ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ພຶດສະພາ 2025

  

ປະກາດຮັບຮອງຄະນະບໍລິຫານງານພັກ ວຕກ ສະໄໝທີ III
ເວລາອອກຂ່າວ: 2024-10-30 10:59:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3137 | ຄວາມນິຍົມ:



ໃນວັນທີ 29 ຕຸລາ 2024, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດພິທີປະກາດຮັບຮອງຄະນະບໍລິຫານງານພັກ ວຕກ ສະໄໝທີ III ຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ,ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຕາງໜ້າກົມວິຊາສະເພາະ ຕະຫຼອດຮອດຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານຫຼັກແຫ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດຮັບຮອງເອົາຄະນະບໍລິຫານງານພັກ ວິທະຍາຄານເຕັກນິກການທະຫານ ສະໄໝທີ III ຈໍານວນ 11 ສະຫາຍ. ໃນນີ້, ໄດ້ຮັບຮອງເອົາ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ພັນເອກ ວຽງຄຳຫຼ້າ ແພງປັນຍາ ເປັນຮອງເລຂາຄະນະບໍລິຫານງານພັກ, ຮັບຮອງເອົາຄະນະປະຈໍາພັກ 3 ສະຫາຍ, ຮັບຮອງເອົາປະທານ ແລະ ຮອງປະທານກວດກາພັກ 3 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານພັກ ວຕກ ທີ່ພ້ອມກັນຫ້າງຫາກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງຕົນຈົນສຳເລັດດ້ວຍໝາກຜົນທີ່ຈົບງາມ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຕ້ອງມີຄວາມເປັນເອກະພາບສູງໃນໝູ່ຄະນະພັກ, ເປັນເຈົ້າການເຄື່ອນໄຫວຕາມພາລະບົດບາດໃນຖານະຄະນະພັກຢ່າງເຕັມສ່ວນ ພ້ອມທັງເປັນແບບຢ່າງ ຫົວຈັກຫຼັກແຫຼ່ງໃນການນໍາພາ ພະນັກງານ, ສະມາຊິກພັກ, ນັກຮົບ, ນັກຮຽນ-ນັກສຶກສາໃນທົ່ວກົມກອງໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບການຂອງພັກ, ປັບປຸງປົວແປງພາຍໃນພັກໃຫ້ມີຄວາມເຂັ້ມແຂງຕາມ 5 ຫຼັກການ 3 ທິດນໍາທີ່ພັກກໍານົດໄວ້ຢ່າງເຂັ້ມງວດ ແລະ ເຮັດໃຫ້ບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຂອງຄະນະພັກຂັ້ນຕົນເຂົ້າສູ່ຊີວິດຕົວຈິງ ໃນການປະຕິບັດໜ້າທີ່ວຽກງານຂອງກົມກອງ ແລະ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງດ້ວຍການຊອກຮູ້ຮໍ່າຮຽນທິດສະດີ, ກຳແໜ້ນແນວທາງແຜນນະໂຍບາຍ ແລະ ບັນດານິຕິກຳຕ່າງໆຂອງພັກ ບັນດາຂໍ້ກຳນົດກົດລະບຽບຂອງກອງທັບເປັນແບບຢ່າງທີ່ດີ, ມີແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ມີທັດສະນະຫຼັກໝັ້ນຊົນຊັ້ນທີ່ຖືກຕ້ອງ, ມີສະຕິລະວັງຕົວສູງ ແລະ ການດຳລົງຊີວິດລຽບງ່າຍ, ເຮັດວຽກເປັນໝູ່ຄະນະ ແບ່ງງານໃຫ້ບຸກຄົນຮັບຜິດຊອບ ເພື່ອພ້ອມກັນກໍ່ສ້າງວິທະຍາຄານເຕັກນິກການທະຫານ ກໍຄືສືບຕໍ່ກໍ່ສ້າງເຫຼົ່າຮົບເຕັກນິກໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານວຽກງານເຕັກນິກ ໃຫ້ແກ່ຂອງກໍາລັງຫຼວງແລະກໍາລັງທ້ອງຖິ່ນໃນທົ່ວກອງທັບຢ່າງທົ່ວເຖິງ ຄຽງຄູ່ກັບການຄຸ້ມຄອງ ອຸປະກອນ, ພາຫະນະເຕັກນິກເຂົ້າໃນການຮຽນ-ການສອນໃຫ້ຄຸ້ມຄ່າ, ຍາວນານ, ຮັບປະກັນໄດ້ຄວາມປອດໄພສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງໄດ້ທຸກເວລາ. ໂດຍ ເພັດນາລີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ