຳລາ ສະໂມສອນ ບານເຕະ ຊ້າງນ້ອຍ ວ່າ: ຂໍຂອບໃຈ ປະທານ ທີມງານຄະນະຄູເຝິກ ສະໂມສອນຊ້າງນ້ອຍ ທີ່ໃຫ້ໂອກາດ ແລະ ເຫັນ ພອນສະຫວັນ ເດັກນ້ອຍບ້ານ ນອກຄົນນີ້ ໄດ້ມາເຕະລີກສູງສຸດຂອງປະເທດລາວ ຕະຫຼອດ 7 ປີ ຜ່ານມາ ພ້ອມຂອບໃຈຮຸ່ນອ້າຍແລະ ນ້ອງໝົດທຸກຄົນທີ່ບອກ ສອນຕະຫຼອດມາ.
ສຳລັບປະຫວັດ ກ້າຫານ ເພັດສີວິໄລ ( ຊິ ) ເກີດວັນທີ 9 ກັນຍາ 1998 ເກີດທີ່ບ້ານ ນາເລົາ ເມືອງນານ ແຂວງຫຼວງພະບາງ, ລວງສູງ 175 ຊັງຕີແມັດ, ນ້ຳໜັກ 69 ກິໂລກຣາມ, ຕຳແໜ່ງ ກອງຫຼັງ ແລະ ກອງກາງ, ຈົບການສຶກ
ສາ ຄະນະວິທະຍາສາດການກີລາ-ກາຍະກຳ, ເຄີຍຫຼິ້ນໃຫ້ທີມຊາດ U21, U23 ແລະ ຊຸດໃຫຍ່, ເຄີຍຫຼິ້ນໃຫ້ກັບ ສະໂມສອນ ບານເຕະ ມຊ ດີວີຊັນ 1 ສາຍ ກ ປີ 2017, ສະໂມສອນ ຊ້າງນ້ອຍ ນັບຕັ້ງແຕ່ ປີ 2018 ເປັນຕົ້ນມາ ແລະ ໄດ້ຮັບຂັນແຊັມ ເປບຊີ ລາວລີກ 1 ຈຳນວນ 2 ປີ ແລະ ລາຍການແຂ່ງຂັນບານເຕະຊີງຂັນ ສຕລ ຈຳນວນ 2 ປີ.
ສຳລັບຄວາມທ້າທາຍໃໝ່ ຂອງກ້າຫານ ເພັດສີວິໄລ ແມ່ນຈະກັບໄປພັດທະນາສ້າງນັກກິລາຮຸ່ນສືບທອດຢູ່ແຂວງຫຼວງພະບາງ ໂດຍສະເພາະແມ່ນພັດທະນາບັນດາເຍົາວະຊົນເມືອງນານ ເພື່ອຮັບໃຊ້ແຂວງຫຼວງພະບາງ ແລະ ທີມຊາດລາວ ໃນອະນາຄົດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ