ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານກອງພັນທີ 6 ສຳເລັດກອງປະຊຸມໃຫຍ່ຄັ້ງທີ VII
ເວລາອອກຂ່າວ: 2018-11-20 09:03:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ຄະນະພັກຮາກຖານກອງ ພັນທີ 6 ທະຫານແຂວງຄຳມ່ວນ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງ ທີ VII ຂອງຕົນໃນວັນທີ 9 ພະ ຈິກ 2018 ຜ່ານມານີ້, ໂດຍການ ເຂົ້າຮ່ວມເປັນປະທານຂອງພັນ ເອກ ຄຳພູ ເພັດສັງຄາ ຄະນະປະ ຈຳຄະນະພັກກອງບັນຊາການ, ຫົວໜ້າຫ້ອງພະລາທິການກອງ ບັນຊາການທະຫານແຂວງຄຳ ມ່ວນ, ມີຄະນະພັກ-ຄະນະບັນ ຊາ, ພະແນກການ ຕະຫຼອດສະ ມາຊິກພັກສົມບູນ-ສຳຮອງເຂົ້າ ຮ່ວມ. ພັນໂທ ເຊີຍ ໂພສີທາ ເລຂາ ຄະນະພັກຮາກຖານ, ຫົວໜ້າ ການເມືອງກອງພັນທີ 6 ໄດ້ຂຶ້ນ ຜ່ານບົດລາຍງານການເມືອງ ທັງສອງພາກ ຕີລາຄາຄືນໃນ ການຊີ້ນຳ-ນຳພາຂອງຄະນະ ພັກຮາກຖານໃນໄລຍະຜ່ານມາ ເຊິ່ງຄະນະພັກໄດ້ຖືເອົາການສຶກ ສາອົບຮົມການເມືອງນຳພາ ແນວຄິດເປັນບັນຫາສຳຄັນເຮັດ ໃຫ້ສະມາຊິກພັກ, ພະນັກງານ- ນັກຮົບໃນກົມກອງມີແນວຄິດ ເຊື່ອໝັ້ນຕໍ່ການນຳພາຂອງພັກ ໄດ້ເອົາໃຈໃສ່ຊີ້ນຳພະນັກງານ ສະມາຊິກພັກ ລົງເຮັດວຽກກໍ່ ສ້າງຮາກຖານການເມືອງນຳພາ ປະຊາຊົນເຮັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບຕິດພັນກັບການພັດທະນາ ຊົນນະບົດຮອບດ້ານຕາມທິດຊີ້ ນຳຂອງແຂວງ,​ນອກນັ້ນຍັງໄດ້ ໃຊ້ກຳລັງລົງເຄື່ອນໄຫວຮ່ວມ ກັບກຳລັງກອງຫຼອນບ້ານ ປກສ ກຸ່ມບ້ານເພື່ອເກັບກຳສະພາບ ເດືອນລະ 1-2 ຄັ້ງ, ເຄື່ອນໄຫວ ແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະ ຫງົບ ໄດ້ 33 ຄັ້ງ, ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ, ໃນ ນັ້ນຍັງໄດ້ໃຊ້ກຳລັງລົງຊ່ວຍປະ ຊາຊົນທີ່ປະສົບໄພນໍ້າຖ້ວມ 2 ຄັ້ງ, ນອກນີ້ີ້ຍັງໄດ້ເອົາໃຈໃສ່ໃນ ການເຝິກອົບຮົມການກຽມ ພ້ອມ ສູ້ຮົບໄດ້ທຸກເວລາ. ນອກຈາກ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລ້ວ ຍັງໄດ້ຖືສຳຄັນຕໍ່ການກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ຕາມ 5 ຫຼັກການ 3 ທິດ ນຳຂອງພັກວາງອອກ, ເຊິ່ງຄະ ນະພັກຮາກຖານກອງພັນທີ 6 ປະ ກອບມີ 5 ໜ່ວຍພັກຂຶ້ນກັບ, ມີສະ ມາຊິກທັງໝົດ 96 ສະຫາຍ. ພ້ອມ ດຽວກັນນັ້ນ ຄະນະພັກຍັງໄດ້ເອົາ ໃຈໃສ່ຊີ້ນຳອົງການຈັດຕັ້ງມະ ຫາຊົນໃນການເຮັດວຽກງານ ປູກຝັງ-ລ້ຽງສັດຕາມຄຳຂວັນ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ. ໃນນັ້ນ ມີເນື້ອທີ່ປູກເຂົ້ານາ ປີ 5,5 ເຮັກຕາ ສາມາດເກັບ ກ່ຽວໄດ້ 16, 9 ໂຕນ, ເນື້ອທີ່ ປູກຜັກ 7.200 ຕາແມັດ ປູກຜັກ ຊະນິດຕ່າງໆເກັບກູ້ໄດ້ 3.344 ກິໂລ, ປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກໄດ້ 320 ຕົ້ນ, ປູກໄມ້ສັກ 1.879 ຕົ້ນ, ລ້ຽງງົວ 21 ໂຕ, ແບ້ 35 ໂຕ, ໝູ 5 ໂຕ, ສັດປີກ 328 ໂຕ, ມີໜອງ ປາ 2 ໜອງ, ປ່ອຍປາແລ້ວ 1.000 ໂຕ ແລະ ລ້ຽງກົບ 500 ໂຕ. ກອງປະຊຸມປ່ອນບັດຄັດເລືອກ ເອົາຄະນະພັກຮາກຖານຊຸດໃໝ່ ຈຳນວນ 7 ສະຫາຍ ເຊິ່ງກອງ ປະຊຸມໄດ້ເປັນເອກະສັນເລືອກ ເອົາ ພັນໂທ ເຊີຍ ໂພສີທາ ເປັນ ເລຂາຄະນະພັກ, ພັນໂທ ເຄນ ທອງ ຫອມສົມບັດ ເປັນຮອງເລ ຂາ, ພັນຕີ ບຸນທະວີ ສີສົມພັນ ເປັນກຳມະການກວດກາ ແລະ ອີກ 4 ສະຫາຍເປັນກຳມະການ. ໂດຍ: ແກ້ວອຸດອນ ຖົງບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ