
ບໍລິສັດ ມິດຕະພາບ 206 ກອງທັບຫວຽດນາມ ຮ່ວມກັບ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສ້າງຂະບວນການກິລາຮ່ວມກັນ
ເວລາອອກຂ່າວ: 2024-10-30 10:55:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3544 | ຄວາມນິຍົມ:
ວັນທີ 28 ຕຸລາ 2024 ນີ້, ບໍລິສັດ ມິດຕະພາບ 206 ກອງທັບປະຊາຊົນຫວຽດນາມ ຮ່ວມກັບໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຂະບວນແຂ່ງຂັນກິລາມິດຕະພາບ ເຊິ່ງນອນໃນບັນຍາກາດທີ່ສອງກອງທັບ ລາວ - ຫວຽດນາມ ພວມກະກຽມຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ( 22 ທັນວາ 1944 -22 ທັນວາ 2024 ), ເຊິ່ງນໍາໂດຍ ສະຫາຍ ໂງແມັງຮຸ່ງ ຫົວໜ້າ ບໍລິສັດ ມິດຕະພາບ 206 ພ້ອມຄະນະ, ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ມີພະນັກງານ-ນັກຮົບ ພ້ອມດ້ວຍນັກກິລາທັງສອງຝ່າຍເຂົ້າຮ່ວມ.
ສະຫາຍ ໂງແມັງຮຸ່ງ ຫົວໜ້າ ບໍລິສັດ ມິດຕະພາບ 206 ກອງບັນຊາການທະຫານເຂດ 5 ສສ ຫວຽດນາມ ໄດ້ຕາງໜ້າຄະນະ ໄດ້ສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະອຳນວຍການໂຮງຮຽນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຊິ່ງການສ້າງຂະບວນແຂ່ງຂັນກິລາມິດຕະພາບ ຄັ້ງນີ້ ນອນໃນບັນຍາກາດທີ່ສອງກອງທັບ ລາວ - ຫວຽດນາມ ພວມກະກຽມຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ( 22 ທັນວາ 1944 -22 ທັນວາ 2024 ), ເປັນການປະກອບສ່ວນອັນສໍາຄັນໃນການຮັດແໜ້ນຄວາມສາໝັກຄີກ ພິເສດ ລະຫວ່າງ 2 ກອງທັບ ກໍ່ຄືການຮ່ວມມື 2 ກົມກອງຈະໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ແລະ ເນື່ອງໃນວັນສຳຄັນດັ່ງກ່າວນີ້ ທາງບໍລິສັດກໍໄດ້ມອບເງິນ ຈຳນວນ 50.000.000 ກີບ ໃຫ້ໂຮງຮຽນ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານລວມຂອງໂຮງຮຽນ.
ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອ ມາຍັງ ຄະນະພັກ - ຄະນະບັນຊາ ບໍລິສັດ ມິດຕະພາບ 206 ທີ່ໃຫ້ການຊ່ວຍເຫຼືອຕະຫຼອດມາ ແລະ ນຳເອົາຄວາມເບິກບານມ່ວນຊື່ນ, ຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຄືຄອບຄົວດຽວກັນ ແລະ ອວຍພອນໃຫ້ ສະຫາຍ ໂງແມັງຮຸ່ງ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ຮັດແໜ້ນ ຄວາມສາມັກຄີ ລະຫວ່າງສອງຊາດ ສອງກອງທັບ ເວົ້າລວມເວົ້າສະເພາະ ກໍ່ຄືໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ກັບ ບໍລິສັດ ມິດຕະພາບ 206, ກອງບັນຊາການທະຫານເຂດ 5 ສສ ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນເລື້ອຍໆຂຶ້ນໄປ ແລະ ສືບຕໍ່ຮັດແໜ້ນສາຍພົວພັນ ສາມັກຄີຮັກແພງແບບພິເສດ ລະຫວ່າງ 2 ກອງທັບ, 2 ກົມກອງ ພ້ອມກັນຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດ. ພ້ອມທັງ ໄດ້ມອບໃບກຽດຕິຄຸນ ໃຫ້ ສະຫາຍ ໂງແມັງຮຸ່ງ ພ້ອມຄະນະ ອີກດ້ວຍ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ