ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກໃຫ້ພະນັກງານການນຳອົບຮົມວຽກງານ ປກຊ-ປກສ ຊຸດທີ XVII ຍຶດໝັ້ນຕໍ່ວຽກງານ ປກຊ-ປກສ
ເວລາອອກຂ່າວ: 2019-06-26 12:03:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ໃນໂອກາດເຂົ້າຮ່ວມເປັນປະ ທານອັດຊຸດອົບຮົມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃຫ້ພະນັກງານການນຳຊຸດທີ XVII ໃນວັນທີ 25 ມິຖຸນາ 2019 ນີ້, ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດໄດ້ເນັ້ນ ໜັກບາງບັນຫາສໍາຄັນໃຫ້ພະນັກ ງານການນໍາອົບຮົມວຽກງານ ປກຊ-ປກສ ດັ່ງກ່າວຈົ່ງພ້ອມກັນ ສືບຕໍ່ຍຶດໝັ້ນຕໍ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານໃຫ້ມີຄວາມ ຫນັກແຫນ້ນເຂັ້ມແຂງ ເພາະມັນ ແມ່ນເນື້ອໃນພື້ນຖານອັນສໍາຄັນ ຂອງການຈັດຕັ້ງປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການກໍ່ສ້າງພື້ນຖານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານແມ່ນການເສີມຂະຫຍາຍ ກໍາລັງແຮງສັງຮວມຂອງທົ່ວທັງ ຊາດເຂົ້າໃນພາລະກິດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານດັ່ງກ່າວນີ້ກໍແມ່ນ ຫນ້າທີ່ຄວາມຮັບຜິດຊອບຂອງ ທົ່ວພັກ, ທົ່ວລັດ, ທົ່ວປວງຊົນ. ຍາມໃດກໍຕ້ອງກໍາແໜ້ນສະພາບ ການພາຍໃນ ແລະ ສາກົນ ພິເສດ ແມ່ນກົນອຸບາຍລ່ຽມລາຍ ແລະ ການເຄື່ອນໄຫວຂອງສັດຕູ ກໍຄື ກຸ່ມຄົນບໍ່ດີທີ່ມີຕໍ່ພວກເຮົາ, ແນໃສ່ ເພື່ອຍົກສູງສະຕິລະວັງຕົວປະຕິ ວັດ, ນໍາພາກຳລັງປະກອບອາວຸດ ແລະ ປະຊາຊົນຕອບຕ້ານ ແລະ ສະກັດກັ້ນກົນອຸບາຍດັ່ງກ່າວໃຫ້ ທັນການ, ເອົາໃຈໃສ່ສຶກສາອົບ ຮົມໃຫ້ພະນັກງານ ແລະ ປະຊາ ຊົນທຸກຊັ້ນຄົນທີ່ຢູ່ໃນຄວາມຮັບ ຜິດຊອບຂອງຕົນ ເຊື່ອມຊຶມກໍາ ແຫນ້ນແນວທາງນະໂຍບາຍມະ ຕິຄໍາສັ່ງຕ່າງໆຂອງພັກ, ລະບຽບ ກົດຫມາຍຂອງລັດ, ສະພາບການ ໃນແຕ່ລະໄລຍະ, ຈຳແນກມິດ ແລະ ສັດຕູຢ່າງຈະແຈ້ງເພື່ອເຮັດ ໃຫ້ເຂົາເຈົ້າມີຄວາມຕື່ນຕົວສະ ໝັກໃຈປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ເອົາໃຈໃສ່ດໍາ ເນີນວຽກງານກໍ່ສ້າງຮາກຖານ ໃຫ້ດີ, ດ້ວຍການດໍາເນີນມາດຕະ ການຫັນວຽກ, ຫັນເອົາພະນັກ ງານ, ພາຫະນະ, ທຶນຮອນຈໍາ ນວນຫນຶ່ງລົງສູ່ຮາກຖານ, ລົງ ເຖິງປະຊາຊົນ, ຈັດຕັ້ງ ແລະ ນໍາ ພາປະຊາຊົນເຮັດວຽກງານ ຕ່າງໆຕາມ 5 ບາດກ້າວ, 7 ວຽກ ງານໃຫຍ່ທີ່ບັນດາສະຫາຍໄດ້ ອົບຮົມມານັ້ນໃຫ້ບັນລຸໄດ້ 4 ຄາດ ຫມາຍ, ສືບຕໍ່ເອົາໃຈໃສ່ປັບປຸງລະ ບົບການເມືອງ, ສ້າງພັກ, ສ້າງພະ ນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ຫນັກແຫນ້ນ, ສຶກສາອົບຮົມໃຫ້ພະນັກງານສະ ມາຊິກພັກທຸກຄົນຕ້ອງເປັນແບບ ຢ່າງນຳຫນ້າໃນການປະຕິບັດ ຫນ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ປັບປຸງການຊີ້ ນໍາ-ນຳພາຂອງຄະນະພັກ ແລະ ອໍານາດການປົກຄອງຂັ້ນຕ່າງໆ ໂດຍສະເພາະຂັ້ນຮາກຖານ ແລະ ຂັ້ນບ້ານຍົກສູງຄວາມສາມາດ ນໍາພາຮອບດ້ານຂອງຮາກຖານ ພັກ ແລະ ເສີມຂະຫຍາຍບົດບາດ ຂອງບັນດາການຈັດຕັ້ງມະຫາ ຊົນ. ສືບຕໍ່ວຽກງານສ້າງທ່າສະ ຫນາມປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຕິດແຫນ້ນກັບ ການພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນການກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ສ້າງບ້ານວັດ ທະນະທໍາ, ບ້ານປອດຄະດີ, ບ້ານ ແບບຢ່າງທາງດ້ານອະນາໄມ, ປອດຢາເສບຕິດ ແລະ ອື່ນໆໃຫ້ ດີກວ່າເກົ່າ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ພະນັກງານການ ນຳທີ່ເປັນແບບຢ່າງທີ່ດີໃນການ ປະຕິບັດບັນດາຂໍ້ກຳນົດ, ກົດລະ ບຽບຂອງວິທະຍາຄານປ້ອງກັນ ຊາດ, ເປັນເຈົ້າການໃນການຄົ້ນ ຄວ້າຮໍ່າຮຽນເຊິ່ງມັນສະແດງ ອອກຕະຫຼອດຊຸດຮຽນຮັບປະ ກັນໄດ້ຈຳນວນພົນຂຶ້ນຫ້ອງ, ຄົ້ນ ຄວ້າ ແລະ ສົນທະນາ 100% ແລະ ໄດ້ປະກອບສ່ວນຄຳຄິດຄຳ ເຫັນຕໍ່ການປັບປຸງກໍ່ສ້າງວິທະຍາ ຄານໃນຮອບດ້ານ ໂດຍສະເພາະ ແມ່ນເນື້ອໃນຫຼັກສູດການຮຽນ-ການສອນ, ເນື້ອໃນບັນດາເອກະ ສານຂໍ້ມູນຂ່າວສານ, ບົດຮຽນ ພຶດຕິກຳຕົວຈິງ ແລະ ສະພາບການ ທີ່ມີການພົວພັນຕ່າງໆເພື່ອໃຫ້ວິ ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ນຳໄປປັບປຸງແກ້ໄຂ ເຮັດໃຫ້ການຮໍ່າຮຽນໃນຊຸດຕໍ່ໄປ ໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ. ຈາກບັນຫາດັ່ງກ່າວສາມາດຕີລາ ຄາໝາກຜົນຂອງການຮໍ່າຮຽນແມ່ນບັນລຸໄດ້ຕາມລະດັບຄາດໝາຍ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ