
ປະກາດການຈັດຕັ້ງຂັ້ນຮອງຫົວໜ້າຫ້ອງພະລາທິການ ແລະ ຄະນະໂຮງໝໍ 15 ຕຽງ ຢູ່ ວພກ
ເວລາອອກຂ່າວ: 2024-10-29 15:24:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3733 | ຄວາມນິຍົມ:
ພິທີປະກາດ ການຈັດຕັ້ງຂັ້ນຮອງຫົວໜ້າຫ້ອງພະລາທິການ ແລະ ຄະນະໂຮງໝໍ 15 ຕຽງ ຢູ່ ວິທະຍາຄານພະລາທິການກອງທັບ ໃນວັນທີ 25 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຫົວໜ້າ, ຮອງຫົວໜ້າຄະນະວິຊາຄູ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານຄູ-ອາຈານ ເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ສົມພິດ ແກ້ວວັນທອງ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຫ້ອງພະລາທິການ ທີ່ຂຶ້ນກັບ ວິທະຍາຄານພະລາທິການກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງວ່າດ້ວຍການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ດັ່ງນັ້ນກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ພັນໂທ ຈັນທະພອນ ສີລືໄຊ ເປັນຮອງຫົວໜ້າຫ້ອງພະລາທິການ ວິທະຍາຄານພະລາທິການກອງທັບ. ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາໂຮງໝໍ 15 ຕຽງ ທີ່ຂຶ້ນກັບ ຫ້ອງພະລາທິການ ວິທະຍາຄານພະລາທິການກອງທັບ ຈໍານວນ 03 ສະຫາຍຄື: ພັນໂທ ນາງ ຄໍາຄູນ ອຸດສະຫວັນ ເປັນຫົວໜ້າໂຮງໝໍ 15 ຕຽງ (ຊີ້ນໍາລວມ), ພັນຕີ ອຸດົມໄຊ ສີສົມບັດ ເປັນຮອງຫົວໜ້າ ຮັບຜິດຊອບວຽກງານການເມືອງ ແລະ ພັນຕີ ນາງ ຄໍາພວງ ແສງດາວົງ ເປັນຮອງຫົວໜ້າ ຮັບຜິດຊອບວຽກງານວິຊາສະເພາະ.
ໃນຕອນທ້າຍສະຫາຍປະທານກໍໄດ້ໃຫ້ການໂອ້ລົມ ແລະ ໃຫ້ທັດສະນະຊີ້ນໍາອັນມີຄວາມໝາຍສໍາຄັນໃນຫຼາຍດ້ານ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ-ຄະນະບັນຊາທຸກຂັ້ນຕະຫຼອດຮອດບັນດາສະຫາຍຜູ້ທີ່ໄດ້ຮັບໜ້າທີ່ໃໝ່ທີ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ຜູ່ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດໃນທຸກດ້ານ, ເປັນແບບຢ່າງນໍາໜ້າທຸກຂົງເຂດວຽກງານ, ເປັນອີກໜຶ່ງກໍາລັງແຮງຍູ້ດັນເພື່ອພັດທະນາກົມກອງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວເຂັ້ມແຂງໜັກແໜ້ນຂຶ້ນເປັນກ້າວໆ.
ໂດຍ: ແກ້ວອຸດອນ ລັດສະໝີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ