ມອບ-ຮັບ ວຽກງານ ໃຫ້ຫົວໜ້າພະແນກກວດກາ ຫ້ອງການເມືອງ ທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2024-11-28 08:56:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2204 | ຄວາມນິຍົມ:
ໃນວັນທີ 25 ພະຈິກ 2024, ຫ້ອງການເມືອງ ກອງບັນຊາ ການທະຫານແຂວງອຸດົມໄຊ ໄດ້ມອບ-ຮັບ ວຽກງານກວດກາ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ແກ້ວວິເສດ ລູກສອນນ້ອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ທອງພັນ ພົມມະສິນ ຮອງຫົວໜ້າພະແນກກວດກາ ໄດ້ຜ່ານບົດສະຫຼຸບຕີລາຄ່າຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດ, ນຳພາ-ຊີ້ນຳ ວຽກງານຮອບດ້ານໃນໄລຍະຜ່ານມາ ເປັນເຈົ້າການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງ ທັບ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບຂະບວນການສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກວດກາຈຳນວນພົນແຕ່ລະກົມກອງ, ຄຸ້ມຄອງງົບປະມານ ລາຍຮັບ-ລາຍຈ່າຍ, ປົກປັກຮັກສາວັດຖຸພາຫະນະ, ອາວຸດກະສຸນທີ່ຂັ້ນເທິງປະກອບໃຫ້, ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງໃກ້ຊິດຕິດແທດ ກັບ ປະຊາຊົນ ປຸກລະດົມອຳນາດການປົກຄອງ ເຮັດໜ້າທີ່ວຽກງານ ປກຊ-ປກສ ທົ່ວປວງຊົນ
ເພື່ອເຮັດໃຫ້ຂອບເຂດຮັບຜິດ ຊອບຂອງຕົນ ມີຄວາມສະຫງົບປອດໄພໂດຍພື້ນຖານ.
ຈາກນັ້ນ, ໄດ້ມອບວຽກງານໃຫ້ສະຫາຍ ພັນໂທ ສອນຄິດ ໄຊສະຫງ່າ ຫົວໜ້າພະແນກກວດ ກາຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ