ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ມອບ-ຮັບ ໜ້າທີ່ປະທານສະຫະພັນນັກຮົບເກົ່າ ແຂວງເຊກອງ
ເວລາອອກຂ່າວ: 2024-10-30 10:57:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3643 | ຄວາມນິຍົມ:



ວັນທີ 29 ຕຸລາ 2024 ນີ້, ຢູ່ທີ່ສະໂມສອນຫ້ອງການສະຫະພັນນັກຮົບເກົ່າ ແຂວງເຊກອງ, ໄດ້ຈັດ ພິທີມອບ-ຮັບໜ້າທີ່ ປະທານສະຫະພັນນັກຮົບເກົ່າແຂວງເຊກອງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີບັນດາສະຫາຍຮອງກົມຈັດຕັ້ງພັກ-ພະນັກງານ, ພະແນກທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ພ້ອມດ້ວຍປະທານສະຫະພັນນັກຮົບ ຜູ້ເກົ່າ ແລະ ຜູ້ໃໝ່, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພັນໂທ ສອນນີ ເງື່ອມດາເລີນ ຢຸດການປະຕິບັດໜ້າທີ່ເປັນ ປະທານ ສະຫະພັນນັກຮົບເກົ່າແຂວງ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ອາດີດຄະນະປະຈຳພັກແຂວງ, ຜູ້ປະຈຳການ ຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງ, ອາດີດເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການ ທະຫານແຂວງເຊກອງ, ເປັນປະທານສະຫະພັນນັກຮົບເກົ່າແຂວງ ຜູ້ໃໝ່. ໂອກາດນີ້ ສະຫາຍ ພັນໂທ ສອນນີ ເງື່ອມດາເລີນ ປະທານສະຫະພັນນັກຮົບເກົ່າ ແຂວງເຊກອງ (ຜູ້ເກົ່າ) ໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ- ລັດ, ກໍຄືຂອງກອງທັບອັນລະອິດລະອ້ຽວ ຕະຫຼອດໃນໄລຍະຜ່ານມາ ເປັນຕົ້ນແມ່ນການຊີ້ ນຳ-ນຳພາພະນັກງານສະມາຊິກພັກ-ນັກຮົບໃນທຸກຂົງ ເຂດວຽກງານ ສະຫະພັນນັກຮົບເກົ່າແຂວງ ດ້ວຍຜົນສຳເລັດຫຼາຍໆດ້ານ, ພະນັກງານຫຼັກແຫຼ່ງແຕ່ລະ ສະຫາຍ ມີແນວຄິດຫຼັກໝັ້ນອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ສາມາດເຮັດໃຫ້ສະພາບຢູ່ພາຍໃນ-ພາຍນອກ ຕາມສິດ ແລະ ໜ້າທີ່ ພາລະບົດບາດ ຄວາມຮັບຜິດຊອບຂອງ ຫ້ອງການສະຫະພັນນັກຮົບເກົ່າແຂວງ ມີຄວາມສະຫງົບໂດຍພື້ນຖານ. ພ້ອມກັນນັ້ນ ປະທານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເປັນສັກຂີພະຍານໃນການຮ່ວມເຊັນບົດບັນທຶກ ມອບ-ຮັບໜ້າທີ່ ປະທານສະຫະພັນນັກຮົບເກົ່າແຂວງເຊກອງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່. ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ປະທານສະຫະພັນນັກຮົບເກົ່າແຂວງ ຜູ້ເກົ່າ, ທີ່ໄດ້ເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມືອງຂອງພັດ-ລັດ ຕາມທີ່ໄດ້ຮັບມອບໝາຍ ແລະ ໄດ້ຮຽກຮ້ອງໃຫ້ສະຫາຍ ປະທານສະຫະພັນນັກຮົບເກົ່າຜູ້ໃໝ່ ຍົກສູງນ້ຳໃຈຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ ຕາມການມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເປັນເຈົ້າການໃນການນຳພາ-ຊີ້ນຳ ພະນັກ ງານ-ນັກຮົບຂອງຕົນ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຕິດພັນກັບການເອົາໃຈໃສ່ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ເພື່ອແນ່ໃສ່ປັບປຸງໃນຂົງເຂດວຽກງານສະຫະພັນນັກຮົບເກົ່າແຂວງເຊກອງ ມີຄວາມໜັກແໜ້ນ-ເຂັ້ມແຂງ. ພາບ-ຂ່າວ : ພັນຕີ ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ