ປິດຊຸດອົບຮົມໄລຍະສັ້ນການນຳໃຊ້ ແລະ ສ້ອມແປງ ຣາດາ P-18A
ເວລາອອກຂ່າວ: 2024-11-28 09:03:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2949 | ຄວາມນິຍົມ:
ພາຍຫຼັງດຳເນີນມາເປັນເວລາ 10 ເດືອນ, ການອົບຮົມ-ຫັດແອບ ໄລຍະສັ້ນ ການນຳໃຊ້ ແລະ ສ້ອມແປງ ຣາດາ P-18A ຢູ່ທີ່ວິທະຍາຄານເຕັກນິກການ ທະຫານ ໄດ້ອັດລົງດ້ວຍຜົນສຳ ເລັດອັນຈົບງາມ ໃນວັນທີ 20 ພະຈິກ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງ ທັບ, ມີຄະນະອຳນວຍການ ວິ ທະຍາຄານເຕັກນິກການທະ ຫານ, ບັນດາຜູ້ຕາງໜ້າກົມວິ ຊາສະເພາະທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນ ປ້ອງກັນອາກາດຕະ ຫຼອດຮອດພະນັກງານຄູ-ອາ ຈານ ພ້ອມດ້ວຍນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນເອກ ສີສົມພອນ ໃບສີ ຮອງຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງ ທັບ ໄດ້ຜ່ານບົດສະຫຼຸບການ ເຝິກອົບຮົມການນຳໃຊ້-ສ້ອມ ແປງຣາດາ P-18A ໄລຍະສັ້ນ ຊຸດທີ 1 ເຊິ່ງບັ້ນເຝິກອົບຮົມດັ່ງກ່າວ ໄດ້ເລີ່ມດຳເນີນນັບແຕ່ວັນທີ 1 ກຸມພາ-20 ພະຈິກ 2024 ນີ້. ມີນັກເຝິກອົບຮົມຈຳ ນວນ 10 ສະຫາຍທີ່ມາຈາກ ກຳລັງຫຼວງ ແລະ ກຳລັງທ້ອງ ຖິ່ນໃນທົ່ວກອງທັບ. ຜ່ານການ ເຝິກອົບຮົມເຫັນວ່າ ນັກເຝິກອົບ ຮົມແຕ່ລະສະຫາຍສາມາດເຂົ້າ ໃຈເນື້ອໃນບົດຮຽນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ສາມາດບັນລຸຄາດໝາຍ 80% ຂຶ້ນໄປ ໃນນັ້ນ, ຄັດເລືອກໄດ້ນັກຮຽນດີ-ຮຽນເກັ່ງ ຈຳນວນ 3 ສະຫາຍ. ຈາກນັ້ນ, ໄດ້ມອບໃບຢັ້ງຢືນແກ່ນັກເຝິກອົບຮົມ ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ໄດ້ ເນັ້ນໜັກໃຫ້ບັນດານັກເຝິກອົບຮົມ ຈົ່ງຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ພັດທະນາຕົນເອງທາງດ້ານຄວາມຮູ້ຄວາມສາມາດ, ຊອກຮູ້ຮໍ່າຮຽນພາສາຕ່າງປະເທດ, ເຕັກໂນໂລຊີທັນສະໄໝ ໂດຍສະເພາະແມ່ນເຕັກໂນໂລຊີທາງການທະຫານ ແລະ ຮັບຮູ້ຂໍ້ມູນ ຂ່າວສານ ເພື່ອໝູນໃຊ້ເຂົ້າໃນ ວຽກງານຮັບປະກັນພາຫະນະເຕັກນິກຂອງເຫຼົ່າຮົບ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງ, ເຝິກຝົນໃຫ້ຊຳນິຊຳນານ ເພື່ອເປັນວິຊາການໃນອະນາຄົດ ແນໃສ່ສືບຕໍ່ຫັນເອົາກອງທັບ ໃຫ້ເປັນກອງທັບປະຕິວັດມີລະບຽບວິໄນເຂັ້ມແຂງ, ມີແບບແຜນ ທັນສະໄໝ ເທື່ອລະກ້າວ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ