
ສະມາຄົມບານເຕະ ອິນໂດເນເຊຍ ໄດ້ ແພທຣິກ ໄຄເວີດ ມາເປັນຄູເຝິກທີມຊາດຊຸດໃຫຍ່
ເວລາອອກຂ່າວ: 2025-01-08 09:13:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:
ຕາມການລາຍງານຂອງຫຼາຍ ສື່ຈາກປະເທດອິນໂດເນເຊຍ ໂດຍສະເພາະ Bolasport.com ໄດ້ເປີດເຜີຍຂ່າວວ່າ: ສະມາຄົມບານເຕະ ອິນໂດເນເຊຍ ຫຼື PSSI ໄດ້ຢືນຢັນປະສົບຜົນສຳເລັດ ໃນການດຶງເອົາ ແພທຣິກ ໄຄເວີດ ອະດີດສູນໜ້າທີມຊາດໂຮນລັງ ແລະ ສະໂມສອນ ບາຣເຊໂລນາ ມາເປັນຄູເຝິກໃໝ່ທີມຊາດຊຸດໃຫຍ່ ແທນທີ່ ຊິນແຕຢັງ ຄູເຝິກຊາວ ສ ເກົາຫຼີ ທີ່ຖືກປົດອອກຈາກ
ຕຳແໜ່ງ ເມື່ອວັນທີ 6 ມັງກອນ 2025 ຫຼັງພາທີມຕົກຮອບແບ່ງກຸ່ມ ຊິງແຊັມອາຊຽນ 2024.
ທ່ານ ເອຣິກ ໂທເຮຍ ປະທານສະມາຄົມບານເຕະ ອິນໂດເນເຊຍ ມີເປົ້າໝາຍຢາກໄດ້ ແພທຣິກ ໄຄເວີດ ຕັ້ງແຕ່ທ້າຍປີຜ່ານມາ ແລະ ເຈລະຈາສຳເລັດດັ່ງຫວັງ ໂດຍຄູເຝິກໄວອາຍຸ 48 ປີ ຈະມາຊ່ວຍທີມຊາດອິນໂດ ລຸ້ນຜ່ານຮອບຄັດເລືອກ ໄປບານໂລກຮອບສຸດທ້າຍ ຄັ້ງທຳອິດໃນຮອບ 87 ປີ ຂະນະນີ້ ອິນໂດເນເຊຍ ກຳລັງແຂ່ງຂັນໃນຮອບຄັດເລືອກ ຮອບທີ 3 ຫຼື ຮອບ 18 ທີມສຸດທ້າຍຂອງ ຂົງເຂດອາຊີ ຢູ່ກຸ່ມ C ມີ 6 ຄະແນນ ຈາກ 6 ນັດ ເທົ່າກັບ ອາຣາບີ ຊາອຸດິດ, ບາເຣນ ແລະ ຈີນ ຕາມຫຼັງ ອົດສະຕຣາລີ ອັນດັບ 2 ຂອງກຸ່ມພຽງ 1 ຄະແນນ.
ສຳລັບ ແພທຣິກ ໄຄເວີດ ວ່າງງານມາແຕ່ວັນທີ 4 ທັນ ວາ 2023 ຫຼັງອອກຈາກສະ ໂມສອນ Adana Demirspor ທີມໃນລີກສູງສຸດຂອງຕວກກີ ເຊິ່ງປະຫວັດການຄຸມທີມຜ່ານມາບໍ່ເດັ່ນປານໃດ ເຄີຍເປັນຜູ້ຊ່ວຍຄູເຝິກຫຼາຍສະໂມສອນ ເປັນຕົ້ນໃນ ໂຮນລັງ, ອົດສະຕຣາລີ, ເຄີຍເປັນຄູເຝິກທີມເຍົາວະຊົນ-ໄວໜຸ່ມຂອງ ອາແຈັກ, ເປັນຜູ້ຊ່ວຍທີມຊາດໂຮນລັງ, ທີມຊາດກາເມີຣູນ, ເປັນຄູເຝິກຊົ່ວຄາວຂອງທີມຊາດຄູຣາເຄົາ.
ໃນນາມເປັນນັກກິລາ ຜົນງານພົ້ນເດັ່ນລະດັບໂລກ ເຄີຍຢູ່ກັບ ອາແຈັກ, ເອຊີ ມິລານ, ບາຣເຊໂລນາ, ນິວຄາສເຊິນ ແມນຢູໄນເຕັດ, ບາເລັນເຊຍ, ພີເອັສວີ ໄອໂຮເຟັນ ແລະ ລິນລ໌ ໄດ້ແຊັມລີກສູງສຸດໂຮນລັງກັບ ອາແຈັກ ລວມທັງແຊັມ ຊຸບເປີຄັບຂອງໂຮນລັງ. ນອກຈາກນີ້ ຍັງໄດ້ແຊັມ ຢູຟ່າ ແຊັມປຽນລີກ, ຢູຟ່າ ຊຸບເປີຄັບ ແລະ ແຊັມ Intercontinental Cup ກັບທີມ, ຢູ່ກັບ ບາຣຊ່າ ແລະ ພີເອັສວີ ໄດ້ແຊັມລີກສູງສຸດທີມລະໜຶ່ງສະໄໝ.
ໃນນາມທີມຊາດໂຮນລັງ ຮັບໃຊ້ທີມມາແຕ່ຊຸດເຍົາວະຊົນ ສະ ເພາະທີມຊຸດໃຫຍ່ ຮັບໃຊ້ທີມລະຫວ່າງປີ 1994-2004 ລົງຫຼິ້ນ 79 ນັດ ຍິງ 40 ປະຕູ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ