ບໍລິສັດ ເບສ ເທເລຄອມ ຈຳກັດ ມອບເງິນ ໃຫ້ກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2024-12-04 13:19:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2123 | ຄວາມນິຍົມ:
ໃນວັນທີ 29 ພະຈິກ 2024 ນີ້, ທ່ານ ລິດທິກອນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນສົດ ຈຳນວນ 2 ຕື້ກີບ ໃຫ້ແກ່ກົມໃຫຍ່ເສນາທິການກອງທັບ, ໂດຍກ່າວຮັບຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະນຳກົມໃຫຍ່, ຫ້ອງການ ພ້ອມດ້ວຍພະແນກການກ່ຽວຂ້ອງເຂົ້າຮ່ວມ.
ການມາມອບເງິນອຸປະຖໍາຊຸກຍູ້ໃນຄັ້ງນີ້, ເພື່ອເປັນການຊຸກຍູ້ປະກອບສ່ວນເຂົ້າໃນວຽກງານດ້ານຕ່າງໆຂອງກົມໃຫຍ່ເສນາທິການກອງທັບ ແລະ ເພື່ອເປັນຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນປະຫວັດສາດສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ ເວົ້າສະເພາະ ເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VII ທົ່ວອົງຄະນະພັກກົມໃຫຍ່ເສນາທິການກອງທັບທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ. ພ້ອມກັນນັ້ນ ທັງສອງຝ່າຍ ຍັງໄດ້ພົບປະໂອ້ລົມແລກປ່ຽນຖອດຖອນບົດຮຽນດ້ານວຽກງານຕ່າງໆ ດ້ວຍໄມຕຣີຈິດ-ມິດຕະພາບຄວາມສາມັກຄີຮັກແພງ, ເພື່ອຍົກສູງຄວາມສາມັກຄີມູນເຊື້ອອັນດີງາມ ແລະ ສາຍພົວພັນມິດຕະພາບ ລະຫວ່າງບໍລິສັດ ເບສ ເທເລຄອມ ຈຳກັດ ກັບ ກົມໃຫຍ່ເສນາທິການກອງທັບ ໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ