
ກອງບັນນາທິການໜັງສືພິມກອງທັບ ອວຍພອນ ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟວຽງຈັນ
ເວລາອອກຂ່າວ: 2024-10-29 15:46:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3085 | ຄວາມນິຍົມ:
ໃນວັນທີ 29 ຕຸລາ 2024 ນີ້, ຄະນະກອງບັນນາທິການໜັງສືພິມກອງທັບ, ນຳພາໂດຍ ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການ ໜັງສືພິມກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະອໍານວຍການ ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງ ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟວຽງຈັນ ຄົບຮອບ 30 ປີ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອຳນວຍການ ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ.
ສະຫາຍ ພັນໂທ ອາໄພ ອະໄພຍະວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນນາທິການ ແລະ ພະນັກງານ-ນັກຮົບກອງບັນນາທິການໜັງສືພິມກອງທັບ ກ່າວອວຍພອນໄຊອັນປະເສີດ ມາຍັງສະຫາຍ ພັນເອກ ບຸນທົງ ກອງເທດມະນີ ພ້ອມດ້ວຍພະນັກງານ ລັດວິສາຫະກິດເຊື້ອໄຟວຽງຈັນ ຈົ່ງມີ ສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.
ໂອກາດນີ້, ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະບັນນາທິການໜັງສືພິມກອງທັບ ທີ່ເຫັນໄດ້ຄວາມໝາຍສໍາຄັນຂອງວັນສ້າງຕັ້ງ ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟວຽງຈັນ ຈຶ່ງໄດ້ນໍາເອົາກະຕ່າຂອງຂວັນ ແລະ ຄໍາອວຍພອນອັນອົບອຸ່ນ ມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນຄືນໃຫ້ຄະນະຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານຂອງຕົນ, ສືບຕໍ່ນໍາພາ-ຊີ້ນຳ ກອງບັນນາທິການໜັງສືພິມກອງທັບ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ