
ກະຊວງປ້ອງກັນປະເທດ ປາຖະກະຖາວັນກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ປີ
ເວລາອອກຂ່າວ: 2024-10-31 16:02:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3418 | ຄວາມນິຍົມ:
ໃນວັນທີ 30 ຕຸລາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາວັນກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ປີ (30 ຕຸລາ 1949-30 ຕຸລາ 2024) ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ, ເຂົ້າຮ່ວມມີ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍການນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງກະຊວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ຫວນຄືນມູນເຊື້ອອັນພິລະອາດຫານຂອງກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ ທີ່ໄດ້ສູ້ຮົບຄຽງບ່າຄຽງໄຫຼ່ກັບກອງທັບປະຊາຊົນລາວ ໃນບັ້ນຮົບຢູ່ພາກໃຕ້ ແລະ ພາກກາງລາວ, ພ້ອມກັນປະຕິບັດບັ້ນຮົບຕ່າວໂຈມຕີການເຄື່ອນທັບລາມເຊີນ 719 ຂອງອາເມລິກາຢູ່ຖະໜົນທາງເລກ 9 ພາກໃຕ້ລາວໃຫ້ປະລາໄຊ. ບັນດາໄຊຊະນະດ້ານການທະຫານ ຂອງທະຫານ ແລະ ປະຊາຊົນສອງປະເທດໃນບັ້ນຮົບທາງເລກ 9 ພາກໃຕ້ລາວ (ເດືອນ ມັງກອນ 1971), ບັ້ນຮົບທົ່ງໄຫຫີນ-ເມືອງສຸຍ (ເດືອນ ເມສາ 1972), ບັ້ນຮົບປ້ອງກັນ, ສູ້ຢັນຢູ່ທົ່ງໄຫຫີນ-ຊຽງຂວາງ (ເດືອນພະຈິກ 1972). ນອກນີ້, ຍັງເປັນພະນັກງານຂົນຂວາຍໂຄສະນາ, ສຶກສາປະຊາຊົນລາວບັນດາເຜົ່າກ່ຽວກັບອຸດົມການປະຕິວັດ, ເສັ້ນທາງທີ່ຈຳເປັນຢ່າງເດັດຂາດຂອງສອງປະຊາຊາດເຊິ່ງຕ້ອງຮ່ວມສຳພັນຕໍ່ຕ້ານການຮຸກຮານຈາກພາຍນອກ, ກາຍເປັນທີ່ຮັກແພງຂອງປະຊາຊົນລາວ, ສ້າງກຳລັງແຮງແຫ່ງການສຳພັນສູ້ຮົບຫວຽດນາມ-ລາວ, ຊ່ວຍໃຫ້ກອງທັບສອງປະເທດຍາດໄດ້ໄຊຊະນະໃນ ບັນດາບັ້ນຮົບທີ່ເປັນຂໍກະແຈຫຼາຍຄັ້ງ, ທຳລາຍບັນດາກົນອຸບາຍຂອງຈັກກະພັດອາເມລິກາໃນສົງຄາມພິເສດ, ໄດ້ບັງຄັບໃຫ້ອາເມລິກາໄດ້ລົງນາມໃນສັນຍາວຽງຈັນ, ລົງວັນທີ 21 ກຸມພາ 1973 ວ່າດ້ວຍການຟື້ນຟູສັນຕິພາບ ແລະ ການປະຕິບັດຄວາມປອງດອງຊາດຢູ່ລາວ, ສ້າງໂອກາດ ໃຫ້ກອງທັບ ແລະ ປະຊາຊົນລາວຍາດເອົາໄດ້ໄຊຊະນະຢ່າງສົມບູນໃນການລຸກຮື້ຂຶ້ນທົ່ວປະເທດຢຶດອຳນາດ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ໃນການປາຖະກະຖາວັນກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຄັ້ງນີ້, ກໍເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບພິເສດລາວ-ຫວຽດນາມ ໃນທົ່ວພັກ, ທົ່ວລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຮັບຮູ້ເຊື່ອມຊຶມເຫັນໄດ້ຄວາມໝາຍ, ຄວາມສຳຄັນ, ຜົນງານ ແລະ ໄຊຊະນະການຊ່ວຍເຫຼືອອັນໃຫຍ່ຫຼວງລ້ຳຄ່າຂອງກອງທັບ ແລະ ປະຊາຊົນອ້າຍນ້ອງບົນຈິດໃຈສາກົນກຳມະຊີບອັນຜ່ອງໃສ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ