ສຸມໃສ່ເຝີກຊ້ອມຕາມແຜນການຢ່າງຕັ້ງໜ້າ
ເວລາອອກຂ່າວ: 2024-11-28 09:07:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2310 | ຄວາມນິຍົມ:
ສະຫາຍ ພັນໂທ ຄຳຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະ ນະຊີ້ນຳການເຝິກຊ້ອມກອບກູ້ ໄພພິບັດ 3 ກອງທັບ ລາວ, ຫວຽດນາມ, ກຳປູເຈຍ ໄດ້ໃຫ້ຮູ້ວ່າ: ພາຍຫຼັງເປີດພິທີການເຝິກຊ້ອມເປັນທາງການ ກຳລັງເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໄດ້ພ້ອມກັນສຸມໃສ່ເຝິກຊ້ອມຕາມແຜນການຢ່າງຕັ້ງໜ້າ ແລະ ຄະນະຊີ້ນຳ ໄດ້ເອົາໃຈໃສ່ຢ່າງໃກ້ຊິດ, ຕິດຕາມ ແລະ ເຂົ້າຮ່ວມປຶກສາຫາລືແລກປ່ຽນບົດຮຽນ, ປະສານງານກັບຄະນະຊີ້ນຳຂອງກອງທັບເພື່ອນ ກ່ຽວກັບແຜນການເຄື່ອນໄຫວຫັດແອບໃນແຕ່ລະວັນ ເພື່ອນຳມາເຜີຍແຜ່, ມອບໝາຍ ໃຫ້ກໍາລັງຂອງຕົນ ພ້ອມກັນເຄື່ອນໄຫວຫັດແອບຕາມແຜນການເຝິກຊ້ອມໃນແຕ່ລະວັນຢ່າງເຂັ້ມງວດ ນອກນັ້ນ, ກຳລັງກອງທັບປະຊາຊົນລາວ ໄດ້ເອົາໃຈໃສ່ປະຕິ ບັດຂໍ້ກຳນົດ, ກົດລະບຽບ, 7 ລະບອບ 18 ວຽກ ຂອງກອງທັບ ເຮັດໃຫ້ກຳລັງທີ່ເຂົ້າຮ່ວມເຝິກຊ້ອມມີຄວາມໜັກແໜ້ນເຂັ້ມແຂງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມຮັບຜິດສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ໃນການປະສານສົມທົບ, ຍາດແຍ່ງເອົາບັນດາບົດຮຽນ ທາງດ້ານການກອບກູ້-ຊ່ວຍເຫຼືອຜູ້ປະສົບໄພທາງທຳມະຊາດ ແລະ ການນຳໃຊ້ໜ່ວຍແພດສຸກເສີນຮ່ວມກັນ ເພື່ອເຮັດໜ້າທີ່ປິ່ນປົວຜູ້ຖືກບາດ ເຈັບດ້ວຍຫຼາຍຂະໝາດ, ຫຼາຍລະ ດັບທີ່ແຕກຕ່າງກັນຢ່າງຊຳນິຊຳ ນານ.
ສະຫາຍ ພັນໂທ ຄຳຜາຍ ອ້ວນວິໄລ ຍັງໃຫ້ຮູ້ຕື່ມອີກວ່າ: ການຝີກຊ້ອມໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ຄຸງຫັດແອບຄື: ຄຸງຜູ້ບັນຊາການລວມ, ຄຸງປະຕິບັດການກອບກູ້-ຊ່ວຍເຫຼືອຜູ້ປະສົບໄພອາຄານຖະຫຼົ່ມ ແລະ ຄຸງປະຕິບັດການຊ່ວຍເຫຼືອທາງດ້ານ ການແພດ ໃນນີ້, ໄດ້ແບ່ງອອກເປັນ 2 ເນື້ອໃນໃຫຍ່ ຄື: ການຊອກຄົ້ນຜູ້ປະສົບໄພພາຍໃນ ອາຄານຖະຫຼົ່ມ ໄດ້ນຳໃຊ້ກຳລັງ ຊ່າງແສງ ສົມທົບກັບກຳລັງ ກອງ ທັບເພື່ອນ ຈັດຕັ້ງເປັນ 3 ໜ່ວຍຄື: ໜ່ວຍຊອກຄົ້ນ, ໜ່ວຍກອບກູ້ ແລະ ໜ່ວຍນຳໃຊ້ເຄື່ອງ ມືກົນຈັກໜັກ. ສ່ວນເນື້ອໃນປະ ຕິບັດການຊ່ວຍເຫຼືອທາງດ້ານການແພດ ໄດ້ສົມທົບກັບກຳລັງເສນາຮັກ ຂອງກອງທັບເພື່ອນ ໃຫ້ຊ່ວຍເຫຼືອ ແລະ ກອບກູ້ຜູ້ບາດເຈັບ ເນື່ອງຈາກອາຄານຖະຫຼົ່ມ ໂດຍຈັດຕັ້ງໜ່ວຍແພດສຸກເສີນສົມທົບກັບຊ່າງແສງຊອກຄົ້ນຜູ້ປະສົບໄພ ແລະ ບາດເຈັບຈາກອາຄານຖະຫຼົ່ມ ເພື່ອຊ່ວຍປະຖົມພະຍາບານເບື້ອງຕົ້ນ ແລະ ນຳສົ່ງຜູ້ບາດເຈັບ ດ້ວຍລົດອາບູລັງ ໄປຍັງໂຮງໝໍສະໜາມຂັ້ນ 1, 2 ຄັດແຍກຜູ້ເຈັບໜັກ, ກາງ, ເບົາ ເພື່ອປິ່ນປົວສຸກເສີນ ແລະ ນຳສົ່ງຜູ້ບາດເຈັບໜັກດ້ວຍເຮລີຄ໊ອບເຕີ ໄປໂຮງໜໍສະໜາມແນວຫຼັງ ຕາມແຜນການເຝິກຊ້ອມ. ນອກນັ້ນ, ຍັງມີຫຼາຍກິດຈະກຳປິ່ນອ້ອມ ທີ່ກຳລັງເຝິກຊ້ອມ 3 ກອງທັບ ຈະໄດ້ປະຕິບັດຮ່ວມກັນ ເຊັ່ນ: ການແຂ່ງຂັນກິລາການທະຫານ ແລ່ນຂຶ້ນພູ, ແລກປຽນທາງດ້ານສິລະປະ-ວັນນະຄະດີ ແລະ ອື່ນໆ.
ຜ່ານການເຝິກຊ້ອມໃນໄລະຜ່ານມາເຫັນວ່າ ຄະນະຮັບຜິດຊອບແຕ່ລະພາກສ່ວນ ໄດ້ເອົາໃຈໃສ່ຊີ້ນຳການເຝິກຊ້ອມຢ່າງເປັນເຈົ້າການ ແລະ ກຳລັງກໍມີຄວາມຫ້າວຫັນ, ມີຄວາມອົດທົນໃນການຫັດແອບ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດມອບໝາຍໃຫ້ຢ່າງຈົບງາມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ