ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ປະກາດ​ການ​ແຕ່ງຕັ້ງ ຮອງ​ຫົວໜ້າ​ ຫ້ອງ​ເສນາ​ທິ​ການ​ ທະຫານ​ແຂວງ​ຫຼວງ​ພະ​ບາງ
ເວລາອອກຂ່າວ: 2024-11-28 09:04:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2602 | ຄວາມນິຍົມ:



ພິທີ​ປະກາດ​ແຕ່ງຕັ້ງ​ຮອງ ​ຫົວໜ້າ​ຫ້ອງ​ເສນາ​ທິ​ການທະ ຫານ​ແຂວງ​ຫຼວງ​ພະ​ບາງ ໄດ້ຈັດ ​ຂຶ້ນວັນ​ທີ 21 ພະຈິກ 2024 ນີ້, ໂດຍ​ການ​ເປັນ​ປະທານ ​ຂອງ​ສະຫາຍ ພົນ​ຈັດຕະວາ ວິ​ລ່ຽມ ວົງ​ທິ​ສານ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະ ນັກງານ​ຫຼັກ​ແຫຼ່ງ​ອົງການ 6 ຫ້ອງ, ກອງ​ບັນຊາ​ການ​ທະຫານ​ນະຄອນ, ກອງພັນ 415, ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ພະແນກການ​ກ່ຽວຂ້ອງ ແລະ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ໂອກາດ​ນີ້, ສະຫາຍ ພັນໂທ ສົມໃຈ ສີສະ​ຫວັດ ຮອງຫົວໜ້າ ​ຫ້ອງ​ການເມືອງ ກອງບັນຊາ ການ​ທະຫານ​ແຂວງ ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ຢູ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງພະ​ ບາງ ພັກ​ການ​ ກຽມ​ຮັບ​ບຳ ນານ, ໂດຍ​ປະຕິບັດ​ຕາມ​ກົດ ໝາຍ ນາຍ​ທະຫານ ກອງທັບ​ປະຊາຊົນ ລາວ ໃນ​ພາກ​ທີ lll ໝວດ​ທີ 1 ມາດຕາ 33 ວ່າ​ດ້ວຍ​ອາຍຸ​ກະສຽນ​ຮັບ​ບຳນານ​ຂອງ​ນາຍ​ທະຫານ, ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ​ອະນຸມັດ​ໃຫ້​ສະຫາຍ ພັນ​ໂທ ບຸນ​ລຽງ ລໍ​ວັນ​ຄຳ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ ທະຫານ​ແຂວງ​ຫຼວງ​ພະ​ບາງ ພັກ​ການ​ ກຽມ​ຮັບ​ບຳນານ, ແລະ ແຕ່ງຕັ້ງ ​ສະຫາຍ ພັນ​ໂທ ຈັນ​ເພັງ ໄຊ​ອຸດົມ ເປັນ​ຮອງ​ຫົວ ໜ້າ​ຫ້ອງ​ເສນາ​ທິ​ການ​ ທະຫານ​ແຂວງ, ສະຫາຍ ພັນ​ໂທ ຄຳມອນ ສຸວັນ​ຄຳ ເປັນ​ຮອງ​ຫົວໜ້າ​ພະ ແນກການ​ທະຫານ​ທ້ອງຖິ່ນ, ສະຫາຍ ພັນ​ຕີ ບຸນ​ແພງ ທະລາດ ລີ ເປັນຊ່ວຍ​ວຽກ​ພະ​ແນກ​ຕີ​ພິ ເສດ, ສະຫາຍ ພັນ​ຕີ ອຳໄພ​ວັນ ໂພທິ​ວັນ ເປັນຊ່ວຍ​ວຽກ​ພະ​ແນກ​ສູ້​ຮົບ ແລະ ສະຫາຍ ຮ້ອຍ​ເອກ ແກ້ວ​ພະ​ກອນ ມະນີ​ວົງ ເປັນຊ່ວຍ​ວຽກ​ພະ​ແນກ​ອົບ​ອົມ. ສະຫາຍ ພົນ​ຈັດຕະວາ ວິ​ລ່ຽມ ວົງ​ທິ​ສານ ໄດ້​ໂອ້​ລົມ ຍົກ​ໃຫ້​ເຫັນ​ຄວາມ​ຈຳເປັນ​ພາວະ​ວິ ໄສ​ໃນ​ການ​ແຕ່ງຕັ້ງ​ມອບ​ໝາຍ​ໜ້າທີ່​ໃໝ່ ເຊິ່ງ​ເປັນ​ກົດເກນ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ນາຍ​ທະຫານ, ເປັນ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງໃຫ້ມີ​ ຄວາມ​ເຂັ້ມແຂງ​ໜັກ​ແໜ້ນຮອບ ດ້ານ, ຕອບ​ສະໜອງ​ຕາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການ ເມືອງ​ໃນ​ໄລຍະ​ໃໝ່ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ນາຍ​ທະຫານ​ທີ່​ໄດ້​ຮັບ ​ການ​ແຕ່ງຕັ້ງ​ໜ້າທີ່​ໃໝ່ ຍົກ​ສູງ​ບົດບາດ​ຄວາມ​ຮັບຜິດຊອບ​ໜ້າທີ່​ການເມືອງ​ຂອງ​ຕົນ, ປັບປຸງແບບ ແຜນ​ນຳພາ-ບັນຊາ ແລະ ​ວິທີ​ ເຮັດ​ວຽກ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ໝູ່​ຄະນະ, ຕິດ​ພັນ​ການ​ກໍ່ ສ້າງ​ພັກ-ກໍ​່ສ້າງ​ພະນັກງານ​ໃຫ້​ມີ​ຄວາມ​ປອດ​ໃສ, ເຂັ້ມແຂງ​ຮອບ ດ້ານ, ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ດ້ານ​ຄຸນສົມບັດ, ສິນ​ທຳ​ປະ ຕິວັດ ແລະ ສຸມ​ສະຕິ​ປັນຍາ​ປະ ກອບສ່ວນ​ສ້າງ​ກົມ​ກອງ​ກ້າວ​ຂຶ້ນ​ເປັນກອງທັບ​ປະຕິວັດ ມີແບບແຜນ ທັນສະໄໝ. ໂດຍ: ສົມ​ພອນ ສຸວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ