
ສະເຫຼີມສະຫຼອງລະນຶກວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍການປະຕິວັດລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2024-10-31 14:36:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2225 | ຄວາມນິຍົມ:
ພິທີສະເຫຼີມສະຫຼອງລະນຶກວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍການປະຕິວັດລາວ ຄົບຮອບ 75 ປີ (30 ຕຸລາ 1949 – 30 ຕຸລາ 2024) ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2024 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟາມວັນຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ຕາງໜ້າການນໍາ ພັກ-ລັດ ສອງປະເທດ ລາວ-ຫວຽດນາມ ແລະ ບັນດາສະຫາຍອະດີດທະຫານອາສາສະໝັກ ແລະ ອະດີດຊ່ຽວຊານຫວຽດນາມ ເຂົ້າຮ່ວມ.
ໃນພິທີ ທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນເອກ ຟາມວັນຢາງ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າໃຫ້ການນໍາ ພັກ-ລັດຂອງສອງປະເທດ ຜັດປ່ຽນກັນຂຶ້ນມີຄໍາເຫັນຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນປະຫວັດສາດແຫ່ງການພົວພັນຂອງສອງຊາດ ລາວ-ຫວຽດນາມ, ພັກ-ລັດ ແລະ ສອງກອງທັບທີ່ເຄີຍຮ່ວມສູ້ຮົບ ແລະ ຊ່ວຍເຫຼືອການປະຕິວັດລາວ ໃນໄລຍະຕໍ່ສູ້ກູ້ຊາດເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວບັນດາເຜົ່າ; ຕະຫຼອດໄລຍະທາງແຫ່ງພາລະກິດປະຕິວັດຕ້ານການຮຸກຮານຂອງຈັກກະພັດເປັນເວລາອັນຍາວນານ ດ້ວຍການເສຍສະຫຼະເລືອດເນື້ອອັນໃຫຍ່ຫຼວງຂອງນັກຮົບປະຕິວັດທັງສອງຊາດ. ໃນແປວໄຟທີ່ດຸເດືອດຂ້ຽວຂາດຂອງສົງຄາມຕ້ານການຮຸກຮານຂອງລ່າເມືອງຂຶ້ນແບບໃໝ່ ເປັນເວລາ 20 ປີ, ກອງທັບ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັນ ຕີສັດຕູໂຕດຽວກັນຢ່າງພິລະອາດຫານ, ກ້າແກ່ນ, ຮ່ວມຂຸມຄອງດຽວກັນ, ຊ່ວຍເຫຼືອກັນເຂົ້າເມັດຫັກຜັກເສັ້ນແບ່ງ, ຍອມເສຍສະຫຼະ, ອຸທິດຊີວິດເລືອດເນື້ອ ເພື່ອເອກະລາດຂອງສອງຊາດ, ສ້າງວິລະກຳອັນລ້ຳເລີດ, ປົດປ່ອຍຊາດໄດ້ຢ່າງສົມບູນ ໃນປີ 1975 ແລ້ວພ້ອມກັນເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນເປັນເວລາ 40 ກວ່າປີ ຜ່ານມາ.
ໂດຍ: ຮອ ບຸນເລັ່ງ ສຸມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ