ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ສະຫະພັນ​ແມ່ຍິງ ​ວພກ ສຳເລັດ​ກອງ​ປະຊຸມ​ຜູ້​ແທນ​ແມ່ຍິງ ຄັ້ງ​ທີ IV
ເວລາອອກຂ່າວ: 2024-11-27 09:26:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3298 | ຄວາມນິຍົມ:



ວັນ​ທີ 21 ພະຈິກ 2024 ນີ້, ສະຫະພັນ​ແມ່ຍິງ ວິທະຍາຄານ​ພະລາທິການ​ກອງທັບ (​ວພກ) ໄດ້​ສຳເລັດ​ກອງ​ປະຊຸມ​ແມ່ຍິງ ຄັ້ງ​ທີ IV, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສອນທັນ ສຸ​ວົງ​ໄຊ ຫົວໜ້າ​ການເມືອງ​ວິທະຍາຄານ​ພະລາທິການ​ກອງທັບ, ມີ​ ສະຫາຍ ພັນ​ໂທ ນາງ ປາວົງ ສະແຫວງ ຮອງ​ຫົວໜ້າ​ຫ້ອງ ການ​ສະຫະພັນ​ແມ່ຍິງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ 6 ຫ້ອງ, 2 ກອງພັນ, ພະນັກງານ ອາວຸໂສ​ບຳນານ, ແຂກ​ທີ່​ຖືກ​ເຊີນ ແລະ ຜູ້​ແທນ​ສະຫະພັນ​ແມ່ຍິງ​ທົ່ວວິທະຍາຄານ​ພະລາທິການ​ກອງທັບ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ຄຳຫຼ້າ ກົມ​ທິ​ສອນ ຫົວໜ້າ​ພະ​ແນກ​ສະ ຫະພັນ​ແມ່ຍິງ ວິທະຍາຄານ​ພະ ລາທິການ​ກອງທັບ ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໃນ​ໄລຍະ 5 ປີ ຜ່ານ​ມາ, ສະຫະພັນ​ແມ່ຍິງວິທະຍາຄານ​ພະລາທິການ​ກອງທັບ ໄດ້​ຖືເອົາ ​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ເປັນ​ບັນ ຫາ​ສຳຄັນ ດ້ວຍ​ຫຼາຍ​ວິທີ​ການ ແລະ ຫຼາຍ​ຮູບ​ແບບ​ເປັນຕົ້ນ​ແມ່ນ​ໄດ້​ປຸກລະດົມ​ສະມາຊິກ​ສະຫະພັນ​ແມ່ຍິງເຂົ້າ​ຮ່ວມ​ເຊື່ອມ​ຊຶມ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ນິຕິ​ກຳ​ຕ່າງໆ​ຂອງ​ພັກ, ຂອງ​ກອງທັບ; ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ ໄດ້​ອຳນວຍ​ຄວາມ​ສະດວກ​ລົງ​ເລິກ​ໃກ້ຊິດຕິດແທດ​ມອບ​ໝາຍ​ໜ້າທີ່​ໃຫ້ແກ່​ສະມາຊິກ​ສະຫະພັນ​ແມ່ຍິງເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ ປະຕິບັດ​ໜ້າທີ່​ວິ ຊາ​ສະເພາະ, ໄດ້​ຮັບ​ການ​ ເບິ່ງແຍງ​ເອົາໃຈໃສ່​ຈາກ​ການ ຈັດຕັ້ງ​ທຸກ​ຂັ້ນ, ມີ​ສະມາຊິກ​ສະຫະ​ພັນ​ແມ່ຍິງ​ບາງ​ສະຫາຍ​ໄດ້​ຮັບ​ການ​ແຕ່ງຕັ້ງ​ມອບ​ໝາຍ​ໜ້າທີ່, ຫຼາຍ​ສະຫາຍ​ໄດ້​ຮັບ​ການ​ເລື່ອນ​ຊັ້ນ, ຍ້ອງຍໍ​ຊົມເຊີຍ​ຜົນງານ. ນອກ​ນັ້ນ​ຄະນະ​ນຳ​ສະຫະພັນ​ແມ່ ຍິງໄດ້​ເອົາໃຈໃສ່ ນຳພາ​ຈັດຕັ້ງ​ ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ, ໃນ​ນີ້​ສາມາດ​ຄັດ​ເລືອກ​ໄດ້: ພົນລະເມືອງ​ດີ 222 ສະຫາຍ, ພັດທະນາ​ດີ 216 ສະຫາຍ, ສ້າງ​ຄອບຄົວ​ດີ 185 ສະຫາຍ, ແມ່ຍິງ 3 ດີ ປະເພດ I ມີ 164 ສະຫາຍ, 3 ດີ​ປະເພດ II ມີ 58 ສະຫາຍ, ມີ 1 ກອງ​ທຶນ​ພັດທະນາ​ສະຫະ ພັນ​ແມ່ຍິງ, ຈຳນວນ​ສະ​​ມ​າຊິກ: 1.240 ຄົນ, ຍິງ 597 ຄົນ, ຊາຍ 608 ຄົນ, ກົມ​ກອງ​ລວມ​ໝູ່ 35 ກົມ​ກອງ, ຈຳນວນ​ເງິນ​ທ້ອນ 5.250.663.000 ກີບ. ນອກ​​ຈາກ​ນີ້​ຍັງ​ໄດ້​ຮັບ​ການຍ້ອງ ຍໍຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ຈຳນວນ 11 ສະຫາຍ, ຫຼຽນໄຊ​ ແຮງ​ງານ​ຊັ້ນ III ມີ 12 ສະ ຫາຍ, ຫຼຽນ​ກາ​ແຮງ​ງານ 80 ສະຫາຍ, ໃບ​ຍ້ອງຍໍ​ລັດຖະບານ 60 ສະຫາຍ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 37 ສະຫາຍ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 37 ສະຫາຍ, ໃບ​ຍ້ອງ ຍໍ​ຄູ​ສອນ​ດີ-ສອນ​ເດັ່ນ ແລະ ນັກ ຮຽນ-ນັກ​ສຶກ​ສາ​ດີເດັ່ນ 66 ສະ ຫາຍ, ຕອນ​ທ້າຍ​ສະຫາຍ​ປະທານ ໄດ້​ກ່າວ​ໂອ້​ລົມ​ໂດຍ​ເນັ້ນ​ໜັກ​ໃຫ້ ຄະນະ​ນຳ​ສະຫະພັນ​ແມ່ຍິງ ພ້ອມ​ດ້ວຍສະມາຊິກ​ສະຫະພັນ​ແມ່ຍິງ​ທົ່ວວິທະຍາຄານ​ພະລາທິການ​ກອງທັບ ຈົ່ງ​ເພີ່ມ​ທະວີ​ວຽກ​ງານ ​ສຶກ​ສາ​ອົບຮົມ​ການເມືອງ-ນຳ​ ແນວ​ຄິດ, ສືບຕໍ່​ປຸກລະດົມ​ສະ ມາຊິກ​ແມ່ຍິງ​ພ້ອມພຽງ​ກັນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ, ເປັນ​ເຈົ້າ​ການ​ປະຕິບັດ​ພາລະ​ບົດບາດ​ໃນ​ການ​ປົກ​ປ້ອງ​ສິດຜົນປະໂຫຍດ​ຂອງ​ແມ່ຍິງ ແລະ ເດັກນ້ອຍ, ເອົາໃຈໃສ່​ປັບປຸງ​ການຈັດຕັ້ງ​ສະ ຫະພັນ​ແມ່ຍິງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ, ມີ​ແບບແຜນ ວິທີ​ເຮັດ​ວຽກ​ທີ່​ສອດຄ່ອງ ບົນ​ພື້ນຖານ​ຫຼັກການ​ລວມ​ສູນ​ປະຊາ ທິປະໄຕ ເຮັດ​ວຽກ​ເປັນ​ໝູ່​ຄະນະ, ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ແລະ ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບຢ່າງ​ເຂັ້ມ​ງວດ. ​ໂດຍ: ແກ້ວ​ອຸດອນ ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ