ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ເປີດຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2024-10-31 15:08:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2010 | ຄວາມນິຍົມ:



ພິທີເປີດບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ຕລຕ) ໄດ້ຈັດຂຶ້ນໃນ ວັນທີ 30 ຕຸລາ 2024 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ຄະນະກົມພາຍໃນ ທຫລ, ບັນດາກະຊວງທີ່ກ່ຽວຂ້ອງ ຕະຫຼອດຮອດຄະນະອໍານວຍການທະນາຄານທຸລະກິດ, ສະພາອຸດສາຫະກໍາ ແລະ ການຄ້າ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມ. ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າກົມນະໂຍບາຍເງິນຕາ ທຫລ ໄດ້ລາຍງານສະພາບຄວາມເປັນມາໃນການສ້າງຕັ້ງບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ລາວ ຈຳກັດ (ຕລຕ) ຫຼື Lao Foreign Exchange Company Limited Co.,Ltd, (LFX) ມີສໍານັກງານຕັ້ງຢູ່ ຕຶກຕະຫຼາດຫຼັກຊັບລາວ ຊັ້ນ 6, ເປັນສະຖາບັນການເງິນໜຶ່ງ ທີ່ເຄື່ອນໄຫວພາຍໃຕ້ການຄຸ້ມຄອງຂອງ ທຫລ ທີ່ມີການຮ່ວມທຶນກັນລະຫວ່າງ ລັດຖະບານ ແລະ ບັນດາທະນາຄານທຸລະກິດ (ທທກ) ຈໍານວນ 11 ແຫ່ງ (BCEL, APB, ST, BIC, JDB, LVB, LDB, IB, BFL, PSVB, MJBL). ຈຸດປະສົງ ເພື່ອຊຸກຍູ້ໃຫ້ການເຄື່ອນໄຫວແລກປ່ຽນເງິນຕານອກລະບົບ ຫັນເຂົ້າມາໃນລະບົບຕະຫຼາດແລກປ່ຽນເງິນຕາຢ່າງເປັນທາງການ, ເປັນບ່ອນດັດສົມເງິນຕາຕ່າງປະເທດລະຫວ່າງກັນ ໃນສັງຄົມ ເພື່ອໃຫ້ເກີດຄວາມສົມດຸນທາງດ້ານເງິນຕາ ພ້ອມນີ້, ຍັງເປັນເຄື່ອງມືສໍາຄັນໃຫ້ ທຫລ ສາມາດເກັບກໍາຂໍ້ມູນທີ່ແທ້ຈິງກ່ຽວກັບການສະໜອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ, ທັງເປັນບ່ອນດັດປັບອັດຕາແລກປ່ຽນທົ່ວລະບົບໃຫ້ຄ່ອງຕົວ ແລະ ປິດຂອບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ. ການດໍາເນີນງານໃນບໍລິສັດດັ່ງກ່າວ ແມ່ນໄດ້ອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ ເຂົ້າມາແລກປ່ຽນຊື້-ຂາຍ ເງິນຕາຕ່າງປະເທດ ໃນຮູບແບບອອນລາຍຜ່ານຊ່ອງທາງ ແອບພິເຄຊັນທາງມືຖືຜ່ານລະບົບ Mobile Banking ຫຼື ຜ່ານເວບບຼາວເຊີທາງຄອມພິວເຕີ Internet Banking ໃນ 3 ສະກຸນເງິນ ຄື: ເງິນໂດລາ, ເງິນບາດ ແລະ ເງິນຢວນ. ໃນປັດຈຸບັນ ສາມາດໃຊ້ບໍລິການຜ່ານແອບພິເຄຊັນຂອງທະນາຄານທຸລະກິດຈໍານວນ 7 ແຫ່ງ ແລະ ຈະຂະຫຍາຍການບໍລິການໃຫ້ໄດ້ທຸກທະນາຄານ ໃນອະນາຄົດ. ມາຮອດປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກໃບທະບຽນວິສາຫະກິດ ສະບັບເລກທີ 4016/ຈທວ, ລົງວັນທີ 22 ຕຸລາ 2024 ແລະ ໜັງສືແຈ້ງຕອບເຫັນດີ ໃນການດໍາເນີນທຸລະກິດ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ສະບັບເລກທີ 1199/ກນງ, ລົງວັນທີ 29 ຕຸລາ 2024. ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ໄດ້ມີຄໍາເຫັນໃນພິທີ ໂດຍເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນ ໃນການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ໃນການປະກອບສ່ວນຮັກສາສະຖຽນລະພາບເງິນຕາແຫ່ງຊາດ. ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ແຂກກິດຕິມະສັກ ໃຫ້ກຽດຂຶ້ນກົດປຸ່ມເປີດບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຢ່າງເປັນທາງການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ