ການນຳແຂວງສະຫວັນນະເຂດຢ້ຽມຢາມພົບປະໂອ້ລົມພະນັກງານທີ່ ສູນເສຍອົງຄະເຊ 17
ເວລາອອກຂ່າວ: 2024-12-04 14:55:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3359 | ຄວາມນິຍົມ:
ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ທີ່ໄດ້ໝູນວຽນມາຄົບຮອບອີກວາລະ ໜຶ່ງ. ເພື່ອສະແດງຄວາມຮູ້ບຸນຄຸນ, ຜົນງານ, ຄຸນງາມຄວາມດີຕໍ່ພະນັກງານປະຕິວັດອາວຸດໂສທີ່ເສຍສະຫຼະເລືອດເນື້ອ ເພື່ອປົດປ່ອຍປະເທດຊາດອອກຈາກການກົດຂີ່ຂູດຮີດຂອງພວກຈັກກະພັດຕ່າງດ້າວໃນໄລຍະຜ່ານມາ. ດັ່ງນັ້ນ, ມາໃນວັນທີ 2 ທັນວາ 2024 ນີ້, ການນໍາແຂວງສະຫວັນະເຂດ. ເຊິ່ງນໍາໂດຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ພາກສ່ວນຕ່າງໆ ພາຍໃນແຂວງ ແລະ ບັນດາເມືອງອ້ອມຂ້າງສູນເສຍອົງຄະເຊ 17 ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນພະນັກງານປະຕິວັດອາວຸໂສທີ່ເສຍອົງຄະ ປະຈຳສູນເສຍອົງຄະເຊ 17 ບ້ານໂນນໄຊ ເມືອງພີນ ແຂວງສະຫວັນນະເຂດ. ໃນໂອກາດຢ້ຽມຢາມສູນເສຍອົງຄະເຊ 17 ຄັ້ງນີ້. ການນຳແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ພາກສ່ວນຕ່າງໆ ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ພ້ອມອວຍພອນໄຊອັນປະເສີດຕໍ່ບັນດາສະຫາຍພະນັກງານອາວຸໂສບຳນານສູນເສຍອົງຄະເຊ 17 ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມຮັກແພງ. ຈົ່ງພ້ອມກັນປະກອບສ່ວນຜົນງານເຂົ້າໃນການພັດທະນາບ້ານເມືອງຂອງຕົນໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປຢ່າງບໍ່ຢຸດຢັ້ງ ພ້ອມທັງຮຽກຮ້ອງມາຍັງພະນັກງານປະຕິວັດອາວຸດໂສທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີງາມນີ້ໄວ້ ແລະ ສຶກສາອົບຮົມຮຸ່ນລູກຫຼານໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ເພື່ອກາຍເປັນຄົນດີຂອງສັງຄົມຕໍ່ໄປ.
ໃນໂອກາດຢ້ຽມຢາມໃນຄັ້ງນີ້ ການນຳແຂວງ ພ້ອມດ້ວຍຄະນະ ຍັງໄດ້ນໍາເອົາເງິນສົດຈຳນວນໜຶ່ງ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ສູນເສຍອົງຄະເຊ 17 ເພື່ອຕອບບຸນແທນຄຸນ ແລະ ຄຸນງາມຄວາມດີຕໍ່ພະນັກງານອາວຸໂສປະຕິວັດທີ່ອຸທິດຊີວິດຕົນເອງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຈົນເຮັດໃຫ້ຕົນເອງສູນເສຍອະໄວຍະວະບາງປະເພດໄປຝ່າຍໜຶ່ງ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ