ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະພາແຫ່ງຊາດຖະແຫຼງຂ່າວກ່ຽວກັບການດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ * ຂອງສະພາແຫ່ງຊາດຊຸດທີ VIII
ເວລາອອກຂ່າວ: 2018-11-19 10:33:03 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ໃນຕອນແລງວັນທີ 15 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເລຂາທິ ການສະພາແຫ່ງຊາດ (ຫຼັກ 6), ທ່ານ ນາງ ສວນສະຫວັນ ວິຍາເກດ ກຳມະການສຳຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ໄດ້ຖະແຫຼງວ່າ: ປະຕິບັດຕາມມາດ ຕາ57 ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາດຕາ 60ຂອງກົດໝາຍວ່າດ້ວຍການປັບ ປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດກ່ຽວກັບ ກອງປະຊຸມສະໄໝສາມັນປະຈຳປີ ຄັ້ງທີສອງຂອງສະພາແຫ່ງຊາດ ເຊິ່ງຄະນະປະຈຳສະພາແຫ່ງຊາດເປັນຜູ້ຕົກລົງ ແລະ ຮຽກໂຮມ ເພື່ອພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດ ຊາດ; ປະຕິບັດຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບ ເລກທີ 134/ຄປຈ, ລົງວັນທີ 19 ຕຸລາ 2018 ວ່າດ້ວຍການດຳ ເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII. ບັນດາກຳມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກທີ່ຄະນະປະຈຳສະພາແຫ່ງຊາດສ້າງຕັ້ງໄດ້ປະສານ ສົມທົບກັບລັດຖະບານ, ກະຊວງ, ອົງການ, ສູນກາງແນວລາວສ້າງ ຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນການກະກຽມ ເນື້ອໃນຂອງແຕ່ລະພາກສ່ວນທີ່ຈະນຳສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ມາເຖິງປັດຈຸບັນນີ້ເຫັນວ່າຄົບຖ້ວນ ແລະ ສອດຄ່ອງກັບລະບຽບ ການ. ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາ ທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຖືເປັນກຽດແຈ້ງມາ ຍັງບັນດາທ່ານພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກ ຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບກ່ຽວກັບການດຳ ເນີນກອງປະຊຸມສະໄໝສາມັນເທືື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນອັງຄານ, ວັນທີ 20 ພະຈິກ ແລະ ຈະດຳເນີນໄປເຖິງວັນສຸກ, ວັນທີ 21 ທັນວາ 2018 ທີ່ຫ້ອງ ປະຊຸມສະພາແຫ່ງຊາດ (ຫຼັກ 6), ນະຄອນຫຼວງວຽງຈັນ ເຊິ່ງຈະ ໃຊ້ເວລາດຳເນີນກອງປະຊຸມທັງໝົດ 22 ວັນ (ບໍ່ລວມວັນພັກລັດ ຖະການ). - ກອງປະຊຸມຄັ້ງນີ້ຈະພິຈາລະນາ ແລະ ຮັບຮອງບັນຫາສຳຄັນ ຕ່າງໆດັ່ງນີ້: 1. ວຽກງານຂອງລັດຖະບານ: 1.1 ພິຈາລະນາ, ຮັບຟັງບົດລາຍງານຂອງທ່ານນາຍົກລັດຖະ ມົນຕີກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳປີ 2018 ແລະ ທິດທາງວຽກງານຈຸດສຸມໃນປີ 2019 ຂອງລັດຖະ ບານ; 1.2 ພິຈາລະນາ, ຮັບຮອງເອົາບົດລາຍງານຂອງທ່ານຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນກ່ຽວກັບສະພາບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາປີ 2018, ທິດທາງແຜນການປີ 2019 ແລະ ບົດລາຍງານການສະຫຼຸບຂາດຕົວການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດປະຈຳປີ 2017; 1.3 ພິຈາລະນາ, ຮັບຮອງເອົາການຊີ້ແຈງຂອງລັດຖະບານຕໍ່ ຄຳຊັກຖາມຂອງ 2 ກະຊວງຄື: - ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງກ່ຽວກັບສະພາບ ການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ (ໃນໄລຍະຜ່ານມາ ເຫັນວ່າຄຸນະພາບການກໍ່ສ້າງຕໍ່າ, ມູນຄ່າການກໍ່ສ້າງສູງ, ແກ່ຍາວ ເວລາກໍ່ສ້າງ ແລະ ທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້າມີແນວ ໃດ;) - ກະຊວງສາທາລະນະສຸກ ຊີ້ແຈງກ່ຽວກັບຄຸນະພາບການບໍລິ ການ ການປິ່ນປົວຢູ່ໂຮງໝໍ, ສຸກສາລາ (ແລະ ທິດທາງແກ້ໄຂໃນຕໍ່ ໜ້າ.) 1.4 ພິຈາລະນາ, ຮັບຟັງບົດລາຍງານຂອງລັດຖະບານກ່ຽວ ກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ວ່າດ້ວຍການພັດທະນາຊົນນະ ບົດ ແລະ ລືບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະ ນາແບບຍືນຍົງ (ສະບັບເລກທີ 079/ສພຊ, ລົງວັນທີ 17 ພະຈິກ 2017). 1.5 ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ ຕາມການສະເໜີຂອງທ່ານນາຍົກລັດຖະ ມົນຕີ; 1.6 ພິຈາລະນາ, ຮັບຮອງເອົາບົດສະເໜີຂອງລັດຖະບານກ່ຽວ ກັບການຄົ້ນຄວ້າຊື່ເອີ້ນຊົນເຜົ່າບຣູ. 2. ວຽກງານອົງການກວດສອບແຫ່ງລັດ: 1.1 ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດ ສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານປະຈຳປີ 2018 ແລະ ທິດທາງແຜນການປະຈຳປີ 2019; 1.2 ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017; 1.3 ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດ ກາລັດຖະບານກ່ຽວກັບການກວດກາຕາມຜົນການກວດສອບບົດ ສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກີ 2015-2016. 3. ວຽກງານອົງການຍຸຕິທຳ ແລະ ກົດໝາຍ: 3.1 ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານກາງສະໄໝ (2016-2018), ການເຄື່ອນ ໄຫວວຽກງານ 9 ເດືອນ ປະຈຳປີ 2018, ທິດທາງແຜນການຮອດ ປີ 2020 ແລະ ວຽກງານຈຸດສຸມປະຈຳປີ 2019; 3.2 ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາ ຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານກາງສະໄໝ (2016-2018), ການເຄື່ອນໄຫວວຽກ ງານ 9 ເດືອນປະຈຳປີ 2018, ທິດທາງແຜນການຮອດປີ 2020 ແລະ ວຽກງານຈຸດສຸມປະຈຳປີ 2019; 3.3 ພິຈາລະນາ, ຮັບຮອງເອົາການຊີ້ແຈງຂອງອົງການໄອຍະ ການປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ ໃນການຕິດຕາມກວດກາ, ການລະເມີດສັນຍາກູ້ຢືມທີ່ມີຫຼັກຊັບຄໍ້າ ປະກັນແຕ່ມາດຳເນີນຄະດີອາຍາໃນຂໍ້ຫາສໍ້ໂກງຊັບຂອງພົນລະ ເມືອງ. 4. ວຽກງານສະພາແຫ່ງຊາດ: 4.1 ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນ ໄຫວວຽກງານສະພາແຫ່ງຊາດຊຸດທີ VIII ກາງສະໄໝ (2016-2018),​ ປະຈຳປີ 2018, ທິດທາງແຜນການແຕ່ປີ 2019 ຮອດ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ແຜນວຽກຈຸດສຸມປະຈຳປີ 2019 ຂອງສະພາແຫ່ງຊາດ; 4.2 ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດ ໝາຍຂອງສະພາແຫ່ງຊາດປະຈຳປີ 2019; 4.3 ພິຈາລະນາ, ຮັບຮອງເອົາແຜນການຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດປະຈຳປີ 2019. 5. ການສ້າງ, ປັບປຸງ ແລະ ທາບທາມຮ່າງກົດໝາຍຈຳນວນ 9 ສະບັບ ໃນນັ້ນ: + ຮ່າງກົດໝາຍສ້າງໃໝ່ 7 ສະບັບຄື: - ຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ສປປ ລາວ ປະ ຈຳຢູ່ຕ່າງປະເທດ; - ຮ່າງກົດໝາຍວ່າດ້ວຍຄົນພິການ; - ຮ່າງກົດໝາຍວ່າດ້ວຍຄວາມປອດໄພດ້ານລັງສີ; - ຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ; - ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ; - ຮ່າງກົດໝາຍວ່າດ້ວຍການລົດໄຟ; - ປະມວນກົດໝາຍແພ່ງ. + ຮ່າງກົດໝາຍປັບປຸງ 1 ສະບັບຄື: ກົດໝາຍວ່າດ້ວຍທະນາ ຄານທຸລະກິດ; + ຮ່າງກົດໝາຍທາບທາມ 1 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ. ອີກເທື່ອໜຶ່ງ, ໃນນາມຄະນະປະຈຳສະພາແຫ່ງຊາດ, ຄະນະເລ ຂາທິການສະພາແຫ່ງຊາດ ຂ້າພະເຈົ້າຂໍເຊີນບັນດາທ່ານພະນັກ ງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນ ຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາ ຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງນີ້. ໃນໄລຍະ ດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາ ແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກທົ່ວສັງຄົມ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້: + ໂທລະສັບບໍ່ເສຍຄ່າ ໝາຍເລກ: 156, ໂທລະສານ ໝາຍເລກ: 021 413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ແລະ ສົ່ງອີເມວ: [email protected]



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ