ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ 2018 ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2018-11-19 10:34:55 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ບຸນນະມັດສະການພະທາດ ຫຼວງວຽງຈັນ ແລະ ງານວາງ ສະແດງສິນຄ້າປະຈຳປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນ ຕອນແລງຂອງວັນທີ 16 ພະຈິກ 2018 ນີ້, ຢູ່ທີ່ເດີ່ນພະທາດຫຼວງ, ນະຄອນຫຼວງວຽງຈັນ ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ພ້ອມດ້ວຍເຈົ້າຄອງນະ ຄອນຫຼວງວຽງຈັນ, ມີແຂກທັງ ພາຍໃນ ແລະ ຕ່າງປະເທດ ຕະ ຫຼອດຮອດມວນຊົນຊາວນະຄອນ ຫຼວງວຽງຈັນ ແລະ ພີ່ນ້ອງຊາວ ລາວຢູ່ພາຍໃນ ແລະ ມາຈາກ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງ ຫຼາຍ. ທ່ານ ປະດິດ ເຂັມມານິດ ຫົວ ໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະ ຄອນຫຼວງວຽງຈັນໄດ້ໃຫ້ຮູ້ວ່າ: ບຸນນະມັດສະການພະທາດຫຼວງ ນັບວ່າເປັນປາງບຸນໃຫຍ່ຂອງ ປວງຊົນລາວທັງຊາດ, ເປັນເວລາ ທີ່ສະແດງສິລະປະວັດທະນະທຳ, ການຈັດງານວາງສະແດງສິນ ຄ້າ ແລະ ຈຳໜ່າຍສິນຄ້າປະເພດ ຕ່າງໆ ໂດຍສະເພາະແມ່ນຜະລິດ ຕະພັນທີ່ເປັນສີໄມ້ລາຍມືຂອງ ປະຊາຊົນລາວບັນດາເຜົ່າ, ເປັນ ຕົ້ນແມ່ນຜ້າແພ, ເຄື່ອງເຟີນິເຈີ ແລະ ອື່ນໆ ທີ່ໃຊ້ໃນຊີວິດປະຈຳ ວັນ, ເຊິ່ງປີນີ້ມີຈຳນວນທັງໝົດ 400 ກວ່າຮ້ານ. ນອກນັ້ນແຕ່ລະວັນຍັງມີບັນ ດາກິດຈະກຳຕ່າງໆທີ່ໜ້າສົນໃຈ ເຊັ່ນ: ເວທີການສະແດງສິລະປະ ວັດທະນະທຳ, ກີລາມວຍລາຍ ລາວ, ບູຊາໄຫວ້ພະທາດຫຼວງ, ທ່ຽວຊົມເບິ່ງການສະແດງຕ່າງໆ ທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ. ພິເສດໃນຕອນບ່າຍຂອງມື້ຂຶ້ນ 14 ຄໍ່າເດືອນສິບສອງລາວ, ກົງ ກັບວັນທີ 21 ພະຈິກ, ຍັງຈະມີ ພິທີແຫ່ຜາສາດເຜິ້ງ, ຕອນເຊົ້າ ຂອງມື້ຂຶ້ນ 15 ຄໍ່າເດືອນສິບ ສອງລາວ ກໍເປັນມື້ໃສ່ບາດຖວາຍ ທານແກ່ພະສົງ-ສາມະເນນ ທີ່ ມາຮ່ວມໃນມື້ບຸນນັ້ນ, ເຊິ່ງຄາດ ວ່າຈະມີພະສົງ-ສາມະເນນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 8.000 ກວ່າອົງ, ສ່ວນ ໃນຕອນຄໍ່າຂອງວັນດຽວກັນ ກໍຈະມີພິທີວຽນທຽນອ້ອມພະ ທາດ ແລະ ຈູດບັ້ງໄຟດອກ ເພື່ອ ບູຊາແດ່ອົງພະທາດຫຼວງຕື່ມອີກ. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ