ຫ້ອງວ່າການກະຊວງປ້ອງກັນປະເທດ ເປີດບັ້ນເຝິກອົບຮົມ-ຫັດແອບການທະຫານ ແລະ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2024
ເວລາອອກຂ່າວ: 2024-11-28 09:00:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2111 | ຄວາມນິຍົມ:
ໃນວັນທີ 27 ພະຈິກ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ເປີດບັ້ນເຝິກອົບຮົມ-ຫັດແອບການທະ ຫານ ແລະ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພັນເອກ ໂສວັດ ສັນຕິສຸກ ຫົວໜ້າຫ້ອງການບໍລິ ຫານ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ຍຸງທອງ ບຸດມີໄຊ ຫົວໜ້າພະແນກກຳລັງພົນ ໄດ້ຜ່ານແຜນການອົບຮົມ-ຫັດແອບການທະຫານ ແລະ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2024 ໂດຍອີງໃສ່ຄຳສັ່ງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການ ອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້ບັນດາກົມກອງກຳລັງຫຼວງ, ກຳລັງທ້ອງ ຖິ່ນໃນທົ່ວກອງທັບ ປະຈຳປີ 2024, ເພື່ອຍົກລະດັບຄວາມຮູ້ຄວາມສາມາດດ້ານສິລະປະຍຸດ-ຍຸດທະວິທີໃຫ້ນາຍ ແລະ ພົນທະຫານຢູ່ບັນດາກົມກອງ, ຫ້ອງການທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ມີພິກ ໄຫວຄ່ອງແຄ່ວ, ຮັບປະກັນການກຽມພ້ອມສູ້ຮົບ, ສູ້ຮົບຕົວຈິງ ແລະ ກຽມພ້ອມຮອບດ້ານໃນທຸກກໍລະນີທີ່ຈະເກີດຂຶ້ນ, ເພື່ອເຝິກຝົນໃຫ້ນາຍ ແລະ ພົນທະຫານມີສຸ ຂະພາບແຂງແຮງ, ທົນທານແຂງແກ່ນກຽມພ້ອມຮັບໃຊ້ໜ້າ ທີ່ກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກເງື່ອນໄຂກໍລະນີ ໃນນັ້ນ, ການອົບຮົມແບ່ງອອກເປັນ 3 ພາກສ່ວນຄື: ພາກລະບຽບຮູບແຖວ 2 ວັນ, ພາກທິດສະດີສິລະປະຍຸດ 2 ວັນ ແລະ ຍິງ ເປົ້າໝາຍດ້ວຍລູກປືນແທ້ 2 ວັນ, ຈຳນວນພົນເຂົ້າຮ່ວມເຝິກ ອົບຮົມຮໍ່າຮຽນວິຊາງົດງາມ, ກາຍຍະກຳ, ຮູບແຖວ ແລະ ພາກທິດສະດີມີ 146 ສະຫາຍ, ຍິງເປົ້າໝາຍດ້ວຍລູກປືນແທ້ 689 ສະຫາຍ.
ໂອກາດນີ້, ສະຫາຍ ພັນເອກ ໂສວັດ ສັນຕິສຸກ ໄດ້ຊີ້ນຳຫຼາຍບັນຫາສຳຄັນຕໍ່ຄູ-ອາຈານຮັບ ຜິດຊອບແຕ່ລະພາກວິຊາ ແລະ ພະນັກງານ-ນັກຮົບ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ຈົ່ງພ້ອມກັນປະຕິບັດໂມງເວລາຂຶ້ນຫ້ອງ ລົງຫ້ອງສຳເລັດຕາມແຜນການທີ່ວາງໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ